ໃນຕະຫຼາດ cryptocurrency ນັ້ນມີຄວາມຜັນຜວນຢູ່ຕະຫຼອດເວລາ ເມື່ອປຽບທຽບກັບສິນຊັບອື່ນໆ, ເຊິ່ງບັນດານັກລົງທຶນທັງຫຼາຍມັກສົນໃຈໃນການຕັກເອົາກຳໄລທີ່ເຮັດໄດ້ຈາກການທີ່ຕະຫຼາດມີຄວາມຜັນຜວນຢ່າງຮຸນເເຮງ. ເຖິງເເມ່ນວ່າຈະສາມາດເຮັດກຳໄລໄດ້ຫຼາຍກວ່າສິນຊັບອື່ນໆໃນໄລຍະສັ້ນ ເເຕ່ມັນກໍມີຄວາມສ່ຽງຫຼາຍເຊັ່ນກັນ. ສຳລັບມືໃໝ່ທີ່ຢາກລອງວິຊາຖ້າບໍ່ສຶກສາ ເເລະ ຫາຂໍ້ມູນໃຫ້ເລິກເຊິ່ງ ປະກອບກັບການຕັດສິນໃຈໃຫ້ທັນເວລາ ກໍອາດຈະສູນເສຍເງິນໄປໂດຍສູນເປົ່າໄດ້.

ໃນມື້ນີ້ເຮົາຈະມາເວົ້າເຖິງການກຽມພ້ອມຕົວເອງໃນການຕັດສິນໃຈທີ່ຈະລົງທຶນໃນກົນລະຍຸດໃດ ລະຫວ່າງ ການຖືຄອງຫຼຽນໃນໄລຍະຍາວ ເເລະ ການເກັງກຳໄລໃນໄລຍະສັ້ນ.

  • 4 ຢ່າງທີ່ຕ້ອງກຽມພ້ອມທີ່ຊ່ວຍໃຫ້ການຕັດສິນໃຈງ່າຍຂຶ້ນໃນການລົງທຶນ
  1. ທຳຄວາມເຂົ້າໃຈ ເເລະ ເບິ່ງເເນວໂນ້ມຂອງຕະຫຼາດໃຫ້ອອກ

ການທີ່ເຮົາເຂົ້າໃຈພື້ນຖານຂອງສິນຊັບ, ສະພາບຂອງຕະຫຼາດ ເເລະ ການວິເຄາະຕະຫຼາດ ມັນຈະຊ່ວຍສະສົມປະສົບການໃນສິນຊັບນັ້ນໆ ເເລະ ສາມາດຕັດສິນໃຈໄດ້ຢ່າງມີປະສິດທິພາບຫຼາຍຂຶ້ນ.

ໂດຍສ່ວນໃຫຍ່ເເລ້ວ ນັກລົງທຶນຫຼາຍໆຄົນມັກຈະໃຊ້ອາລົມໃນການຕັດສິນໃຈ ເມື່ອເບິ່ງເຫັນການທີ່ສາມາດເຮັດກຳໄລໄດ້ໃນໄລຍະສັ້ນຈາກຄວາມຜັນຜວນຢ່າງຮຸນເເຮງ ເຮັດໃຫ້ເກີດຄວາມໂລບ ເເລະ ຄວາມຕື່ນເຕັ້ນ ໂດຍເອົາອາລົມເຫຼົ່ານີ້ມາໃຊ້ໃນການຕັດສິນໃຈທີ່ຈະການລົງທຶນ ສົ່ງຜົນໃຫ້ຂາດທຶນໂດຍບໍ່ໄດ້ຄຳນວນຄວາມສ່ຽງທີ່ຈະໄດ້ຮັບ, ດັ່ງນັ້ນກ່ອນທີ່ຈະລົງທຶນສິນຊັບໃດກໍຕາມ ຄວນຈະທຳຄວາມເຂົ້າໃຈກ່ຽວກັບສິນຊັບນັ້ນ ຊອກຫາກ່ຽວກັບປະຫວັດໃນຕະຫຼາດຂອງຊິນຊັບນັ້ນ ເເລະ ປັດໄຈໃດເເດ່ທີ່ສົ່ງຜົນຕໍ່ສິນຊັບນັ້ນ ສຸດທ້າຍຄືການຍອມຮັບຄວາມສ່ຽງທີ່ຈະຕາມມາໃນການລົງທຶນ

