ການລົງທຶນໃນຕະຫຼາດ Crypto ມີຫຼາກຫຼາຍຮູບເເບບ ບໍ່ວ່າຈະເປັນການຊື້ຂາຍເເບບເກັງກຳໄລໃນໄລຍະສັ້ນ ຫຼື ການເຮັດກຳໄລຈາກການຄວາມຜັນຜວນໃນຕະຫຼາດ ໂດຍກົນລະຍຸດເຫຼົ່ານີ້ຕ້ອງໄດ້ອາໄສຈັງຫວະ, ຄວາມວ່ອງໄວ, ການວິເຄາະ ເເລະ ໃນຫຼາຍໆຄັ້ງເຮັດໃຫ້ເກີດຄວາມກັງວົນຕໍ່ນັກເທຣດໄດ້.

ໃນມື້ນີ້ເຮົາຈະມາເວົ້າເຖິງການລົງທຶນໄລຍະຍາວກັບກົນລະຍຸດທີ່ມີຄວາມຢືດຢຸ່ນ ເເລະ ໃຊ້ເວລາໜ້ອຍ ເເຖມຍັງມີຄວາມສ່ຽງໜ້ອຍອີກ!

  • ການລົງທຶນ Crypto ໄລຍະຍາວ

ນັກລົງທຶນອາດຈະເລືອກຫຼຽນຫຼັກໆທີ່ມີ Market Cap ສູງເຊັ່ນ Bitcoin, Ethereum… ຫຼື ອາດຈະເລືອກ Tether ເຊິ່ງເປັນ Stablecoin ກໍໄດ້ເຊັ່ນກັນ. ໂດຍການເລືອກລົງທຶນໃນຫຼຽນ crypto ນັກລົງທຶນສາມາດເລືອກຫຼຽນໄດ້ຕາມໃຈ ເເຕ່ສິ່ງສຳຄັນຄືການໝັ່ນຫາຂໍ້ມູນ ສຶກສາໂຄງສ້າງຂອງຫຼຽນ ເເລະ ຕິດຕາມຂ່າວສານຢູ່ສະເໝີ ເພື່ອນຳມາປະກອບການຕັດສິນໃຈໃນການລົງທຶນຫຼຽນນັ້ນໆ.

ຕົວຢ່າງກົນລະຍຸດໃນການລົງທຶນໄລຍະຍາວ

  • DCA (Dollar-Cost Average) ແມ່ນກົນລະຍຸດສະເລ່ຍຄ່າຕົ້ນທຶນ ເຊິ່ງໃຊ້ວິທີການລົງທຶນຢ່າງຕໍ່ເນື່ອງ, ແຕ່ລະໄລຍະທີ່ມີຈໍານວນເງິນລົງທຶນເທົ່າໆກັນ ໂດຍບໍ່ຄຳນຶງເຖິງລາຄາຂອງສິນຊັບໃນປະຈຸບັນ ແລະ ວິທີນີ້ຍັງຕັດເລື່ອງອາລົມ ເຮັດໃຫ້ການລົງທຶນມີລະບຽບເເບບເເຜນອີກດ້ວຍ ​ເຮົາ​ຈະ​ຊື້​​ໜ່ວຍລົງທຶນ ​ຫຼື ​ສິນຊັບ​ເພິ່ມຂຶ້ນຫາກ​ຖ້າ​ຫາກ​ວ່າ​ລາ​ຄາ​ຮຸ້ນ​ຫຼຸດ​ລົງແລະຈະສາມາດຊື້ໄດ້ໜ້ອຍລົງໃນຂະນະທີ່ລາຄາສິນຊັບເພີ່ມຂຶ້ນ.
  • – HODL (Hold On for Dear Life) ແມ່ນພຶດຕິກໍາການລົງທຶນໂດຍການຖືເງິນ crypto ເປັນ​ເວ​ລາ​ດົນ ໂດຍບໍ່ມີການຂາຍເຖິງແມ່ນວ່າຈະຢູ່ໃນຊ່ວງຕະຫຼາດໝີ (Bear Market) ຫຼື ວ່າລາຄາຈະຫຼຸດລົງຫຼາຍເທົ່າໃດ. ເວົ້າໄດ້ວ່າກົນລະຍຸດນີ້ຕ້ອງໄດ້ອາໄສຄວາມອົດທົນຫຼາຍພໍສົມຄວນ ແຕ່ຖ້າເຮົາມີຄວາມໝັ້ນໃຈໃນສິນຊັບນັ້ນ HODL ກໍເປັນກົນລະຍຸດທີ່ຫນ້າສົນໃຈ.

