ແຫຼ່ງຂໍ້ມູນ : www.makeuseof.com

ເມື່ອເວົ້າເຖິງການຂຸດ ຫຼາຍໆຄົນອາດຈະນຶກເຖິງການຂຸດ Bitcoin ເປັນຢ່າງທໍາອິດ, ເນື່ອງຈາກໃນປັດຈຸບັນ ຜູ້ຄົນໃຫ້ຄວາມສົນໃຈຫຼາຍໃນສະກຸນເງິນດິຈິຕອລ ເເລະ Bitcoin ກໍເປັນສະກຸນເງິນຫຼັກທີ່ມີລາຄາສູງທີ່ສຸດໃນໝູ່ Cryptocurrency ຈົນນັກລົງທຶນທີ່ມີຊື່ສຽງຫຼາຍຄົນໄດ້ໃຫ້ສາຍານາມວ່າເປັນ Digital Gold ເພາະຫຼຽນ Bitcoin ມີລັກສະນະຫຼາຍໆຢ່າງທີ່ຄ້າຍຄືທອງຄຳ ເເລະ ມີປະລິມານທີ່ຈຳກັດ.

ໃນມື້ນີ້ເຮົາຈະມາປຽບທຽບການຂຸດ Bitcoin ເເລະ ການຂຸດຄຳ ວ່າມີຄວາມເເຕກຕ່າງ ເເລະ ຄືກັນເເນວໃດ?

ລັກສະນະໃນການຂຸດ

  • ການຂຸດຄຳ

ການຂຸດຄົ້ນຄໍາ ຕ້ອງມີການສຳຫຼວດໃນບໍລິເວນນັ້ນ ແລະ ອື່ນໆ, ແລ້ວກໍລົງທຶນສ້າງເໝືອງຂຸດຄົ້ນບໍ່ແຮ່ໃນບໍລິເວນນັ້ນ, ແລ້ວນຳເອົາທອງຄຳມາຫຼອມເປັນຮູບເເບບທອງຄຳເເທ່ງ ຫຼື ເຄື່ອງປະດັບອື່ນໆ.

ຄຳສັບທີ່ໃຊ້ໃນອຸດສະກຳການຂຸດຄຳນີ້ມັກຈະເອີ້ນວ່າ “All-In Sustaining Cost” ໝາຍເຖິງຄ່າໃຊ້ຈ່າຍໃນການຜະລິດຄຳເພື່ອຄວາມຍືນຍົງ, ເຊິ່ງເເມ່ນການປະເມິນຕົ້ນທຶນສຳລັບຜູ້ຜະລິດທອງຄຳໃນເເຕ່ລະເຈົ້າວ່າ ຍັງຄົງໄດ້ຮັບກຳໄລ ເເລະ ມີຄວາມສາມາດໃນການຜະລິດຄໍາຕໍ່ໄປໄດ້ ຫຼື ບໍ່ ໃນອະນາຄົດ. All-In Sustaining Cost ປະກອບດ້ວຍຄ່າໃຊ້ຈ່າຍທຸກຢ່າງໃນບໍລິສັດທີ່ໃຊ້ໄປໃນການຂຸດຄົ້ນບໍ່ແຮ່ ລວມທັງຂະບວນການເເປຮູບທອງຄຳຄໍາ ເຊັ່ນ: ຄ່າແຮງງານ ແລະ ພະລັງງານ, ຄ່າຂົນສົ່ງ, ຄ່າສໍາປະທານ, ຄ່າຂຸດຄົ້ນ, ຄ່າອຸປະກອນ, ລວມທັງຄ່າໃຊ້ຈ່າຍທີ່ກ່ຽວຂ້ອງກັບອາຄານສຳນັກງານ.

ແຫຼ່ງທີ່ມາ : ambcrypto.com
  • ການຂຸດ Bitcoin

ການຂຸດຄົ້ນ Bitcoin ແມ່ນຂຸດຄົ້ນໂດຍໃຊ້ກຳລັງໄຟຟ້າ, ເຊິ່ງນິຍົມໃນການໃຊ້ Graphic card ຫຼື ການໃຊ້ເຄື່ອງຈັກຂຸດໂດຍສະເພາະທີ່ເອີ້ນວ່າ Application-Specific Integrated Circuit ຫຼື ASIC.

ສະຫຼັບຄຳສັບສະເພາະຂອງວົງການ Bitcoin ເເມ່ນ “Hash Rate” ຫຼື ກຳລັງການຄຳນວນທີ່ຜູ້ຂຸດໃຊ້ເພື່ອກວດສອບການດໍາເນີນປະມວນຜົນຂອງພວກເຂົາໃນ Proof OF Work . ເຊິ່ງຖືກນໍາໃຊ້ເພື່ອວັດຕັ້ງເເຕ່ລະດັບຂອງອຸປະກອນການຂຸດ ແລະ ລະບົບທັງໝົດ

