ຄະນະຜູ້ຊ່ຽວຊານດ້ານ cryptocurrency ຄາດການວ່າ XRP ອາດຈະເພີ່ມຂຶ້ນເຖິງ 3.81 ໂດລາໃນທ້າຍປີ 2025 ຖ້າ Ripple ສາມາດຊະນະການຕໍ່ສູ້ທາງດ້ານກົດໝາຍກັບສຳນັກງານຄະນະກໍາມະການຫຼັກຊັບແລະຕະຫຼາດຫຼັກຊັບສະຫະລັດ (SEC).

ຢ່າງໃດກໍຕາມ, ຜູ້ຊ່ຽວຊານຄາດການວ່າ XRP ຈະຊື້ຂາຍຢູ່ທີ່ 0.98 ຖ້າເເພ້ຄະດີ. ທັງນີ້ Finder ໄດ້ສໍາຫຼວດຜູ້ຊ່ຽວຊານດ້ານ cryptocurrency 55 ຄົນກ່ຽວກັບລາຄາທີ່ເປັນໄປໄດ້ຂອງ XRP, ຜູ້ຊ່ຽວຊານໝັ້ນໃຈວ່າລາຄາຈະກັບມາເປັນຂາຂຶ້ນໄດ້ຖ້າຫາກ Ripple ຊະນະການຕໍ່ສູ້ທາງດ້ານກົດໝາຍນີ້.

ຖ້າຫາກມີການຍຸຕິການຟ້ອງຮ້ອງອາດເຮັດໃຫ້ລາຄາ XRP ເພີ່ມຂຶ້ນຍ້ອນວ່າຄວາມຕ້ອງການບໍ່ປ່ຽນແປງໃນຂະນະທີ່ການຕອບສະໜອງຫຼຸດລົງ

Martin Forehler CEO ຂອງ Morpher ເປັນຫນຶ່ງໃນຜູ້ຊ່ຽວຊານທີ່ໄດ້ເຮັດສໍາຫຼວດ, ກ່າວວ່າຖ້າ Ripple ຊະນະ ມັນກໍຈະເປັນ “ໄຊຊະນະອັນໃຫຍ່ຫຼວງສໍາລັບອຸດສາຫະກໍາ crypto ທັງຫມົດ.” ທັງນີ້ລາວຍັງໄດ້ຄາດການວ່າ XRP ອາດຈະສູງເຖິງ 5 ໂດລາພາຍໃນປີ 2025, ຫຼັງຈາກຊະນະການຟ້ອງຮ້ອງ.

ໃນທາງກັບກັນ John Hawkins ອາຈານອາວຸໂສຂອງມະຫາວິທະຍາໄລ Canberra ເວົ້າວ່າເວລານີ້ແມ່ນເວລາທີ່ເໝາະສົມໃນການຂາຍ XRP ເນື່ອງຈາກ “Ripple ບໍ່ມີມູນຄ່າພື້ນຖານທີ່ແທ້ຈິງແລະສ່ວນໃຫຍ່ຂອງລາຄາແມ່ນອີງໃສ່ Bitcoin.”

ໃນຂະນະດຽວກັນ, Sathvik Vishwanath CEO ຂອງ Unocoin Technologies ຄາດການວ່າ XRP ຈະມີມູນຄ່າ 0.54 ໂດລາ ຖ້າ Ripple ຊະນະ ແລະ 0.50 ໂດລາ ຖ້າເຂົາເເພ້. ເຂົາຕັ້ງຂໍ້ສັງເກດວ່າ XRP ໄດ້ສະແດງໃຫ້ເຫັນວ່າມັນຍັງສາມາດເຕີບໂຕໄດ້ເຖິງວ່າຈະມີຂ່າວບໍ່ດີກໍຕາມ.

ໃນຈໍານວນຜູ້ຊ່ຽວຊານ 55 ຄົນທີ່ Finder ພົບວ່າ 43% ເຊື່ອວ່າ Ripple ຈະຍ້າຍໄປຍັງເຂດອຳນາດປົກຄອງສານອື່ນຖ້າຫາກເເພ້ຄະດີ, ໃນຂະນະທີ່ 26% ເຊື່ອວ່າບໍລິສັດຈະຢູ່ບ່ອນເກົ່າ.

