Changpeng Zhao “CZ” CEO ຂອງ Binance ກ່າວ ຈະສືບຕໍ່ສະໜັບບສະໜູນ BUSD ຕໍ່ໄປເຖິງແມ່ນວ່າ Paxos Trust Company ຜູ້ອອກຫຼຽນ Stablecoin Binance USD ຈະຖືກສັ່ງໃຫ້ຢຸດຕິການສ້າງຫຼຽນໂດຍ SEC ແລະ ໜ່ວຍງານຄຸ້ມຄອງຂອງນິວຢອກ.

ຕາມການລາຍງານໂດຍ Cointelegraph, ພະແນກການບໍລິການທາງດ້ານການເງິນນິວຢອກ (NYDFS) ໄດ້ສັ່ງໃຫ້ບໍລິສັດ Blockchain Paxos ຍຸຕິການອອກຫຼຽນ stabilitycoin BUSD ທີ່ຜູກກັບເງິນໂດລາ. ນອກຈາກນີ້ Paxos ຍັງໄດ້ຮັບແຈ້ງການຈາກຄະນະກໍາມະການຫຼັກຊັບ ແລະ ຕະຫຼາດຫຼັກຊັບສະຫະລັດ (SEC) ທີ່ກ່າວຫາວ່າ BUSD ເປັນຫຼັກຊັບທີ່ບໍ່ໄດ້ຈົດທະບຽນອີກດ້ວຍ.

ດ້ານ Binance CEO Changpeng Zhao “CZ” ໄດ້ບອກກ່າວເພື່ອເພີ່ມຄວາມໝັ້ນໃຈໃຫ້ຜູ້ໃຊ້ວ່າ ກອງທຶນມີຄວາມປອດໄພ ເຖິງວ່າຈະມີການບັງຄັບໃຊ້ກົດໝາຍດັ່ງກ່າວກໍຕາມ. ໃນກະທູ້ Twitter ໃນວັນທີ 13 ກຸມພາ, CZ ກ່າວວ່າ Paxos ຖືກຄວບຄຸມໂດຍ NYDFS ແລະ BUSD ແມ່ນ “Paxos ເປັນເຈົ້າຂອງ ແລະ ມີໜ້າທີ່ບໍລິຫານຄຸ້ມຄອງພຽງຜູ້ດຽວ”

Cz ກ່າວວ່າ Paxos ຈະຍົງຄົງເປີດໃຫ້ບໍລິການການຊື້ຂາຍ BUSD ແລະ ສາມາດຖອນຫຼຽນໄດ້ຄືເກົ່າ. ນອກຈາກນີ້ຍັງໄດ້ຮັບປະກັນວ່າ ເງິນທຶນສຳຮອງໄດ້ຮັບການກວດສອບຈາກຫຼາຍພາກສ່ວນ ເປັນຜົນກະທົບຈາກການດຳເນີນການບັງຄັບໃຊ້ກົດໝາຍ, CEO ຂອງ Binance ກ່າວວ່າ ມູນຄ່າລາຄາໃນຕະຫຼາດຂອງ BUSD ຈະຫຼຸດລົງເມື່ອເວລາຜ່ານໄປ ແລະ ທາງເວັບເທຣດຈະຄົ້ນຫາ Stablecoins ອື່ນໆທີ່ບໍ່ຖືກຜູກກັບເງິນໂດລາສະຫະລັດ.

ສີ່ງນີ້ອາດເຮັດໃຫ້ Binance ອາດຈະຕ້ອງພິຈາລະນາ “ໃນການປັບປ່ຽນຜະລິດຕະພັນ” ໂດຍການຍົກເລີກໃຫ້ BUSD ເປັນຄູ່ການຊື້ຂາຍຫຼັກສໍາລັບ tokens crypto ຈໍານວນຫຼາຍທີ່ມີຢູ່ໃນກະດານເທຣດ.  CEO ຂອງ Binance ຍັງໄດ້ເຕືອນວ່າການດຳເນີນການຂອງ SEC ແລະ NYDFS ມີຜົນກະທົບອັນໃຫຍ່ຫຼວງຕໍ່ການພັດທະນາຢ່າງຕໍ່ເນື່ອງຂອງລະບົບນິເວດ cryptocurrency:

