Galois Capital ແມ່ນກອງທຶນ hedge fund ອີກເເຫ່ງທີ່ໄດ້ຮັບຜົນຈາກເຫດການລົ້ມລະລາຍຂອງ FTX, ອີງຈາກຂໍ້ມູນຂອງ Financial Time (FT), ກອງທຶນດັ່ງກ່າວຈະຖືກປິດຕົວລົງ ເເລະ ຊຳລະເງິນຄືນທັງໝົດໃຫ້ກັບບັນດານັກລົງທຶນ.

ໃນປີທີ່ຜ່ານມານີ້ Galois Capital ມີສິນຊັບຄຸ້ມຄອງທັງໝົດຫຼາຍກວ່າ 200 ລ້ານໂດລາ, ອີງຕາມເອກະສານທີ່ໄດ້ຮັບໂດຍ FT. ໃນປັດຈຸບັນກອງທຶນດັ່ງກ່າວໄດ້ແຈ້ງໃຫ້ນັກລົງທຶນໂຈະການຊື້ຂາຍທັງໝົດ. ຢ່າງໃດກໍ່ຕາມ ນັກລົງທຶນຍັງລໍຖ້າການປະກາດຢ່າງເປັນທາງການອີກຄັ້ງໃນໄວໆນີ້.

ເມື່ອບໍ່ດົນມານີ້ໃນເດືອນພະຈິກ ໄດ້ມີການຕັ້ງຂໍ້ສັງເກດວ່າ Galois Capital ໄດ້ລັອກເງິນຫຼາຍກ່ວາ 40 ລ້ານໂດລາຂອງກອງທຶນໄວ້ກັບ FTX, ເຖິງແມ່ນວ່າໄດ້ຍົກຍ້າຍຊັບສິນປະມານເຄິ່ງໜຶ່ງອອກໄປເເລ້ວ, ແຕ່ວ່າເງິນຈຳນວນນີ້ບໍ່ໄດ້ຖືກຖອນອອກກ່ອນເກີດການລົ້ມລະລາຍ.

Galois Capital ໄດ້ລະບຸໄວ້ໃນຈົດໝາຍວ່າ ລູກຄ້າທີ່ອ້າງເຖິງເອກະສານຂອງ FT ຈະໄດ້ຮັບເງິນຄືນ 90%, ສ່ວນທີ່ຍັງເຫຼືອ 10% ຈະຖືກລະງັບໄວ້ຊົ່ວຄາວ ແລະ ສົ່ງເງິນຄືນໃນພາຍຫຼັງຈາກສິ້ນສຸດການເຈລະຈາກັບຜູ້ບໍລິຫານ ແລະ ຜູ້ກວດສອບເປັນທີ່ຮຽບຮ້ອຍເເລ້ວ.

ທີ່ມາ : https://cutt.ly/N30HuAd

**ໝາຍເຫດ : ການລົງທຶນມີຄວາມສ່ຽງ ສະກຸນເງິນດິຈິຕອນແຕ່ລະສະກຸນມີຄວາມແຕກຕ່າງກັນ ຄວນສຶກສາຂໍ້ມູນໃຫ້ລະອຽດທຸກຄັ້ງກ່ອນລົງທຶນ.

More Videos

Video Playlist
1/10 videos
1
bitqik Academy Live ep15
bitqik Academy Live ep15
01:04:48
2
bitqik Academy Live ep15
bitqik Academy Live ep15
3
bitqik Academy Live ep14: ການບໍລິຫານເງິນ ແລະ ພອສການລົງທຶນຂອງຕົວເອງ(Money management)
bitqik Academy Live ep14: ການບໍລິຫານເງິນ ແລະ ພອສການລົງທຶນຂອງຕົວເອງ(Money management)
01:16:04
4
ເກມທວາຍຄຳຊັບ Crypto ຈາກຮູບພາບ #shorts
ເກມທວາຍຄຳຊັບ Crypto ຈາກຮູບພາບ #shorts
01:23
5
Trick and Trade EP0
Trick and Trade EP0
54
6
🔴bitqik Aacademy Live ep 11: ສອນການໃຊ້ງານແອັບເບື້ອງຕົ້ນ
🔴bitqik Aacademy Live ep 11: ສອນການໃຊ້ງານແອັບເບື້ອງຕົ້ນ
01:01:46
7
bitqik Academy Live EP10:ປັດໃຈສໍາຄັນທີ່ສຸດໃນການລົງທຶນທຸກໆຕະຫຼາດແມ່ນການຄວບຄຸມຄວາມສ່ຽງ.
bitqik Academy Live EP10:ປັດໃຈສໍາຄັນທີ່ສຸດໃນການລົງທຶນທຸກໆຕະຫຼາດແມ່ນການຄວບຄຸມຄວາມສ່ຽງ.
01:06:22
8
Fiat VS Cryptocurrency 🚀
Fiat VS Cryptocurrency 🚀
48
9
bitqik Academy live ep9:ເປັນຫຍັງບິດຄິກຈຶ່ງ Rebrand? ພວກເຮົາມີບໍລິການຫຍັງແດ່ໃນປັດຈຸບັນ?
bitqik Academy live ep9:ເປັນຫຍັງບິດຄິກຈຶ່ງ Rebrand? ພວກເຮົາມີບໍລິການຫຍັງແດ່ໃນປັດຈຸບັນ?
01:01:26
10
bitqik Academy Live ep8: CPI ແມ່ນຫຍັງ? ມີຜົນແນວໃດຕໍ່ຕະຫຼາດ? ຄາດການຕະຫຼາດຈະໄປໃນທິດທາງໃດ?
bitqik Academy Live ep8: CPI ແມ່ນຫຍັງ? ມີຜົນແນວໃດຕໍ່ຕະຫຼາດ? ຄາດການຕະຫຼາດຈະໄປໃນທິດທາງໃດ?
42:53
About Us

bitqik INSIGHT, get our latest reports, covering all sorts of topics in the digital asset industry. From finance to economics, trends, and investment.

Services

© 2022-2023 bitqik Insight – All rights reserved.