ສຸດທ້າຍນີ້, ບໍ່ວ່າຈະເປັນການລົງທຶນເເບບໃດກໍຍ່ອມມີຄວາມສ່ຽງ. ໂດຍສະເພາະຕະຫຼາດ crypto ທີ່ມີຄວາມຜັນຜວນສູງ ນັກລົງທຶນຄວນສຶກສາຢ່າງລະອຽດກ່ອນທີ່ຈະລົງທຶນ, ບໍລິຫານເງິນ ແລະ ຫຼັກຊັບການລົງທຶນຂອງຕົວເອງຢ່າງເໝາະສົມ.

ທີ່ມາ : https://cutt.ly/Y3GYK0p

https://cutt.ly/K3GYXAP
https://cutt.ly/D3GYMc0
https://cutt.ly/D3GY23R
https://cutt.ly/03GY8vj
**ໝາຍເຫດ : ການລົງທຶນມີຄວາມສ່ຽງ ສະກຸນເງິນດິຈິຕອນແຕ່ລະສະກຸນມີຄວາມແຕກຕ່າງກັນ ຄວນສຶກສາຂໍ້ມູນໃຫ້ລະອຽດທຸກຄັ້ງກ່ອນລົງທຶນ.

More Videos

Video Playlist
1/10 videos
1
bitqik Academy Live ep15
bitqik Academy Live ep15
01:04:48
2
bitqik Academy Live ep15
bitqik Academy Live ep15
3
bitqik Academy Live ep14: ການບໍລິຫານເງິນ ແລະ ພອສການລົງທຶນຂອງຕົວເອງ(Money management)
bitqik Academy Live ep14: ການບໍລິຫານເງິນ ແລະ ພອສການລົງທຶນຂອງຕົວເອງ(Money management)
01:16:04
4
ເກມທວາຍຄຳຊັບ Crypto ຈາກຮູບພາບ #shorts
ເກມທວາຍຄຳຊັບ Crypto ຈາກຮູບພາບ #shorts
01:23
5
Trick and Trade EP0
Trick and Trade EP0
54
6
🔴bitqik Aacademy Live ep 11: ສອນການໃຊ້ງານແອັບເບື້ອງຕົ້ນ
🔴bitqik Aacademy Live ep 11: ສອນການໃຊ້ງານແອັບເບື້ອງຕົ້ນ
01:01:46
7
bitqik Academy Live EP10:ປັດໃຈສໍາຄັນທີ່ສຸດໃນການລົງທຶນທຸກໆຕະຫຼາດແມ່ນການຄວບຄຸມຄວາມສ່ຽງ.
bitqik Academy Live EP10:ປັດໃຈສໍາຄັນທີ່ສຸດໃນການລົງທຶນທຸກໆຕະຫຼາດແມ່ນການຄວບຄຸມຄວາມສ່ຽງ.
01:06:22
8
Fiat VS Cryptocurrency 🚀
Fiat VS Cryptocurrency 🚀
48
9
bitqik Academy live ep9:ເປັນຫຍັງບິດຄິກຈຶ່ງ Rebrand? ພວກເຮົາມີບໍລິການຫຍັງແດ່ໃນປັດຈຸບັນ?
bitqik Academy live ep9:ເປັນຫຍັງບິດຄິກຈຶ່ງ Rebrand? ພວກເຮົາມີບໍລິການຫຍັງແດ່ໃນປັດຈຸບັນ?
01:01:26
10
bitqik Academy Live ep8: CPI ແມ່ນຫຍັງ? ມີຜົນແນວໃດຕໍ່ຕະຫຼາດ? ຄາດການຕະຫຼາດຈະໄປໃນທິດທາງໃດ?
bitqik Academy Live ep8: CPI ແມ່ນຫຍັງ? ມີຜົນແນວໃດຕໍ່ຕະຫຼາດ? ຄາດການຕະຫຼາດຈະໄປໃນທິດທາງໃດ?
42:53
About Us

bitqik INSIGHT, get our latest reports, covering all sorts of topics in the digital asset industry. From finance to economics, trends, and investment.

Services

© 2022-2023 bitqik Insight – All rights reserved.