Grayscale Investments ຫຼື Grayscale ເເມ່ນບໍລິສັດດ້ານການລົງທຶນ ແລະ ຈັດການກອງທຶນ Crypyo ລະດັບໂລກ ທີ່ມີກອງທຶນສິນຊັບດິຈິຕອລເຖິງ 17 ກອງທຶນ, ມີທັງກອງທຶນເເບບ Single Asset, Diversified ແລະ ETF.

Grayscale ກໍ່ຕັ້ງຂຶ້ນໃນປີ 2013, ພາຍໃຕ້ການຄຸ້ມຄອງດູເເລຂອງ US SEC, ຜະລິດຕະພັນທໍາອິດທີ່ປ່ອຍອອກມາໄດ້ເເກ່ ກອງທຶນ Grayscale Bitcoin Trust ໃນປີ 2013 ອີງຕາມຂໍ້ມູນຈາກເວັບໄຊທ໌ Kevinrooke. Grayscale Investment ເປັນກອງທຶນທີ່ຖືຄອງ bitcoin ຫຼາຍທີ່ສຸດໃນໂລກ ນີ້ອາດເປັນສາເຫດທີ່ນັກລົງທຶນໃນຕະຫຼາດ crypto ຕິດຕາມການເຄື່ອນໄຫວກອງທຶນ Greyscale ຢູ່ຕະຫຼອດເວລາ.

ແຫຼ່ງທີ່ມາ :watcher.guru
  • ຜະລິດຕະພັນຂອງ Grayscale
  • Single Asset Products
  • Privacy: ກອງທຶນໃນກຸ່ມນີ້ຈະສຸມໃສ່ cryptocurrencies ທີ່ກ່ຽວຂ້ອງກັບການໃຫ້ບໍລິການດ້ານຄວາມປອດໄພສໍາລັບຜູ້ໃຊ້ໃນ Blockchain ຫຼື ແອັບພລິເຄຊັນຕ່າງໆເຊັ່ນ Grayscale Basic Attention Token Trust Fund, ເຊິ່ງຈະລົງທຶນໃນຫຼຽນ BAT ແລະອື່ນໆ.
  • Data: ສຸມໃສ່ໂປໂຕຄອລທີ່ໃຫ້ບໍລິການດ້ານຂໍ້ມູນກັບແອັບພລິເຄຊັນ ໂດຍຜ່ານຂໍ້ມູນ Off-Chain ຫຼື ບໍລິການ SaaS ອື່ນໆເຊັ່ນ ກອງທຶນ Grayscale Chainlink Trust ທີ່ລົງທຶນໃນຫຼຽນ LINK.
  • Store of Value: ເປັນຫຼຽນທີ່ມີຄວາມເຂັ້ມແຂງຕໍ່ນະໂຍບາຍການເງິນ ແລະ ມີຄຸນສົມບັດທີ່ສາມາດໃຊ້ເພື່ອເກັບຮັກສາມູນຄ່າໄດ້. ໃນປັດຈຸບັນ, ຫຼຽນດຽວທີ່ມີຄຸນສົມບັນນັ້ນ ແມ່ນ Bitcoin, ເຊິ່ງ Grayscale ກໍມີກອງທຶນ Grayscale Bitcoin Trust.
  • Application Layer: Decentralized Blockchain Cryptocurrency ສາມາດສ້າງແອັບພລິເຄຊັນໃນນັ້ນໄດ້ ເເລະ ມີຫຼາຍກອງທຶນເຊັ່ນ: Grayscale Ethereum Trust, Grayscale Solana Trust, Greyscale Stellar Lumens Trust.
  • Payments: ເເມ່ນໂປໂຕຄອລທີ່ອໍານວຍຄວາມສະດວກໃນການເຮັດທຸລະກໍາໃນ Blockchain ເຊັ່ນ: ກອງທຶນ Grayscale Bitcoin Cash Trust ທີ່ລົງທຶນໃນ BCH.
  • Gaming: ກຸ່ມຂອງເກມ ແລະ ໂລກ virtual (Virtual World) ທີ່ນຳເອົາເທັກໂນໂລຍີ Blockchain ໄປໃຊ້ໄດ້ເເກ່ ກອງທຶນ Grayscale Decentraland Trust ລົງທຶນໃນ MANA, ຫຼຽນຂອງ Decentraland. ນອກຈາກນັ້ນ, ຍັງມີການເຮັດລາຍງານເພື່ອອະທິບາຍສະພາບລວມ ແລະ ແນວໂນ້ມການຂະຫຍາຍຕົວຂອງເເພລັດຟອມ Decentraland ອີກດ້ວຍ.
ແຫຼ່ງທີ່ມາ: cointelegraph.com