ຢ່າງໃດກໍຕາມ, ຊຸມຊົນ cryptocurrency ຄາດວ່າ XRP ຈະຫຼຸດລົງໃນທ້າຍປີແລະການຊື້ຂາຍຢູ່ທີ່ປະມານ 0.40 ໂດລາ ຕົວເລກດັ່ງກ່າວສະເເດງເຖິງການຫຼຸດລົງຫຼາຍມາຈາກລະດັບປັດຈຸບັນ ທີ່ມາ : https://cutt.ly/9BXIbkL

** ໝາຍເຫດ : ການລົງທຶນມີຄວາມສ່ຽງ ສະກຸນເງິນດິຈິຕອນແຕ່ລະສະກຸນມີຄວາມແຕກຕ່າງກັນ ຄວນສຶກສາຂໍ້ມູນໃຫ້ລະອຽດທຸກຄັ້ງກ່ອນລົງທຶນ.


Follow our channels for more updates:

Website: www.bitqik.com
bitqik Suport :  https://support.bitqik.com/
bitqik Insight: https://insight.bitqik.com/
Facebook: https://www.facebook.com/bitqik/
Tiktok: https://vt.tiktok.com/ZSdT86ut3/
Youtube :ps:/www.youtube.com/channel/UC2wf6B1zII-2jPtVfwmKvoA
Instagram : https://www.instagram.com/bitqikofficial/
Twitter : https://twitter.com/bitqikofficial
Facebook Academy: https://www.facebook.com/profile.php?id=100086347500753

bitqik #bitcoin #cryptocurrency#Laos

**ໝາຍເຫດ : ການລົງທຶນມີຄວາມສ່ຽງ ສະກຸນເງິນດິຈິຕອນແຕ່ລະສະກຸນມີຄວາມແຕກຕ່າງກັນ ຄວນສຶກສາຂໍ້ມູນໃຫ້ລະອຽດທຸກຄັ້ງກ່ອນລົງທຶນ.

More Videos

Video Playlist
1/10 videos
1
bitqik Academy Live ep15
bitqik Academy Live ep15
01:04:48
2
bitqik Academy Live ep15
bitqik Academy Live ep15
3
bitqik Academy Live ep14: ການບໍລິຫານເງິນ ແລະ ພອສການລົງທຶນຂອງຕົວເອງ(Money management)
bitqik Academy Live ep14: ການບໍລິຫານເງິນ ແລະ ພອສການລົງທຶນຂອງຕົວເອງ(Money management)
01:16:04
4
ເກມທວາຍຄຳຊັບ Crypto ຈາກຮູບພາບ #shorts
ເກມທວາຍຄຳຊັບ Crypto ຈາກຮູບພາບ #shorts
01:23
5
Trick and Trade EP0
Trick and Trade EP0
54
6
🔴bitqik Aacademy Live ep 11: ສອນການໃຊ້ງານແອັບເບື້ອງຕົ້ນ
🔴bitqik Aacademy Live ep 11: ສອນການໃຊ້ງານແອັບເບື້ອງຕົ້ນ
01:01:46
7
bitqik Academy Live EP10:ປັດໃຈສໍາຄັນທີ່ສຸດໃນການລົງທຶນທຸກໆຕະຫຼາດແມ່ນການຄວບຄຸມຄວາມສ່ຽງ.
bitqik Academy Live EP10:ປັດໃຈສໍາຄັນທີ່ສຸດໃນການລົງທຶນທຸກໆຕະຫຼາດແມ່ນການຄວບຄຸມຄວາມສ່ຽງ.
01:06:22
8
Fiat VS Cryptocurrency 🚀
Fiat VS Cryptocurrency 🚀
48
9
bitqik Academy live ep9:ເປັນຫຍັງບິດຄິກຈຶ່ງ Rebrand? ພວກເຮົາມີບໍລິການຫຍັງແດ່ໃນປັດຈຸບັນ?
bitqik Academy live ep9:ເປັນຫຍັງບິດຄິກຈຶ່ງ Rebrand? ພວກເຮົາມີບໍລິການຫຍັງແດ່ໃນປັດຈຸບັນ?
01:01:26
10
bitqik Academy Live ep8: CPI ແມ່ນຫຍັງ? ມີຜົນແນວໃດຕໍ່ຕະຫຼາດ? ຄາດການຕະຫຼາດຈະໄປໃນທິດທາງໃດ?
bitqik Academy Live ep8: CPI ແມ່ນຫຍັງ? ມີຜົນແນວໃດຕໍ່ຕະຫຼາດ? ຄາດການຕະຫຼາດຈະໄປໃນທິດທາງໃດ?
42:53
About Us

bitqik INSIGHT, get our latest reports, covering all sorts of topics in the digital asset industry. From finance to economics, trends, and investment.

Services

© 2022-2023 bitqik Insight – All rights reserved.