ໃນຕອນເຊົ້າຂອງວັນທີ 6 ກຸມພາ 2023 ທີ່ຫ້ອງປະຊຸມໃຫຍ່ຊັ້ນ 7, ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ຈັດພິທີລົງນາມໃນບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການດໍາເນີນການຈັດຕັ້ງປະຕິບັດໃນການທົດສອບການໃຫ້ບໍລິການອອກສະກຸນເງິນດິຈິຕອລຂອງທະນາຄານກາງ ລະຫວ່າງ ກົມຄຸ້ມຄອງລະບົບຊຳລະສະສາງ ທະນາຄານແຫ່ງ ສປປ ລາວ ແລະ ບໍລິສັດ Soramitsu ປະເທດຍີ່ປຸ່ນ ພາຍໃຕ້ການເປັນປະທານຂອງ ທ່ານ ນ. ວັດທະນາ ດາລາລອຍ ຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ ແລະ ໄດ້ຮັບກຽດເຂົ້າຮ່ວມຈາກ ທ່ານ Kenichi KOBAYASHI ເອກອັກຄະລັດຖະທູດ ຍີ່ປຸ່ນ ປະຈໍາ ສປປ ລາວ, ຕາງໜ້າຈາກກະຊວງເສດຖະກິດ ການຄ້າ ແລະ ອຸດສາຫະກຳ ຍີ່ປຸ່ນບໍລິສັດ Soramitsu, ສະຖາບັນຄົ້ນຄວ້າ Mitsubishi, ຄະນະກົມ-ຄະນະພະແນກຈາກບັນດາກົມພາຍໃນ ທະນາຄານແຫ່ງ ສປປ ລາວ.

     ຈຸດປະສົງຂອງການລົງນາມໃນບົດບັນທຶກຄວາມເຂົ້າໃຈສະບັບນີ້ ແມ່ນເພື່ອກໍານົດເງື່ອນໄຂ ແລະ ຂອບເຂດການຮ່ວມມືໃນການດໍາເນີນການທົດສອບການອອກສະກຸນເງິນດິຈິຕອລຂອງທະນາຄານກາງ (The Proof of Concept: PoC of Central Bank Digital Currency: CBDC).

 ການດໍາເນີນການທົດສອບຈະເລີ່ມຂຶ້ນໃນວັນທີ 7 ກຸມພາ ປີ 2023 ເປັນຕົ້ນໄປ ຈົນເຖິງທ້າຍເດືອນກຸມພາ ປີ 2023, ໂດຍຈະມີການຈັດຝຶກອົບຮົມໃຫ້ແກ່ຜູ້ເຂົ້າຮ່ວມການທົດສອບ ແລະ ດຳເນີນການທົດສອບຕົວຈິງ, ເຊິ່ງຄະນະເຂົ້າຮ່ວມການທົດສອບປະກອບມີ: ຕາງໜ້າຈາກສະຖານທູດຍີ່ປຸ່ນ ປະຈໍາ ສປປ ລາວ, ອົງການ JICA ປະຈຳ ສປປ ລາວ, ພະນັກງານຂອງທະນາຄານແຫ່ງ ສປປ ລາວ ແລະ ຮ້ານຄ້າທີ່ຮ່ວມໂຄງການ.

ອີງຕາມສະພາບການປ່ຽນແປງຫຼາຍດ້ານກ່ຽວກັບການນໍາໃຊ້ເຕັກໂນໂລຊີທາງການເງິນໃນປັດຈຸບັນ ເຮັດໃຫ້ບັນດາທະນາຄານກາງຢູ່ຫຼາຍປະເທດຕ່າງກໍພາກັນຕື່ນຕົວໃນການຄົ້ນຄວ້າກ່ຽວກັບເເນວໂນ້ມດ້ານການຂະຫຍາຍຕົວຂອງເທັກໂນໂລຢີທາງການເງິນ

ເພື່ອນຳມາພັດທະນາເງິນ ໃຫ້ສາມາດນໍາມາໃຊ້ໄດ້ຖືກຕ້ອງຕາມກົດໝາຍ (Legal Tender) ເເລະ ສາມາດຮອງຮັບການຫັນໄປສູ່ລະບົບດິຈິຕອລໄດ້ໃນອະນາຄົດ, ມັນໄດ້ຊຸກດັນໃຫ້ບັນດາທະນາຄານກາງຫັນມາສຶກສາ ການອອກເງິນດິຈິຕອລທີ່ອອກໂດຍທະນາຄານກາງ ເພື່ອເຂົ້າມາທົດແທນການພິມທະນະບັດ.