ຕົວຢ່າງ: ໃນຊ່ວງທີ່ຕະຫຼາດ Crypto ມີຄວາມຜັນຜວນທີ່ສຸດ, ນັກລົງທຶນບາງຄົນອາດລໍຖ້າໃຫ້ຕະຫຼາດມີຄວາມຜັນຜວນ ເເລະ ຄວາມສ່ຽງໜ້ອຍລົງ, ເເຕ່ນັກລົງທຶນບາງຄົນອາດລໍຖ້າຈັງຫວະນີ້ ເເລະ ເບິ່ງເຫັນໂອກາດທີ່ຈະເຮັດກຳໄລໃນໄລຍະສັ້ນນີ້. ບໍ່ວ່າຈະເເມ່ນກົນລະຍຸດເເບບໃດ ຫາກເຮົາສຶກສາ ເເລະ ເຂົ້າໃຈພຶ້ນຖານຂອງສິນຊັບ ເເລະ ຕະຫຼາດ ນັ້ນມາເປັນຢ່າງດີເເລ້ວ ກໍມີໂອກາດຫຼາຍທີ່ຈະໄດ້ຮັບຄວາມສຳເລັດ.

  • ການມີສະຕິ ເເລະ ການອົດທົນ

ນັກລົງທຶນບໍ່ວ່າຈະເເມ່ນໜ້າໃໝ່ ຫຼື ໜ້າເກົ່າ ເມື່ອຕະຫຼາດມີຄວາມຜັນຜວນຢ່າງຮຸນເເຮງ ມັກຈະເກີດອາການຕົກໃຈ ເເລະ ມີຄວາມກັງວົນຫຼາຍ, ຈົ່ງຕັ້ງສະຕິ ເເລະ ຊອກຫາໂອກາດທີ່ຈະເຮັດກຳໄລຈາກຕະຫຼາດ, ຄວນຮູ້ວ່າເວລາໃດ ຄວນຈະຖືຫຼຽນໄລຍະຍາວ ຫຼື ເວລາໃດຄວນຈະເກັງກຳໄລໃນໄລຍະສັ້ນ ເວົ້າງ່າຍໆກໍຄືການເເນມຫາໂອກາດໃນການເຮັດກຳໄລເພື່ອໃຫ້ໄດ້ປະສິດທິພາບຫຼາຍຂຶ້ນໃນການລົງທຶນນັ້ນເອງ

ຕົວຢ່າງ: ຫຼຽນ Bitcoin ໃນຕະຫຼາດໃນຊ່ວງໄລຍະໜຶ່ງ ອາດມີຄວາມຜັນຜວນຂຶ້ນລົງໃນຂອບເຂດ 1500 ໂດລາ, ເຊິ່ງຖືວ່າມີຄວາມສ່ຽງ ເເລະ ຄວາມຜັນຜວນຫຼາຍ. ເເຕ່ຖ້າຫາກເຮົາເບິ່ງພາບລວມໃນຊ່ວງເວລາ 30, 60 ເເລະ 120 ວັນກ່ອນໜ້ານີ້ ເຮົາອາດຈະເຫັນໄດ້ວ່າ ລາຄາຂອງ Bitcoin ມີຄວາມຜັນຜວນໜ້ອຍລົງ

ດັ່ງນັ້ນ, ເຮົາຄວນຮູ້ຈັກເບິ່ງຕະຫຼາດໃນພາບລວມ ເພື່ອເຮັດໃຫ້ເຮົາສາມາດຕັດສິນໃຈໄດ້ເດັດຂາດກວ່າເກົ່າ, ການອົດ ເເລະ ມີສະຕິຊ່ວຍໃຫ້ເຮົາສາມາດເບິ່ງເຫັນກຳໄລໃນໄລຍະຍາວ    ເເລະ ອາດຈະເປັນກົນລະຍຸດທີ່ດີທີ່ສຸດກໍເປັນໄດ້.

