Paypal ບໍລິສັດຍັກໃຫຍ່ທາງດ້ານການເງິນໄດ້ຕອບກັບຄຳຖາມຂອງສະມາຊິກໃນ Twitter ກ່ຽວກັບການຊຳລະໂດຍຫຼຽນ Shiba Inu (SHIB) ເຖິງເເພລັດຟອມຂອງພວກເຂົາ.

ໂດຍຄຳຂໍດັ່ງກ່າວເກີດຂຶ້ນຈາກສະມາຊິກຂອງກຸ່ມ SHIB Army ເຊິ່ງເປັນກຸ່ມທີ່ສະໜັບສະໜູນ ເເລະ ຫຼົງໄຫຼໃນຫຼຽນ.

ໃນວັນທີ 11 ເດືອນກຸມພາ ຜູ້ໃຊ້ຊື່ວ່າ AdRock_0x ຖາມ Paypal ວ່າ ຈະເພິ່ມ SHIB ເຂົ້າເພື່ອເປັນອີກໜຶ່ງທາງເລືອກໃນການຊຳລະເງິນ ຫຼືບໍ?

ບັນຊີສະໜັບສະໜູນຂອງ PayPal ໄດ້ຕອບກັບ ໂດຍໄດ້ໃຫ້ຄຳເເນະນຳ ເເລະ ບອກໃຫ້ຕິດຕໍ່ກັບ PayPal ໂດຍກົງຜ່ານການສົ່ງ direct message ເພື່ອສອບຖາມກ່ຽວກັບການຊຳລະເງິນດ້ວຍ Crypto.

ໃນເດືອນຕຸລາ ປີ 2020, ບໍລິສັດ PayPal ໄດ້ປະກາດວ່າ ອະນຸຍາດໃຫ້ຜູ້ໃຊ້ສາມາດຊື້, ຖືຄອງ ແລະ ຂາຍ Crypto ໃນເເພລັດຟອມຂອງພວກເຂົາ. ໂດຍຫຼຽນທີ່ໃຊ້ໃນໄດ້ໃນ Paypal ມີ 4 ຕົວຄື: Bitcoin, Ethereum, Bitcoin Cash ເເລະ Litecoin

ໃນເດືອນມິຖຸນາ ປີ 2020, PayPal ໄດ້ປະກາດວ່າຜູ້ໃຊ້ຢູ່ສະຫະລັດ ໃນປັດຈຸບັນສາມາດໂອນ Crypto, ລວມທັງ Bitcoin ໄປຫາ wallets ພາຍນອກໄດ້ເເລ້ວ. ເຊິ່ງກ່ອນໜ້ານັ້ນ ລູກຄ້າໃນອາເມຣິກາບໍ່ສາມາດຍ້າຍຫຼຽນ Crypto ຂອງເຂົາເຈົ້າອອກຈາກເເພລັດຟອມໄດ້.

ອີງຕາມ PayPal, ຄຸນສົມບັດໃໝ່ນີ້ໄດ້ຖືກເພີ່ມຫຼັງຈາກການຮ້ອງຂໍຈໍານວນຫລາຍຈາກຜູ້ໃຊ້, ນັບຕັ້ງແຕ່ບໍລິສັດອະນຸຍາດໃຫ້ຊື້ ແລະ ຂາຍ cryptocurrencies ໄດ້.

ທີ່ມາ : https://cutt.ly/F3mwIzh

**ໝາຍເຫດ : ການລົງທຶນມີຄວາມສ່ຽງ ສະກຸນເງິນດິຈິຕອນແຕ່ລະສະກຸນມີຄວາມແຕກຕ່າງກັນ ຄວນສຶກສາຂໍ້ມູນໃຫ້ລະອຽດທຸກຄັ້ງກ່ອນລົງທຶນ.

More Videos

Video Playlist
1/10 videos
1
bitqik Academy Live ep15
bitqik Academy Live ep15
01:04:48
2
bitqik Academy Live ep15
bitqik Academy Live ep15
3
bitqik Academy Live ep14: ການບໍລິຫານເງິນ ແລະ ພອສການລົງທຶນຂອງຕົວເອງ(Money management)
bitqik Academy Live ep14: ການບໍລິຫານເງິນ ແລະ ພອສການລົງທຶນຂອງຕົວເອງ(Money management)
01:16:04
4
ເກມທວາຍຄຳຊັບ Crypto ຈາກຮູບພາບ #shorts
ເກມທວາຍຄຳຊັບ Crypto ຈາກຮູບພາບ #shorts
01:23
5
Trick and Trade EP0
Trick and Trade EP0
54
6
🔴bitqik Aacademy Live ep 11: ສອນການໃຊ້ງານແອັບເບື້ອງຕົ້ນ
🔴bitqik Aacademy Live ep 11: ສອນການໃຊ້ງານແອັບເບື້ອງຕົ້ນ
01:01:46
7
bitqik Academy Live EP10:ປັດໃຈສໍາຄັນທີ່ສຸດໃນການລົງທຶນທຸກໆຕະຫຼາດແມ່ນການຄວບຄຸມຄວາມສ່ຽງ.
bitqik Academy Live EP10:ປັດໃຈສໍາຄັນທີ່ສຸດໃນການລົງທຶນທຸກໆຕະຫຼາດແມ່ນການຄວບຄຸມຄວາມສ່ຽງ.
01:06:22
8
Fiat VS Cryptocurrency 🚀
Fiat VS Cryptocurrency 🚀
48
9
bitqik Academy live ep9:ເປັນຫຍັງບິດຄິກຈຶ່ງ Rebrand? ພວກເຮົາມີບໍລິການຫຍັງແດ່ໃນປັດຈຸບັນ?
bitqik Academy live ep9:ເປັນຫຍັງບິດຄິກຈຶ່ງ Rebrand? ພວກເຮົາມີບໍລິການຫຍັງແດ່ໃນປັດຈຸບັນ?
01:01:26
10
bitqik Academy Live ep8: CPI ແມ່ນຫຍັງ? ມີຜົນແນວໃດຕໍ່ຕະຫຼາດ? ຄາດການຕະຫຼາດຈະໄປໃນທິດທາງໃດ?
bitqik Academy Live ep8: CPI ແມ່ນຫຍັງ? ມີຜົນແນວໃດຕໍ່ຕະຫຼາດ? ຄາດການຕະຫຼາດຈະໄປໃນທິດທາງໃດ?
42:53
About Us

bitqik INSIGHT, get our latest reports, covering all sorts of topics in the digital asset industry. From finance to economics, trends, and investment.

Services

© 2022-2023 bitqik Insight – All rights reserved.