Keanu Reeves ນັກສະແດງຊາວແຄນາດາທີ່ມີຊື່ສຽງຈາກຮູບເງົາເລື່ອງ “The Matrix” ແລະ “John Wick” ໄດ້ສະແດງຄວາມຄິດເຫັນກ່ຽວກັບ Cryptocurrencies ໃນວາລະສານ Wired ວ່າ: “Cryptocurrencies ແມ່ນເຄື່ອງມືທີ່ສຸດຍອດຫຼາຍສໍາລັບການຊື້ຂາຍ ແລະ ການແຈກຢາຍຊັບພະຍາກອນ”

ໃນການສໍາພາດຫຼ້າສຸດຂອງ Keanu Reeves ເພື່ອໂປຣໂໝດຮູບເງົາເລື່ອງໃໝ່ “John Wick 4” Keanu Reeves ກ່າວວ່າ “ຂ້ອຍຄິດວ່າຫຼັກການ ແລະ ແນວຄວາມຄິດທີ່ຢູ່ເບື້ອງຫລັງ Cryptocurrency ເເມ່ນສຸດຍອດຫຼາຍ” ເເລະ ກ່າວຕື່ມວ່າ “ສໍາລັບຄຳດູຖູກ ແລະ ຄວາມຜັນຜວນຂອງ Cryptocurrencies. ສິ່ງເຫຼົ່ານີ້ຈະຊ່ວຍໃຫ້ Crypto ເຂັ້ມແຂງໃນດ້ານຂອງຄວາມປອດໄພ”

Reeves ມີຄວາມສົນໃຈໃນເທັກໂນໂລຢີເຊັ່ນ AI ແລະ NFTs, ລາວກ່າວວ່າ “ປະຊາຊົນໄດ້ເຕີບໃຫຍ່ຂຶ້ນດ້ວຍເຄື່ອງມືເຫຼົ່ານີ້ ພວກເຮົາຟັງເພງທີ່ສ້າງໂດຍ AI ໃນຮູບແບບດຽວກັນກັບ Nirvana ແລະ ເທັກໂນໂລຢີທີ່ກ່ຽວຂ້ອງເຊັ່ນ NFTs” ເເລະ ຍັງກ່າວຕື່ມອີກວ່າ “ຢ່າງໃດກໍຕາມ ຂ້ອຍມີຄວາມກັງວົນກ່ຽວກັບບໍລິສັດທີ່ຢູ່ເບື້ອງຫຼັງເຫຼົ່ານີ້ທີ່ກຳລັງຫາທາງຄວບຄຸມພວກມັນຢູ່”

ນອກ​ນີ້, Reeves ຍັງ​ໄດ້​ເປີດ​ເຜີຍ​ວ່າ​ ລາວຂ້ອນຂ້າງຫ່າງໄກຈາກໂລກ Crypto ແຕ່ລາວມີການ ‘HODL’ ເລັກນ້ອຍ ຫຼັງຈາກທີ່ໝູ່ຂອງລາວຊື້ມັນໃຫ້ລາວດົນນານມາແລ້ວ ແລະ ລາວບໍ່ໄດ້ເຮັດຫຍັງກ່ຽວກັບມັນເລີຍຍ. ໂດຍໃຫ້ເຫດຜົນວ່າ “ເພາະວ່າຂ້ອຍບໍ່ຈໍາເປັນຕ້ອງເຮັດຫຍັງ”

ທີ່ມາ : https://cutt.ly/N3Gjm7p

**ໝາຍເຫດ : ການລົງທຶນມີຄວາມສ່ຽງ ສະກຸນເງິນດິຈິຕອນແຕ່ລະສະກຸນມີຄວາມແຕກຕ່າງກັນ ຄວນສຶກສາຂໍ້ມູນໃຫ້ລະອຽດທຸກຄັ້ງກ່ອນລົງທຶນ.

More Videos

Video Playlist
1/10 videos
1
bitqik Academy Live ep15
bitqik Academy Live ep15
01:04:48
2
bitqik Academy Live ep15
bitqik Academy Live ep15
3
bitqik Academy Live ep14: ການບໍລິຫານເງິນ ແລະ ພອສການລົງທຶນຂອງຕົວເອງ(Money management)
bitqik Academy Live ep14: ການບໍລິຫານເງິນ ແລະ ພອສການລົງທຶນຂອງຕົວເອງ(Money management)
01:16:04
4
ເກມທວາຍຄຳຊັບ Crypto ຈາກຮູບພາບ #shorts
ເກມທວາຍຄຳຊັບ Crypto ຈາກຮູບພາບ #shorts
01:23
5
Trick and Trade EP0
Trick and Trade EP0
54
6
🔴bitqik Aacademy Live ep 11: ສອນການໃຊ້ງານແອັບເບື້ອງຕົ້ນ
🔴bitqik Aacademy Live ep 11: ສອນການໃຊ້ງານແອັບເບື້ອງຕົ້ນ
01:01:46
7
bitqik Academy Live EP10:ປັດໃຈສໍາຄັນທີ່ສຸດໃນການລົງທຶນທຸກໆຕະຫຼາດແມ່ນການຄວບຄຸມຄວາມສ່ຽງ.
bitqik Academy Live EP10:ປັດໃຈສໍາຄັນທີ່ສຸດໃນການລົງທຶນທຸກໆຕະຫຼາດແມ່ນການຄວບຄຸມຄວາມສ່ຽງ.
01:06:22
8
Fiat VS Cryptocurrency 🚀
Fiat VS Cryptocurrency 🚀
48
9
bitqik Academy live ep9:ເປັນຫຍັງບິດຄິກຈຶ່ງ Rebrand? ພວກເຮົາມີບໍລິການຫຍັງແດ່ໃນປັດຈຸບັນ?
bitqik Academy live ep9:ເປັນຫຍັງບິດຄິກຈຶ່ງ Rebrand? ພວກເຮົາມີບໍລິການຫຍັງແດ່ໃນປັດຈຸບັນ?
01:01:26
10
bitqik Academy Live ep8: CPI ແມ່ນຫຍັງ? ມີຜົນແນວໃດຕໍ່ຕະຫຼາດ? ຄາດການຕະຫຼາດຈະໄປໃນທິດທາງໃດ?
bitqik Academy Live ep8: CPI ແມ່ນຫຍັງ? ມີຜົນແນວໃດຕໍ່ຕະຫຼາດ? ຄາດການຕະຫຼາດຈະໄປໃນທິດທາງໃດ?
42:53
About Us

bitqik INSIGHT, get our latest reports, covering all sorts of topics in the digital asset industry. From finance to economics, trends, and investment.

Services

© 2022-2023 bitqik Insight – All rights reserved.