  • ທຳຄວາມເຂົ້າໃຈຢ່າງລະອຽດກ່ຽວກັບຄວາມສ່ຽງທີ່ຈະເກີດຂຶ້ນ

ໃນຂະນະທີ່ທ່ານກໍາລັງສຶກສາ ແລະ ມີຄວາມສົນໃຈໃນການລົງທຶນ. ຖ້າພະຍາຍາມສຶກສາ ແລະ ສັງເກດຄວາມເປັນໄປໄດ້ຂອງຕະຫຼາດ ໃນຂະນະທີ່ລາຄາຂອງ Crypto ເກີດມີການຄວາມຜັນຜວນສູງ ນັ້ນກໍສະເເດງວ່າ ນັກລົງທຶນຈະມີຄວາມສ່ຽງສູງ. ຖ້າຫາກຮູ້ວ່າຕົວເອງຕິດລົບ ຫຼື ຂາດທຶນ? ເຈົ້າຈະມີວິທີເເກ້ໄຂ ເເລະ ປະເມີນຄວາມເສຍຫາຍນີ້ດ້ວຍວິທີໃດ? ເຈົ່້າສາມາດລົງທຶນເພີ່ມເຕີມ ເພື່ອປັບຕົວສໍາລັບການສູນເສຍຫຼັກຊັບຂອງເຈົ້າໄດ້ຫຼືບໍ່? ເເລະ ເຈົ້າສາມາດຕັ້ງເປົ້າໝາຍໃນການລົງທຶນໂດຍນຳໃຊ້ກົນລະຍຸດທີ່ໃຊ້ຢູ່ໄດ້ຫຼືບໍ່?

ເເຕ່ໃນທ້າຍທີ່ສຸດເເລ້ວ ວິທີການລົງທຶນທີ່ດີກໍຄື ການທີ່ເຮົາບໍ່ເອົາເງິນທັງໝົດໄປສຸມໃສ່ສິນຊັບລົງທຶນໃດໜຶ່ງ, ການລົງທຶນໂດຍເເບ່ງເງິນໃຫ້ເທົ່າໆກັນ ເເລະ ທະຍ່ອຍລົງທຶນຢ່າງສະໝ່ຳສະເໝີ ເເມ່ນການລົງທຶນທີ່ເຫັນຜົນ ເເລະ ດີທີ່ສຸດ. ໂດຍສະເພາະໃນຊ່ວງທີ່ຕະຫຼາດມີຄວາມຜັນຜວນ ການທີ່ເອົາກົນລະຍຸດນີ້ໄປປັບເເຕ່ງໃຊ້ກັບກົນລະຍຸດອື່ນໆ ຈະຊ່ວຍໃຫ້ການລົງທຶນມີຄວາມຜັນຜວນໃນຫຼັກຊັບໜ້ອຍລົງ ບໍ່ວ່າຕະຫຼາດຈະເປັນຂາຂຶ້ນ ຫຼື ຂາລົງ ເເລະ ຍັງຊ່ວຍລົດຄວາມສ່ຽງທີ່ຈະໄດ້ຮັບອີກດ້ວຍ.

  • ການວາງເເຜນ

ຫາກເຈົ້າສຶກສາ, ຄົ້ນຄວ້າ ເເລະ ວາງເເຜນການລົງທຶນຢ່າງດີເເລ້ວ 3 ສິ່ງນີ້ຈະຊ່ວຍໃຫ້ທ່ານຮັບມືກັບຄວາມກັງວົນໃນເລື່ອງຄວາມຜັນຜວນຂອງຕະຫຼາດ Crypto ໄດ້ຢ່າງມີປະສິດທິພາບ.

ການວາງແຜນກົນລະຍຸດການລົງທຶນໄວ້ລ່ວງໜ້າ ເກີດ​ຂຶ້ນ​ຈາກ​ການ​ສັງ​ເກດ​ການ​ ແລະ ຕິດຕາມການເຄື່ອນໄຫວຂອງຕະຫຼາດຢ່າງຕໍ່ເນື່ອງ ເມື່ອພວກເຮົາມີປະສົບການຫຼາຍຂຶ້ນ ພວກເຮົາຈະສາມາດຈື່ຈໍາ ແລະສ້າງເເຜນການລົງທຶນ ເເລະ ກົນລະຍຸດໄວ້ຢູ່ໃນຫົວຂອງເຮົາ ແລະ ບໍ່ຕົກໃຈເມື່ອຕະຫຼາດມີການປ່ຽນແປງ.

