ຫຼັງຈາກທີ່ເປັນກະແສມາຫຼາຍປີ ມາຮອດມື້ນີ້ເຮົາກໍໄດ້ຮູ້ກັນຢ່າງຊັດເຈນແລ້ວວ່າ Cryptocurrency ຫຼື ສະກຸນເງິນດິຈິຕອລ ບໍ່ແມ່ນພຽງກະແສອີກຕໍ່ໄປ ເພາະຕອນນີ້ ບໍ່ວ່າຈະເປັນຫຼາຍສະຖາບັນການເງິນຊັ້ນນຳຫຼາຍແຫ່ງ, ບໍລິສັດເອກະຊົນ ທີ່ມີຊື່ສຽງ, ນັກລົງທຶນຈາກທົ່ວໂລກ ຫຼືແມ່ນແຕ່ລັດຖະບານບາງປະເທດກໍໄດ້ເລີ່ມໂດດເຂົ້າມາລົດໄຟຂະບວນນີ້ແລ້ວ ເນື່ອງຈາກມີຄວາມເຊື່ອຮ່ວມກັນວ່າ Cryptocurrency ຈະເຂົ້າມາປ່ຽນແປງລະບົບການເງິນໃນອະນາຄົດໄດ້ບໍ່ຫຼາຍກໍໜ້ອຍ.

Cryptocurrency ຫຼື ສະກຸນເງິນດິຈິຕອລ ແທ້ຈິງແລ້ວມັນກໍຄືສິນຊັບດິຈິຕອລ (Digital Asset) ປະເພດໜຶ່ງທີ່ມີການຮັກສາຄວາມປອດໄພດ້ວຍການເຂົ້າລະຫັດ ແລະ ເຮັດວຽກຢູ່ເທີງລະບົບ Blockchian ທີ່ເຊື່ອກັນວ່າເປັນລະບົບທີ່ມີຄວາມປອດໄພສູງ. ເຊິ່ງ Cryptocurrency ນັ້ນຖືກອອກແບບມາເພື່ອໃຊ້ເປັນສື່ກາງໃນການແລກປ່ຽນ ແບບດຽວກັບສະກຸນເງິນທົ່ວໄປໃນແຕ່ລະປະເທດ ພຽງແຕ່ ບໍ່ສາມາດຈັບຕ້ອງໄດ້.

        ແລ້ວມາຮອດປັດຈຸບັນນີ້ ຜ່ານມາ 14 ປີ ນັບຕັ້ງແຕ່ Cryptocurrency ໄດ້ເກີດມາໃນໂລກນີ້ ເຮົາສາມາດເຮັດຫຍັງກັບມັນໄດ້ແນ່ ແລະ ມັນມີປະໂຫຍດແນວໃດ ເປັນຫຍັງຄົນຄືໃຫ້ຄວາມສົນໃຈ.

ກ່ອນອື່ນໝົດຕ້ອງໄປເບິ່ງກັນກ່ອນວ່າ Cryptocurrency ນັ້ນມີຂໍ້ດີ ແລະ ຂໍ້ເສຍແນວໃດແນ່.

ຂໍ້ດີ:

– Cryptocurrency ສາມາດເຮັດທຸລະກຳໄດ້ງ່າຍ ແລະ ວ່ອງໄວ ເນື່ອງຈາກທຸລະກຳທີ່ກ່ຽວຂ໊ອງກັບ Cryptocurrency ເປັນແບບດິຈິຕອລທັງໝົດ ຈຶ່ງມີຄວາມສະດວກ ແລະ ວ່ອງໄວບໍ່ວ່າຈະເປັນທຸລະກຳທັງພາຍໃນ ແລະ ຕ່າງປະເທດ ດ້ວຍເທັກໂນໂລຢີທີ່ເໜືອກວ່າລະບົບທະນາຄານແບບເກົ່າ.

– Cryptocurrency ມີຕົ້ນທຶນໃນການເຮັດທຸລະກຳທີ່ຕໍ່າ ເພາະສຳລັບໃຜທີ່ເຄີຍໂອນເງິນໄປຕ່າງປະເທດຈະຮູ້ດີວ່າຄ່າທຳນຽມໃນການເຮັດທຸລະກຳນັ້ນມີມູນຄ່າທີ່ສູງພໍສົມຄວນ ແຕ່ຖ້າເຮັດທຸລະກຳໃນໂລກ Cryptocurrency ກໍຈະຊ່ວຍໃຫ້ຕົ້ນທຶນໃນການເຮັດທຸລະກຳນັ້ນຖືກລົງຫຼາຍເທົ່າເມື່ອປຽບທຽບໃສ່ກັານບໍລິການທາງການເງິນອື່ນໆ.

– Cryptocurrency ນັ້ນມີຄວາມປອດໄພ ແລະ ຄວາມເປັນສ່ວນຕົວສູງ ເນື່ອງຈາກວ່າ Cryptocurrency ເຮັດວຽກຢູ່ເທີງເທັກໂນໂລຊີ Blockchian ເຮັດໃຫ້ Cryptocurrency ມີຄວາມປອດໄພກວ່າທຸລະກຳທາງອີເລັກໂຕນິກທົ່ວໄປ.

