ເງິນແມ່ນສ່ວນໜຶ່ງຂອງປະຫວັດສາດໃນຊ່ວງ 3,000 ປີທີ່ຜ່ານມາ, ກ່ອນທີ່ຈະໃຊ້ເງິນເຂົ້າໃນການແລກປ່ຽນ, ການຊື້ສິນຄ້າ ແລະ ການບໍລິການອື່ນໆ ການປະດິດເງິນຂຶ້ນມາ ເຮັດໃຫ້ການເຮັດທຸລະກໍາງ່າຍຂຶ້ນ. ແນວໃດກໍ່ຕາມ, ທ່ານເຄີຍຄິດບໍ່ວ່າມັນເລີ່ມຕົ້ນແນວໃດ? ທ່ານຮູ້ຕົ້ນກຳເນີດຂອງຄຳວ່າ “ເງິນ” ບໍ? ແລະ ໃຜເປັນຜູ້ປະດິດເງິນຕາ? ມື້ນີ້ເຮົາຈະມາເລົ່າເຖິງຄວາມເປັນມາຂອງເງິນໃນອະດີດຈົນຮອດປະຈຸບັນ.

  • ຊາວອີຍິບໃຊ້ສະກຸນເງິນຄໍາ

ເງິນໃນຍຸກທຳອິດທີ່ພວກເຮົາຮູ້ຈັກແມ່ນເຮັດມາຈາກທອງຄຳບໍລິສຸດ ແລະ ມີມາຕັ້ງແຕ່ສະຫັດສະວັດທີ 3 ກ່ອນ ຄ.ສ. ໃນປະເທດເອຢິບ. ຄໍາມີນໍ້າໜັກມາດຕະຖານ ແລະ ຄຸນຄ່າ, ທອງຄຳທີ່ມີປະລິມານທີ່ໜ້ອຍເຂົາເຈົ້າເອີ້ນວ່າ deben ໂດຍມີຮູບຮ່າງເປັນແຫວນທອງ. ໜ່ວຍ​ທີ່​ໃຊ້​ໃນ​ການ​ວັດ​ແທກ​ເງິນ​ຕາ​​ເອີ້ນ​ວ່າ shat ແລະ ທຽບ​ເທົ່າ​ກັບ 7,5 ກຼາມ​​, ໜື່ງ deben ມີ 12 shat ແລະ ທຽບເທົ່າທອງຄຳ 90 ກຼາມ.

ແຫຼ່ງທີ່ມາ: www.quora.com
  • ຕຸຣເຄຍເລີ່ມຜະລິດຫຼຽນ

Lydia ອານາຈັກຍຸກເຫຼັກໃນຕຸຣເຄຍ ປັດຈຸບັນໄດ້ຜະລິດສະກຸນເງິນຢ່າງເປັນທາງການຄັ້ງທໍາອິດໃນປີ 600 ກ່ອນ ຄ.ສ. ໂດຍຫຼຽນແມ່ນເຮັດມາຈາກ Electrum ມີສ່ວນປະສົມຂອງເງິນ ແລະ ຄໍາທີ່ເກີດຂື້ນຕາມທໍາມະຊາດ ແລະ ມີການປະທັບຕາ. ຫຼຽນທໍາອິດທີ່ເຄີຍຜະລິດເເມ່ນເປັນມີຮູບເປັນສິງໂຕ, ຫຼຽນມີຂະໜາດ ແລະ ຮູບຮ່າງທີ່ບໍ່ສະໝໍ່າສະເໝີ ແລະ ມີຄຳຈາລຶກຢູ່ດ້ານດຽວເທົ່ານັ້ນ ມີນ້ຳໜັກ ມາດຕະຖານທີ່ 0.15 ກຼາມ ຫາ 14 ກຼາມ.

ໜຶ່ງສະຕະວັດຕໍ່ມາ ກະສັດ Lydian Croesus ຜູ້ທີ່ຍັງມີຊື່ສຽງໂດ່ງດັງໃນເລື່ອງຄວາມຮັ່ງມີ ໄດ້ເລີ່ມປະດິດຫຼຽນດ້ວຍຄໍາ ແລະ ເງິນບໍລິສຸດ ໂດຍປະທັບຫຼຽນເປັນຮູບຂອງຫົວຂອງຊ້າງ ແລະ ງົວ.