ໂດຍສະເພາະ ສປປ ລາວ ການອອກເງິນດິຈິຕອລທີ່ອອກໂດຍທະນາຄານກາງ  ຍັງມີເປົ້າໝາຍຊ່ວຍໃຫ້ພື້ນຖານໂຄງລ່າງດ້ານລະບົບການຊໍາລະຂອງປະເທດມີຄວາມຄົບຖ້ວນ ສອດຄ່ອງກັບຍຸດທະສາດຂະແໜງການເງິນ-ເງິນຕາ ແລະ ຍຸດທະສາດການພັດທະນາລະບົບການຊໍາລະ ຂອງຂະແໜງການທະນາຄານ-ການເງິນ ໄລຍະ 5 ປີ (2021 – 2025)  ທີ່ແນໃສ່ຫຼຸດຜ່ອນການນໍາໃຊ້ເງິນສົດ (Cashless Society) ແລະ ຂັບເຄື່ອນສັງຄົມໃຫ້ກ້າວເຂົ້າສູ່ເສດຖະກິດດິຈິຕອນ (Digital Economy).

ທີ່ມາ : https://cutt.ly/F3hQqDT

**ໝາຍເຫດ : ການລົງທຶນມີຄວາມສ່ຽງ ສະກຸນເງິນດິຈິຕອນແຕ່ລະສະກຸນມີຄວາມແຕກຕ່າງກັນ ຄວນສຶກສາຂໍ້ມູນໃຫ້ລະອຽດທຸກຄັ້ງກ່ອນລົງທຶນ.

More Videos

Video Playlist
1/10 videos
1
bitqik Academy Live ep15
bitqik Academy Live ep15
01:04:48
2
bitqik Academy Live ep15
bitqik Academy Live ep15
3
bitqik Academy Live ep14: ການບໍລິຫານເງິນ ແລະ ພອສການລົງທຶນຂອງຕົວເອງ(Money management)
bitqik Academy Live ep14: ການບໍລິຫານເງິນ ແລະ ພອສການລົງທຶນຂອງຕົວເອງ(Money management)
01:16:04
4
ເກມທວາຍຄຳຊັບ Crypto ຈາກຮູບພາບ #shorts
ເກມທວາຍຄຳຊັບ Crypto ຈາກຮູບພາບ #shorts
01:23
5
Trick and Trade EP0
Trick and Trade EP0
54
6
🔴bitqik Aacademy Live ep 11: ສອນການໃຊ້ງານແອັບເບື້ອງຕົ້ນ
🔴bitqik Aacademy Live ep 11: ສອນການໃຊ້ງານແອັບເບື້ອງຕົ້ນ
01:01:46
7
bitqik Academy Live EP10:ປັດໃຈສໍາຄັນທີ່ສຸດໃນການລົງທຶນທຸກໆຕະຫຼາດແມ່ນການຄວບຄຸມຄວາມສ່ຽງ.
bitqik Academy Live EP10:ປັດໃຈສໍາຄັນທີ່ສຸດໃນການລົງທຶນທຸກໆຕະຫຼາດແມ່ນການຄວບຄຸມຄວາມສ່ຽງ.
01:06:22
8
Fiat VS Cryptocurrency 🚀
Fiat VS Cryptocurrency 🚀
48
9
bitqik Academy live ep9:ເປັນຫຍັງບິດຄິກຈຶ່ງ Rebrand? ພວກເຮົາມີບໍລິການຫຍັງແດ່ໃນປັດຈຸບັນ?
bitqik Academy live ep9:ເປັນຫຍັງບິດຄິກຈຶ່ງ Rebrand? ພວກເຮົາມີບໍລິການຫຍັງແດ່ໃນປັດຈຸບັນ?
01:01:26
10
bitqik Academy Live ep8: CPI ແມ່ນຫຍັງ? ມີຜົນແນວໃດຕໍ່ຕະຫຼາດ? ຄາດການຕະຫຼາດຈະໄປໃນທິດທາງໃດ?
bitqik Academy Live ep8: CPI ແມ່ນຫຍັງ? ມີຜົນແນວໃດຕໍ່ຕະຫຼາດ? ຄາດການຕະຫຼາດຈະໄປໃນທິດທາງໃດ?
42:53
About Us

bitqik INSIGHT, get our latest reports, covering all sorts of topics in the digital asset industry. From finance to economics, trends, and investment.

Services

© 2022-2023 bitqik Insight – All rights reserved.