ເເບ່ງເປັນ 3 ກອງທຶນໄດ້ເເກ່ :

  • Diversified Products
  • ກອງທຶນ Grayscale Digital Large Cap Fund: ແມ່ນກອງທຶນທີ່ສຸມໃສ່ການລົງທຶນໃນຫຼຽນ crypto ຂະຫນາດໃຫຍ່
  • ກອງທຶນ Grayscale Decentralized Finance Fund: ເປັນກອງທຶນທີ່ລົງທຶນໃນຫຼຽນທີ່ກ່ຽວຂ້ອງກັບ Decentralized Finance (DeFi) ໃນດ້ານຕ່າງເຊັ່ນ: ການກູ້ຢືມ, ການຄ້າ, ການປະກັນໄພເປັນຕົ້ນ.
  • ກອງທຶນ Grayscale Smart Contract Platform Ex-Ethereum Fund: ແມ່ນກອງທຶນທີ່ລົງທຶນໃນຫຼຽນທີ່ກ່ຽວຂ້ອງກັບSmart Contract, ແຕ່ບໍ່ລວມເອົາຫຼຽນທີ່ມີ Market Share ສູງສຸດໃນ Smart Contract
ແຫຼ່ງທີ່ມາ : www.supercryptonews.com
  • 6 ເຫດຜົນທີ່ Grayscale Investments ເຊື່ອໝັ້ນ Bitcoin ແລະ ຊື້ເພິ່ມເມື່ອມີໂອກາດ
  1. ການສະໜອງຂອງ Bitcoin ແມ່ນຈໍາກັດຢູ່ທີ່ 21 ລ້ານຫຼຽນ, ຕ່າງຈາກການສະໜອງເງິນທີ່ບໍ່ຈໍາກັດ, ເງິນສາມາດຜະລິດໄດ້ຢ່າງບໍ່ມີກໍານົດຕາມຄວາມຕ້ອງການ ແລະ ມີເຫດຜົນຮອງຮັບມັນຢູ່ສະເໝີ. ຍິ່ງເງິນມີໃນລະບົບຫຼາຍເທົ່າໃດ ອັດຕາເງິນເຟີ້ຍິ່ງສູງເທົ່ານັ້ນ.
  • Bitcoin ເປັນທີ່ຮັບການຍອມຮັບຫຼາຍຂຶ້ນໃນຖານະສິນຊັບທີ່ສ້າງມູນຄ່າ, ເນື່ອງຈາກ Bitcoin ມີຄວາມປອດໄພ, ມີການປ້ອງກັນທີ່ດີຕໍ່ກັບອັດຕາເງິນເຟີ້ ແລະ ການເສື່ອມລາຄາຂອງສະກຸນເງິນ. ໂດຍມູນຄ່າຂອງ Bitcoin ຄ່ອຍໆເພີ່ມຂຶ້ນກາຍເປັນຜູ້ນໍາທີ່ເດັ່ນຊັດຂອງປະເພດຊັບສິນໃໝ່ທີ່ເອີ້ນວ່າ Cryptocurrencies ແລະ ສ້າງມູນຄ່າຕະຫຼາດຂອງ 1 ພັນຕື້ໂດລາ ໃນເວລາສັ້ນໆ
  • ນັກລົງທຶນ ແລະ ບໍລິສັດຂະໜາດໃຫຍ່ຂັບເຄື່ອນດ້ວຍ Bitcoin. ຈາກອັດຕາເງິນເຟີ້ທີ່ສູງຂຶ້ນ, ຫຼາຍໆບໍລິສັດຊັ້ນນໍາຂອງໂລກໄດ້ເລືອກ bitcoin ເປັນຊັບສິນໃນຄັງ ເພື່ອສ້າງຄວາມເຂັ້ມແຂງສຳລັບຫຼັກຊັບການລົງທຶນຂອງພວກເຂົາເພື່ອປ້ອງກັນຄວາມສ່ຽງທີ່ອາດເກີດຂື້ນ.
  • ຄຸນສົມບັດຂອງ Bitcoin ແມ່ນເໜືອກວ່າຄຸນສົມບັດເງິນໃນຫຼາຍໆປະເພດ.
  • Bitcoin ເປັນເງິນທີ່ອິດສະຫຼະ
  • Bitcoin ປຽບເໝືອນທອງຄໍາ Bitcoin ເອີ້ນໄດ້ວ່າ “ເເມ່ນທອງຄໍາດິຈິຕອລ” ໂດຍຄຸນສົມບັດທີ່ເໜືອກວ່າທອງຄໍາ ທັງການສະໜອງຂອງ bitcoins ທີ່ຈໍາກັດກ່ວາທອງຄໍາ, ເຖິງແມ່ນວ່າ bitcoin ບໍ່ສາມາດຈັບຕ້ອງໄດ້ຄືທອງຄໍາ ເເຕ່ຄວາມສາມາດໃນການໂອນຍ້າຍ, ການຂົນສົ່ງ ແລະ ຈັດເກັບຮັກສາໄວ້ງ່າຍກ່ວາທອງຄໍາ.
  • Grayscale ຖືຄອງ cryptocurrencies ໃດເເນ່?