ແຫຼ່ງທີ່ມ: goldiraguide.org
  • ຈີນ​ສ້າງ​ເງິນ​ເຈ້ຍ​ຄັ້ງ​ທຳ​ອິດໃນໂລກ

ເນື່ອງຈາກ​ມີຄວາມຫຍຸ້ງຍາກໃນການຖືໂລຫະ​ເປັນ​ຈຳນວນ​ຫຼວງ​ຫຼາຍ​ຈາກ​ໄປໃສມາໃສ, ​ຈີນ​ຈຶ່ງ​ເລີ່​ມໃຊ້​ເງິນ​ທີ່​ເຮັດ​ດ້ວຍ​ໜັງ. ໜັງກວ້າງຂະໜາດ 1 foot ມີຂອບຫຼາກສີ ຖືກປະດິດເປັນທະນະບັດປະເພດທຳອິດທີ່ມີການບັນທຶກໄວ້.

ປະມານສະຕະວັດທີ 9 ສະກຸນເງິນເຈ້ຍຢ່າງເປັນທາງການຄັ້ງທໍາອິດໄດ້ຖືກນໍາສະໃຊ້ໃນປະເທດຈີນ. ໂດຍທາງການເເນະນຳໃຫ້ພໍ່ຄ້າສາມາດເອົາໂລຫະໄປເເລກປ່ຽນເອົາທະນະບັດຢູ່ຄັງ​ເງິນ​ຂອງ​ລັດຖະບານ​ໄດ້. ທະນະບັດ​ນີ້​ຖືກເອີ້ນວ່າ fei kian​.

ໃນ​ຊ່ວງໄລຍະ 500 ປີ​ທີ່ຜ່ານມາ, ​ເງິນ​ເຈ້ຍ​ຂອງ​ຈີນ​ໃນ​ຍຸກທຳອິດ, ໄດ້ມີການ​ຜະ​ລິດ​​ເພີ່ມ​ຂຶ້ນ​ຫຼາຍ​ຈົນ​ມີອັດຕາເງິນ​ເຟີ້​ສູງ ສິ່ງນີ້​ເຮັດໃຫ້​ຈັກ​ກະ​ພັດ​ໝິງ​ຍົກ​ເລີກ​ການໃຊ້ສະ​ກຸນ​ເງິນ​ເຈ້ຍ.

ແຫຼ່ງທີ່ມາ : pacificoincurrency.com
  • ນາຍທະນາຄານຊູແອັດຖືກຕັດສິນປະຫານຊີວິດ

ໃນ​ປີ ຄ.ສ 1661 Stockholm Banco ໄດ້ເປີດຕົວທະນະບັດ​ແບບ​ທັນ​ສະ​ໄໝ​ທຳ​ອິດ​ຂອງ​ຢູ​ໂຣບ. ໂດຍທະນະບັດ​ແຕ່​ລະ​ໃບ​ມີ​ມູນ​ຄ່າ​​ຄົງ​ທີ່, ການທີ່ໄດ້ຮັບຜົນສຳເລັດໃນການຜະລິດເງິນດັ່ງກ່າວເຮັດໃຫ້ທະນາຄານຂະຫຍາຍຕົວຫຼາຍເກີນໄປ ແລະ ລົ້ມລະລາຍລົງໃນທີ່ສຸດ. Johan Palmstruch, ຜູ້ຈັດການທົ່ວໄປຂອງທະນາຄານ ໃນຕອນທໍາອິດຖືກຕັດສິນລົງໂທດໃຫ້ປະຫານຊີວິດຍ້ອນຂາດຄວາມຮັບຜິດຊອບໃນການຮັກສາຄວາມໜັ້ນຄົງທາງດ້ານການເງິນ, ແຕ່ລັດຖະບານໄດ້ຫຼຸດລົງໂທດໃຫ້ເຫຼືອພຽງຈໍາຄຸກ ແລະ ຖືກໄລ່ອອກ.

ເຖິງວ່າຈະມີເຫດການນີ້ເກີດຂຶ້ນ, ເເຕ່ບັນດາປະເທດຕ່າງໆໃນເອີຣົບກໍປະຕິບັດຕາມຜູ້ນໍາຂອງສະວີເດັນ ຄຽງຄູ່ກັບການສ້າງຕັ້ງທະນາຄານອັງກິດໃນປີ ຄ.ສ 1694, ຍຸກຂອງທະນາຄານທີ່ທັນສະໄຫມໄດ້ຖືກຳເນີດຂື້ນ.