ທຸກໆອຸປະກອນຕ້ອງການພະລັງງານໄຟຟ້າທີ່ມີໜ່ວຍເປັນ Watt, ຖ້າອຸປະກອນໃດໜຶ່ງມີ Hash Rate ຕໍ່າພາຍໃຕ້ການໃຊ້ Watt ເທົ່າກັນ, ນັ້ນກໍເເປວ່າ ອຸປະກອນນັ້ນຈະມີປະສິດທິພາບທີ່ບໍ່ດີ ເຮັດໃຫ້ເຮົາຕ້ອງໃຊ້ພະລັງງານໄຟຟ້າຫຼາຍຂຶ້ນເພື່ອຂຸດ bitcoins ໃນຈໍານວນເທົ່າກັນ. ນັ້ນໝາຍຄວາມວ່າ ຕົ້ນທຶນຂອງພວກເຮົາກໍຈະເພີ່ມຂຶ້ນຕາມ.

ແຫຼ່ງທີມາ: www.bloomberg.com

ເຊິ່ງພວກເຮົາຕ້ອງເບິ່ງວ່າກໍາລັງການຜະລິດ ຄ່າໃຊ້ຈ່າຍຂອງໄຟຟ້າທີ່ພວກເຮົາໃຊ້ ເມື່ອປຽບທຽບກັບອາຍຸການໃຊ້ງານຂອງເຄື່ອງຂຸດເຮົາ ມັນຈະຄຸ້ມກັບມູນຄ່າຂອງ bitcoins ທີ່ໄດ້ມາໃນເວລານັ້ນຫຼືບໍ່?

  • ຕົ້ນທຶນໃນການຜະລິດ
  • ທອງຄຳ ມີບໍລິສັດຂຸດທອງຄຳທີ່ໃຫຍ່ໆຢູ່ 5 ເເຫ່ງຄື :

Newmont                   935 ໂດລາ / oz

Barrick Gold Crop      870-980 ໂດລາ /oz

Kinross                      995 ໂດລາ / oz

AngloGold Ashanti     1029 ໂດລາ / oz

Gold Field                  965-1169 ໂດລາ / oz

ພວກ​ເຮົາ​ສາ​ມາດ​ສະຫຼຸບໄດ້ວ່າ​ ຄ່າ​ສະ​ເລ່ຍ​ທົ່ວ​ໂລກ​ໃນ​ປັດ​ຈຸ​ບັນ​ແມ່ນ​ປະ​ມານ 975 ໂດລາ / oz. ລາ​ຄາ​ນີ້​ບໍ່​ໄດ້​ລວມ​ເອົາຄ່າໃຊ້ຈ່າຍອື່ນໆອີກປະມານ 7.5%. ໝາຍ​ຄວາມ​ວ່າ​ລາ​ຄາ​ທີ່​ແທ້​ຈິງ​ຂອງການຂຸດທອງຄຳ​ແມ່ນ​ປະ​ມານ 1,060 ໂດລາ / oz.

  • Bitcoin: ຄ່າໃຊ້ຈ່າຍຂອງການຂຸດຄົ້ນ Bitcoin ສ່ວນໃຫຍ່ແມ່ນຂຶ້ນກັບ 2 ປັດໃຈ ຄື ກຳລັງການຂຸດຂອງເຄື່ອງຈັກວ່າມີຫຼາຍໜ້ອຍເທົ່າໃດ ເເລະ ຄ່າໄຟຟ້າສໍາລັບການຂຸດ ເຊິ່ງຄ່າໄຟໄຟ້ໃນລະປະເທດກໍຈະແຕກຕ່າງກັນ.
  • ປະລິມານທີ່ຂຸດໄດ້ຕໍ່ປີ
  • ທອງຄຳ: Newmont ຂຸດຄໍາປະມານ 3 ໂຕນ.

Barrick Gold Crop ຂຸດຄຳໄດ້ປະມານ 9 ໂຕນ.

Kinross ຂຸດຄໍາໄດ້ປະມານ 6 ໂຕນ.

AngloGold Ashanti ຂຸດຄຳໄດ້ປະມານ 79 ໂຕນ.

Gold Fields ຂຸດຄຳໄດ້ປະມານ 5 ໂຕນ.

ຈໍານວນການຂຸດຄໍາຍັງສາມາດເພີ່ມຂຶ້ນ ຫຼື ຫຼຸດລົງເລັກໜ້ອຍ, ໃນກໍລະນີທີ່ເໝືອງຕ້ອງການຂຸດເພີ່ມ ຫຼື ຫຼຸດຄວາມສາມາດໃນການຂຸດລົງ