ເມື່ອລາຄາຂອງຕະຫຼາດມີການເພິ່ມຂຶ້ນ ຫຼື ຫຼຸດລົງ ພວກເຮົາຈະຮູ້ວ່າພວກເຮົາຄວນປະຕິບັດແນວໃດ ເຊັ່ນ: ການເປີດຕໍາ positionໃໝ່ຫຼື ການຊື້ສິນຊັບເພີ່ມເຕີມເຂົ້າໄປໃນຫຼັກຊັບ.

ຈາກເນື້ອຫາທີ່ກ່າວມາຂ້າງເທິງນີ້ຈະສາມມາດຊ່ວຍໃຫ້ທ່ານຕັດສິນໃຈໃນການລົງທຶນບໍ່ວ່າຈະເປັນກົນລະຍຸດໃດ ທຸກກົນລະຍຸດຍ່ອມມີຂໍ້ດີ ເເລະ ຂໍ້ເສຍເເຕກຕ່າງກັນ ເເຕ່ເຮົາສາມາດຫຼຸດການສູນເສຍ ເເລະ ເພິ່ມຜົນກຳໄລຂຶ້ນໄດ້.

ທີ່ມາ : https://cutt.ly/08r3rQm

https://cutt.ly/08r3tHi
https://cutt.ly/A8r3uto
**ໝາຍເຫດ : ການລົງທຶນມີຄວາມສ່ຽງ ສະກຸນເງິນດິຈິຕອນແຕ່ລະສະກຸນມີຄວາມແຕກຕ່າງກັນ ຄວນສຶກສາຂໍ້ມູນໃຫ້ລະອຽດທຸກຄັ້ງກ່ອນລົງທຶນ.

More Videos

Video Playlist
1/10 videos
1
bitqik Academy Live ep15
bitqik Academy Live ep15
01:04:48
2
bitqik Academy Live ep15
bitqik Academy Live ep15
3
bitqik Academy Live ep14: ການບໍລິຫານເງິນ ແລະ ພອສການລົງທຶນຂອງຕົວເອງ(Money management)
bitqik Academy Live ep14: ການບໍລິຫານເງິນ ແລະ ພອສການລົງທຶນຂອງຕົວເອງ(Money management)
01:16:04
4
ເກມທວາຍຄຳຊັບ Crypto ຈາກຮູບພາບ #shorts
ເກມທວາຍຄຳຊັບ Crypto ຈາກຮູບພາບ #shorts
01:23
5
Trick and Trade EP0
Trick and Trade EP0
54
6
🔴bitqik Aacademy Live ep 11: ສອນການໃຊ້ງານແອັບເບື້ອງຕົ້ນ
🔴bitqik Aacademy Live ep 11: ສອນການໃຊ້ງານແອັບເບື້ອງຕົ້ນ
01:01:46
7
bitqik Academy Live EP10:ປັດໃຈສໍາຄັນທີ່ສຸດໃນການລົງທຶນທຸກໆຕະຫຼາດແມ່ນການຄວບຄຸມຄວາມສ່ຽງ.
bitqik Academy Live EP10:ປັດໃຈສໍາຄັນທີ່ສຸດໃນການລົງທຶນທຸກໆຕະຫຼາດແມ່ນການຄວບຄຸມຄວາມສ່ຽງ.
01:06:22
8
Fiat VS Cryptocurrency 🚀
Fiat VS Cryptocurrency 🚀
48
9
bitqik Academy live ep9:ເປັນຫຍັງບິດຄິກຈຶ່ງ Rebrand? ພວກເຮົາມີບໍລິການຫຍັງແດ່ໃນປັດຈຸບັນ?
bitqik Academy live ep9:ເປັນຫຍັງບິດຄິກຈຶ່ງ Rebrand? ພວກເຮົາມີບໍລິການຫຍັງແດ່ໃນປັດຈຸບັນ?
01:01:26
10
bitqik Academy Live ep8: CPI ແມ່ນຫຍັງ? ມີຜົນແນວໃດຕໍ່ຕະຫຼາດ? ຄາດການຕະຫຼາດຈະໄປໃນທິດທາງໃດ?
bitqik Academy Live ep8: CPI ແມ່ນຫຍັງ? ມີຜົນແນວໃດຕໍ່ຕະຫຼາດ? ຄາດການຕະຫຼາດຈະໄປໃນທິດທາງໃດ?
42:53
About Us

bitqik INSIGHT, get our latest reports, covering all sorts of topics in the digital asset industry. From finance to economics, trends, and investment.

Services

© 2022-2023 bitqik Insight – All rights reserved.