“ຖ້າສານຕັດສິນວ່າ BUSD ເປັນຫຼັກຊັບ ສິ່ງນີ້ຈະສົ່ງຜົນກະທົບອັນເລິກເຊິ່ງຕໍ່ການພັດທະນາຂອງອຸດສາຫະກໍາ Crypto ໃນເຂດປົກຄອງທີ່ຄໍາຕັດສິນດັ່ງກ່າວຖືກຈັດຂຶ້ນ”

Zhao ຍັງໃຫ້ຂໍ້ສັງເກດວ່າ ເນື່ອງຈາກຄວາມບໍ່ແນ່ນອນດ້ານກົດລະບຽບ, ບໍລິສັດຈໍາເປັນຕ້ອງໄດ້ກວດສອບຄືນໂຄງການອື່ນໆ ທີ່ຢູ່ໃນເຂດອຳນາດທີ່ມີຄວາມສ່ຽງຕໍ່ການບັງຄັບໃຊ້ກົດໝາຍ “ເພື່ອຮັບປະກັນວ່າຜູ້ໃຊ້ຂອງພວກເຮົາໄດ້ຮັບການປົກປ້ອງຈາກອັນຕະລາຍທີ່ບໍ່ສົມຄວນໄດ້ຮັບ”

ທີ່ມາ : https://cutt.ly/H3TvmoY

**ໝາຍເຫດ : ການລົງທຶນມີຄວາມສ່ຽງ ສະກຸນເງິນດິຈິຕອນແຕ່ລະສະກຸນມີຄວາມແຕກຕ່າງກັນ ຄວນສຶກສາຂໍ້ມູນໃຫ້ລະອຽດທຸກຄັ້ງກ່ອນລົງທຶນ.

More Videos

Video Playlist
1/10 videos
1
bitqik Academy Live ep15
bitqik Academy Live ep15
01:04:48
2
bitqik Academy Live ep15
bitqik Academy Live ep15
3
bitqik Academy Live ep14: ການບໍລິຫານເງິນ ແລະ ພອສການລົງທຶນຂອງຕົວເອງ(Money management)
bitqik Academy Live ep14: ການບໍລິຫານເງິນ ແລະ ພອສການລົງທຶນຂອງຕົວເອງ(Money management)
01:16:04
4
ເກມທວາຍຄຳຊັບ Crypto ຈາກຮູບພາບ #shorts
ເກມທວາຍຄຳຊັບ Crypto ຈາກຮູບພາບ #shorts
01:23
5
Trick and Trade EP0
Trick and Trade EP0
54
6
🔴bitqik Aacademy Live ep 11: ສອນການໃຊ້ງານແອັບເບື້ອງຕົ້ນ
🔴bitqik Aacademy Live ep 11: ສອນການໃຊ້ງານແອັບເບື້ອງຕົ້ນ
01:01:46
7
bitqik Academy Live EP10:ປັດໃຈສໍາຄັນທີ່ສຸດໃນການລົງທຶນທຸກໆຕະຫຼາດແມ່ນການຄວບຄຸມຄວາມສ່ຽງ.
bitqik Academy Live EP10:ປັດໃຈສໍາຄັນທີ່ສຸດໃນການລົງທຶນທຸກໆຕະຫຼາດແມ່ນການຄວບຄຸມຄວາມສ່ຽງ.
01:06:22
8
Fiat VS Cryptocurrency 🚀
Fiat VS Cryptocurrency 🚀
48
9
bitqik Academy live ep9:ເປັນຫຍັງບິດຄິກຈຶ່ງ Rebrand? ພວກເຮົາມີບໍລິການຫຍັງແດ່ໃນປັດຈຸບັນ?
bitqik Academy live ep9:ເປັນຫຍັງບິດຄິກຈຶ່ງ Rebrand? ພວກເຮົາມີບໍລິການຫຍັງແດ່ໃນປັດຈຸບັນ?
01:01:26
10
bitqik Academy Live ep8: CPI ແມ່ນຫຍັງ? ມີຜົນແນວໃດຕໍ່ຕະຫຼາດ? ຄາດການຕະຫຼາດຈະໄປໃນທິດທາງໃດ?
bitqik Academy Live ep8: CPI ແມ່ນຫຍັງ? ມີຜົນແນວໃດຕໍ່ຕະຫຼາດ? ຄາດການຕະຫຼາດຈະໄປໃນທິດທາງໃດ?
42:53
About Us

bitqik INSIGHT, get our latest reports, covering all sorts of topics in the digital asset industry. From finance to economics, trends, and investment.

Services

© 2022-2023 bitqik Insight – All rights reserved.