  • Bitcoin: Bitcoin ຖືກ Fix ດ້ວຍ Code ເຮັດໃຫ້ໃນແຕ່ລະປີມີຄວາມສາມາດໃນການຜະລິດຄົງທີ່. ເຖິງເເມ່ນວ່າມີຜູ້ຂຸດເພິ່ມຂຶ້ນຫຼາຍປານໃດ ຫຼື ເຫຼືອພຽງແຕ່ຜູ້ດຽວທີ່ຂຸດ, Bitcoin ຈະຍັງຄົງມີປະລິມານການຜະລິດຄົງທີ່ຄືເກົ່າ ແລະ ອັດຕາຕົ້ນທຶນຂອງການຂຸດບິດຄອຍຢູ່ທີ່ 1 BTC ເທົ່າກັບ 16,500ໂດລາຕໍ່ບິດຄອຍ ນັ້ນສະແດງໃຫ້ເຫັນວ່າ ການຂຸດບິດຄອຍຖືກຄິດຕາມຄວາມສາມາດຂອງການລົງທຶນຂອງຄ່າໄຟຟ້າໃນປະເທດນັ້ນໆວ່າມີຕົ້ນທຶນດີກວ່າແຫຼ່ງອື່ນແນວໃດ ຍິ່ງຄ່າໄຟຟ້າຖືກ ຍິ່ງເປັນໂອກາດຂອງການລົງທຶນ
ແຫຼ່ງທີ່ມາ : ihodl.com

ສະຫຼຸບ ການຂຸດຂອງຄຳ ເເລະ Bitcoin ນັ້ນ ເເມ່ນໃຊ້ຂະບວນການຜະລິດທີ່ເອີ້ນວ່າຂຸດຄືກັນ ເເຕ່ໃນລາຍລະອຽດໃນການຂຸດນັ້ນເເຕກຕ່າງກັນ ຍ້ອນຄຸນນສົມບັດທີ່ມີຈຳກັດ ເເລະ ຜະລິດອອກມາຕໍ່ປີເເບບຈຳກັດ ຈຶ່ງເຮັດໃຫ້ທັງສອງມີລັກສະນະທີ່ຄ້າຍຄືກັນ.

ທີ່ມາ : https://cutt.ly/n32rVE3

https://cutt.ly/F32rMr7
https://cutt.ly/132r0iI
**ໝາຍເຫດ : ການລົງທຶນມີຄວາມສ່ຽງ ສະກຸນເງິນດິຈິຕອນແຕ່ລະສະກຸນມີຄວາມແຕກຕ່າງກັນ ຄວນສຶກສາຂໍ້ມູນໃຫ້ລະອຽດທຸກຄັ້ງກ່ອນລົງທຶນ.

More Videos

Video Playlist
1/10 videos
1
bitqik Academy Live ep15
bitqik Academy Live ep15
01:04:48
2
bitqik Academy Live ep15
bitqik Academy Live ep15
3
bitqik Academy Live ep14: ການບໍລິຫານເງິນ ແລະ ພອສການລົງທຶນຂອງຕົວເອງ(Money management)
bitqik Academy Live ep14: ການບໍລິຫານເງິນ ແລະ ພອສການລົງທຶນຂອງຕົວເອງ(Money management)
01:16:04
4
ເກມທວາຍຄຳຊັບ Crypto ຈາກຮູບພາບ #shorts
ເກມທວາຍຄຳຊັບ Crypto ຈາກຮູບພາບ #shorts
01:23
5
Trick and Trade EP0
Trick and Trade EP0
54
6
🔴bitqik Aacademy Live ep 11: ສອນການໃຊ້ງານແອັບເບື້ອງຕົ້ນ
🔴bitqik Aacademy Live ep 11: ສອນການໃຊ້ງານແອັບເບື້ອງຕົ້ນ
01:01:46
7
bitqik Academy Live EP10:ປັດໃຈສໍາຄັນທີ່ສຸດໃນການລົງທຶນທຸກໆຕະຫຼາດແມ່ນການຄວບຄຸມຄວາມສ່ຽງ.
bitqik Academy Live EP10:ປັດໃຈສໍາຄັນທີ່ສຸດໃນການລົງທຶນທຸກໆຕະຫຼາດແມ່ນການຄວບຄຸມຄວາມສ່ຽງ.
01:06:22
8
Fiat VS Cryptocurrency 🚀
Fiat VS Cryptocurrency 🚀
48
9
bitqik Academy live ep9:ເປັນຫຍັງບິດຄິກຈຶ່ງ Rebrand? ພວກເຮົາມີບໍລິການຫຍັງແດ່ໃນປັດຈຸບັນ?
bitqik Academy live ep9:ເປັນຫຍັງບິດຄິກຈຶ່ງ Rebrand? ພວກເຮົາມີບໍລິການຫຍັງແດ່ໃນປັດຈຸບັນ?
01:01:26
10
bitqik Academy Live ep8: CPI ແມ່ນຫຍັງ? ມີຜົນແນວໃດຕໍ່ຕະຫຼາດ? ຄາດການຕະຫຼາດຈະໄປໃນທິດທາງໃດ?
bitqik Academy Live ep8: CPI ແມ່ນຫຍັງ? ມີຜົນແນວໃດຕໍ່ຕະຫຼາດ? ຄາດການຕະຫຼາດຈະໄປໃນທິດທາງໃດ?
42:53
About Us

bitqik INSIGHT, get our latest reports, covering all sorts of topics in the digital asset industry. From finance to economics, trends, and investment.

Services

© 2022-2023 bitqik Insight – All rights reserved.