– Cryptocurrency ນັ້ນມີຄວາມໂປ່ງໃສທີ່ເໜືອກວ່າ ເພາະທຸລະກຳແຕ່ລະລາຍການຈະຖືກບັນທຶກລົງໄປໃນບັນຊີແຍກປະເພດໂດຍໃຊ້ເທັກໂນໂລຊີ Blockchian ເຊິ່ງບໍ່ສາມາດຢ້ອນກັບໄປລົດ ຫຼື ແກ້ໄຂໄດ້.

ຂໍ້ເສຍ:

– ມີຄວາມບໍ່ແນ່ນອນຫຼາຍຢ່າງກ່ຽວກັບເງິນດີຈິຕອລ ເນື່ອງຈາກທະນາຄານ ແລະ ໜ່ວຍງານຂອງລັດທະບານຂອງຫຼາຍປະເທດຍັງບໍ່ທັນຮອງຮັບ ຄົນສ່ວນຫຼາຍຈຶ່ງມີຄວາມກັງວົນທີ່ຈະໃຊ້ມັນ.

– Cryptocurrency ມີຄວາມຜັນຜວນສູງ Cryptocurrency ແມ່ນຂຶ້ນຢູ່ກັບອຸປະທານຄວາມຕ້ອງການຂອງຜູ້ຊື້ ເຊິ່ງຖ້າມີຄວາມຕ້ອງການສູງ ລາຄາກໍຈະຂຶ້ນສູງ ແລະ ນອກຈາກນີ້ Cryptocurrency ຍັງມີປັດໄຈອີກຫຼາຍຢ່າງທີ່ສົ່ງຜົນໃຫ້ລາຄາຂອງ Cryptocurrency ຜັນຜວນໄປມາ ເຊິ່ງຢາກໃນການຄາດເດົາ ເຮັດໃຫ້ເປັນຄວາມຜັນຜວນທີ່ສ້າງຄວາມກັງວົນໃຫ້ນັກລົງທຶນ.

-ມີຂໍ້ຈຳກັດໃນການໃຊ້ງານ. ເຖິງແມ່ນວ່າໃນປັດຈຸບັນເລີ່ມມີບໍລິສັດໃຫຍ່ຫຼາຍແຫ່ງທີ່ເລີ່ມໃຫ້ການຍອມຮັບ Cryptocurrency ເພື່ອນຳມາໃຊ້ໃນການຊຳລະຄ່າສິນຄ້າ ແລະ ບໍລິການຕ່າງໆ ແຕ່ໂດຍລວມແລ້ວຍັງຖືວ່າໜ້ອຍກວ່າມູນຄ່າຕະຫຼາດໂດຍລວມ ເນື່ອງຈາກ Cryptocurrency ຍັງບໍ່ໄດ້ຖືກຍອມຮັບເປັນວົງກວ້າງ ແລະ ຈາກລັດຖະບານ ຈຶ່ງເປັນຂໍ້ຈຳກັດໃນການໃຊ້ຈ່າຍໃນຊີວິດປະຈຳວັນ.

        ສ່ວນວ່າ ແລ້ວ Cryptocurrency ນຳໄປໃຊ້ຫຍັງໄດ້ແນ່. ຕ້ອງບອກເລີຍວ່າຄົນທີ່ເຂົ້າມາໃນວົງການ Cryptocurrency ສ່ວນໃຫຍ່ຈະແມ່ນເຂົ້າມາເພື່ອການລົງທຶນ ບໍ່ວ່າຈະເປັນການລົງທຶນ ແບບໄລຍະຍາວ ແລະ ການລົງທອນແບບເກັງກຳໄລໃນໄລຍະສັ້ນ ຫຼື ແມ້ແຕ່ການນຳເອົາ Cryptocurrency ໄປຝາກເພື່ອກິນດອກເບ້ຍ.

Cryptocurrency ຍັງມັກຈະຖືກນຳໃຊ້ໃນການຊື້ຂາຍສິນຄ້າ ແລະ ບໍລິການຕ່າງໆ ເທີງໂລກອິນເຕີ້ເນັດອີກນຳ ບໍ່ວ່າຈະເປັນ ການຊື້ຂາຍໃນ ຮ້ານຄ້າອອນລາຍ, ການລະດົມທຶນຊ່ວຍເຫຼືອຕ່າງໆຜ່ານເວັບໄຊ ຫຼື ການຊື້ຂາຍ NFT ແລະ ອື່ນໆ

        ນອຈາກນີ້ Cryptocurrency ຍັງຖືກໃຊ້ໃນການຊື້ຂາຍຊັບສິນທີ່ມີມູນຄ່າສູງໆ ເຊັ່ນ ລົດຊູບເປີ້ຄາ ຫຼື ອະສັງຫາລິມະຊັບ ເປັນຕົ້ນ

ສ່ວນວ່າການຈະນຳເອົາ Cryptocurrency ມາໃຊ້ໃນຊີວິດປະຈຳວັນ ຈັບຈ່າຍຊຳລະຄ່າສິນຄ້າ ແລະ ບໍລິການຕ່າງໆ ກໍສາມາດເຮັດໄດ້ເຊັ່ນກັນ. ແຕ່ເບິ່ງຄືວ່າຈະຍັງເປັນເລື່ອງທີ່ຫຼາຍຄົນບໍ່ເຮັດກັນ ເຖິງແມ່ນວ່າປັດຈຸບັນຈະມີຫຼາຍບໍລິສັດ ທີ່ຮັບຊຳລະເປັນ Cryptocurrency ກໍຕາມ.