Grayscale ມີການພິຈາລະນາ ແລະ ກໍານົດຊັບສິນທີ່ຢູ່ພາຍໃຕ້ເງື່ອນໄຂທີ່ສາມາດໃຊ້ໃນການລົງທຶນໄດ້ ລວມທັງຊັບສິນພາຍໃຕ້ການພິຈາລະນາໃນການເຂົ້່າລົງທຶນ ເຊິ່ງຈະຖືກປະກາດຜ່ານເວັບໄຊທ໌ພາຍໃຕ້ຫົວຂໍ້ “Assets Under Consideration and Current Products”

ການອັບເດດຂໍ້ມູນຫຼ້າສຸດໄດ້ຈັດຂຶ້ນໃນວັນທີ 6 ເດືອນເມສາປີ 2022, ໂດຍໃນຄັ້ງນີ້ໄດ້ມີການເພີ່ມລາຍຊື່ຫຼຽນ cryptocurrencies ທີ່ສາມາດລົງທຶນໄດ້ຈຳນວນ 5 ຫຼຽນໄດ້ເເກ່: Avalanche (AVAX), Algorand (ALGO), Cosmos (ATOM), Polkadot (DOT), ແລະ Polygon (MATIC).

ນອກຈາກນັ້ນ ມີຫຼຽນ crypto ທີ່ກໍາລັງພິຈາລະນາການເຂົ້າໃນລົງທຶນຂອງ Grayscale ອີກ 45 ຫຼຽນ ພາຍໃຕ້ຫົວຂໍ້ ” Assets Under Consideration” ເຊິ່ງຫຼຽນດັ່ງກ່າວມີໂອກາດທີ່ຈະຖືກເພີ່ມເຂົ້າໃນລາຍຊື່ຫຼຽນການລົງທຶນໃນອະນາຄົດ.