**ໝາຍເຫດ : ການລົງທຶນມີຄວາມສ່ຽງ ສະກຸນເງິນດິຈິຕອນແຕ່ລະສະກຸນມີຄວາມແຕກຕ່າງກັນ ຄວນສຶກສາຂໍ້ມູນໃຫ້ລະອຽດທຸກຄັ້ງກ່ອນລົງທຶນ.

ຊ່ອງທາງການຕິດຕໍ່:
Website: www.bitqik.com
bitqik Suport : https://support.bitqik.com/
Facebook: https://www.facebook.com/bitqik/
bitqik Academy : https://www.facebook.com/profile.php?id=100086347500753
bitqik Insight : https://insight.bitqik.com/
Tiktok: https://vt.tiktok.com/ZSdT86ut3/
Youtube : https://www.youtube.com/channel/UC2wf6B1zII-2jPtVfwmKvoA
Instagram : https://www.instagram.com/bitqikofficial/
Twitter : https://twitter.com/bitqikofficial

bitqik #bitcoin #bitqik #bitqikacademy #cryptocurrency #blockchain

**ໝາຍເຫດ : ການລົງທຶນມີຄວາມສ່ຽງ ສະກຸນເງິນດິຈິຕອນແຕ່ລະສະກຸນມີຄວາມແຕກຕ່າງກັນ ຄວນສຶກສາຂໍ້ມູນໃຫ້ລະອຽດທຸກຄັ້ງກ່ອນລົງທຶນ.

More Videos

Video Playlist
1/10 videos
1
bitqik Academy Live ep15
bitqik Academy Live ep15
01:04:48
2
bitqik Academy Live ep15
bitqik Academy Live ep15
3
bitqik Academy Live ep14: ການບໍລິຫານເງິນ ແລະ ພອສການລົງທຶນຂອງຕົວເອງ(Money management)
bitqik Academy Live ep14: ການບໍລິຫານເງິນ ແລະ ພອສການລົງທຶນຂອງຕົວເອງ(Money management)
01:16:04
4
ເກມທວາຍຄຳຊັບ Crypto ຈາກຮູບພາບ #shorts
ເກມທວາຍຄຳຊັບ Crypto ຈາກຮູບພາບ #shorts
01:23
5
Trick and Trade EP0
Trick and Trade EP0
54
6
🔴bitqik Aacademy Live ep 11: ສອນການໃຊ້ງານແອັບເບື້ອງຕົ້ນ
🔴bitqik Aacademy Live ep 11: ສອນການໃຊ້ງານແອັບເບື້ອງຕົ້ນ
01:01:46
7
bitqik Academy Live EP10:ປັດໃຈສໍາຄັນທີ່ສຸດໃນການລົງທຶນທຸກໆຕະຫຼາດແມ່ນການຄວບຄຸມຄວາມສ່ຽງ.
bitqik Academy Live EP10:ປັດໃຈສໍາຄັນທີ່ສຸດໃນການລົງທຶນທຸກໆຕະຫຼາດແມ່ນການຄວບຄຸມຄວາມສ່ຽງ.
01:06:22
8
Fiat VS Cryptocurrency 🚀
Fiat VS Cryptocurrency 🚀
48
9
bitqik Academy live ep9:ເປັນຫຍັງບິດຄິກຈຶ່ງ Rebrand? ພວກເຮົາມີບໍລິການຫຍັງແດ່ໃນປັດຈຸບັນ?
bitqik Academy live ep9:ເປັນຫຍັງບິດຄິກຈຶ່ງ Rebrand? ພວກເຮົາມີບໍລິການຫຍັງແດ່ໃນປັດຈຸບັນ?
01:01:26
10
bitqik Academy Live ep8: CPI ແມ່ນຫຍັງ? ມີຜົນແນວໃດຕໍ່ຕະຫຼາດ? ຄາດການຕະຫຼາດຈະໄປໃນທິດທາງໃດ?
bitqik Academy Live ep8: CPI ແມ່ນຫຍັງ? ມີຜົນແນວໃດຕໍ່ຕະຫຼາດ? ຄາດການຕະຫຼາດຈະໄປໃນທິດທາງໃດ?
42:53
About Us

bitqik INSIGHT, get our latest reports, covering all sorts of topics in the digital asset industry. From finance to economics, trends, and investment.

Services

© 2022-2023 bitqik Insight – All rights reserved.