ສະຫຼຸບ, Grayscale ເປັນຜູ້ອອກກອງທຶນທີ່ສຸມໃສ່ການລົງທຶນໃນຊັບສິນດິຈິຕອລ. ໃນປັດຈຸບັນມີ 17 ກອງທຶນທີ່ມີນະໂຍບາຍການລົງທຶນທີ່ແຕກຕ່າງກັນ ອີກທັງຍັງມີການປັບຫຼັກຊັບໃນການລົງທຶນເປັນປະຈໍາ. ໂດຍກອງທຶນທີ່ມີ AUM ສູງສຸດແມ່ນ Grayscale Bitcoin Trust, ກອງທຶນທໍາອິດຂອງ Grayscale ແລະ ຍັງເປັນກອງທຶນທີ່ຖື Bitcoin ຫຼາຍທີ່ສຸດ.

ທີ່ມາ : https://cutt.ly/O3O8lJf

https://cutt.ly/a3O8bkD
https://cutt.ly/S3O8n4k
**ໝາຍເຫດ : ການລົງທຶນມີຄວາມສ່ຽງ ສະກຸນເງິນດິຈິຕອນແຕ່ລະສະກຸນມີຄວາມແຕກຕ່າງກັນ ຄວນສຶກສາຂໍ້ມູນໃຫ້ລະອຽດທຸກຄັ້ງກ່ອນລົງທຶນ.

More Videos

Video Playlist
1/10 videos
1
bitqik Academy Live ep15
bitqik Academy Live ep15
01:04:48
2
bitqik Academy Live ep15
bitqik Academy Live ep15
3
bitqik Academy Live ep14: ການບໍລິຫານເງິນ ແລະ ພອສການລົງທຶນຂອງຕົວເອງ(Money management)
bitqik Academy Live ep14: ການບໍລິຫານເງິນ ແລະ ພອສການລົງທຶນຂອງຕົວເອງ(Money management)
01:16:04
4
ເກມທວາຍຄຳຊັບ Crypto ຈາກຮູບພາບ #shorts
ເກມທວາຍຄຳຊັບ Crypto ຈາກຮູບພາບ #shorts
01:23
5
Trick and Trade EP0
Trick and Trade EP0
54
6
🔴bitqik Aacademy Live ep 11: ສອນການໃຊ້ງານແອັບເບື້ອງຕົ້ນ
🔴bitqik Aacademy Live ep 11: ສອນການໃຊ້ງານແອັບເບື້ອງຕົ້ນ
01:01:46
7
bitqik Academy Live EP10:ປັດໃຈສໍາຄັນທີ່ສຸດໃນການລົງທຶນທຸກໆຕະຫຼາດແມ່ນການຄວບຄຸມຄວາມສ່ຽງ.
bitqik Academy Live EP10:ປັດໃຈສໍາຄັນທີ່ສຸດໃນການລົງທຶນທຸກໆຕະຫຼາດແມ່ນການຄວບຄຸມຄວາມສ່ຽງ.
01:06:22
8
Fiat VS Cryptocurrency 🚀
Fiat VS Cryptocurrency 🚀
48
9
bitqik Academy live ep9:ເປັນຫຍັງບິດຄິກຈຶ່ງ Rebrand? ພວກເຮົາມີບໍລິການຫຍັງແດ່ໃນປັດຈຸບັນ?
bitqik Academy live ep9:ເປັນຫຍັງບິດຄິກຈຶ່ງ Rebrand? ພວກເຮົາມີບໍລິການຫຍັງແດ່ໃນປັດຈຸບັນ?
01:01:26
10
bitqik Academy Live ep8: CPI ແມ່ນຫຍັງ? ມີຜົນແນວໃດຕໍ່ຕະຫຼາດ? ຄາດການຕະຫຼາດຈະໄປໃນທິດທາງໃດ?
bitqik Academy Live ep8: CPI ແມ່ນຫຍັງ? ມີຜົນແນວໃດຕໍ່ຕະຫຼາດ? ຄາດການຕະຫຼາດຈະໄປໃນທິດທາງໃດ?
42:53
About Us

bitqik INSIGHT, get our latest reports, covering all sorts of topics in the digital asset industry. From finance to economics, trends, and investment.

Services

© 2022-2023 bitqik Insight – All rights reserved.