  • ເງິນສົດເປັນກະສັດໃນການຂາຍຍ່ອຍ

ການ​ຫັນ​ມາໃຊ້​ເງິນ​ເຈ້ຍ​ເພີ່ມ​ຄວາມ​ສາມາດ​ດ້ານ​ການ​ຄ້າ​ລະຫວ່າງປະເທດ. ທຸກມື້ນີ້ທັງທະນະບັດ ແລະ ຫຼຽນໄດ້ມີການປ່ຽນແປງ ແລະ ພັດທະນາຢ່າງຕໍ່ເນື່ອງ. ເຖິງແມ່ນວ່າມີຫຼາຍວິທີການຊຳລະເງິນເເບບໃໝ່ໆ, ຕົວຢ່າງເຊັ່ນ: ບັດເຄຣດິດ ແລະ ການເຮັດທຸລະກໍາເອເລັກໂທຣນິກ, ເງິນສົດຍັງເປັນກະສັດເມື່ອໃຊ້ໃນການຂາຍຍ່ອຍ. ເງິນສົດແມ່ນຮູບແບບການຊຳລະເງິນທີ່ໃຊ້ຫຼາຍທີ່ສຸດໃນການຂາຍຍ່ອຍ ໂດຍສະເພາະສໍາລັບການຊື້ຂາຍໜ້ອຍກວ່າ €20 .

ເງິນເປັນສ່ວນໜຶ່ງທີ່ສໍາຄັນທີ່ສຸດຂອງປະຫວັດສາດຂອງມະນຸດ, ນໍາໄປສູ່ບາງໄລຍະເວລາທີ່ຍິ່ງໃຫຍ່ທີ່ສຸດ ແລະ ສໍາຄັນທີ່ສຸດສໍາລັບຫຼາຍໆປະເທດ. ການປະດິດເງິນຕາເຮັດໃຫ້ປະຊາຊົນສາມາດຄ້າຂາຍສິນຄ້າ ແລະ ການບໍລິການໂດຍບໍ່ມີການແລກປ່ຽນເພື່ອຊອກຫາລາຄາທີ່ເໝາະສົມ. ສະກຸນເງິນເຈ້ຍຍັງໄດ້ຮັບການອະນຸຍາດໃຫ້ໃຊ້ໃນການຄ້າລະຫວ່າງປະເທດຍ້ອນນໍ້າໜັກເບົາ ແລະ ຂະໜາດຂ້ອນຂ້າງນ້ອຍ. ໃນປັດຈຸບັນ ໂລກຂອງສະກຸນເງິນດິຈິຕອລ ເເລະ ອິນເຕີເນັດ ທີ່ຖືກໃຊ້ເຂົ້າມາໃນການລົງທຶນ ເເລະ ໃຫ້ບໍລິການອື່ນໆເພື່ອອຳນວຍຄວາມສະດວກໃນເເກ່ຜູ້ຄົນ ບໍ່ວ່າຈະເປັນ: ການຈ່າຍເງິນອອນໄລນ໌ ການລົງທຶນໃນສະກຸນເງິນດິຈິຕອລ ເເລະ ອື່ນໆອີກຫຼາຍຢ່າງ.

ນັບຕັ້ງແຕ່ເງິນໄດ້ຖືກຄິດຄົ້ນຄັ້ງທໍາອິດ, ມັນມີຜົນກະທົບອັນໃຫຍ່ຫຼວງຕໍ່ການຄ້າທົ່ວໂລກ ແລະ ການດໍາລົງຊີວິດໃນປັດຈຸບັນ. ບໍ່​ພຽງ​ແຕ່​ມີການຕໍ່ສູ້ໃນ​ສົງຄາມ​​ເພື່ອ​ຍາດເເຍ່ງເງິນ​ເທົ່າ​ນັ້ນ, ​ແຕ່​ຄວາມ​ກ້າວໜ້າ​ທີ່​ສຳຄັນ​ທີ່​ສຸດ​ບາງ​ຢ່າງ​ທີ່​ພວກ​ເຮົາ​ໄດ້​ເຮັດ​ໃນ​ປະຫວັດສາດ​ຂອງ​ມະນຸດ ​ຈະ​ເປັນ​ໄປ​ບໍ່​ໄດ້​ຖ້າ​ບໍ່​ມີມັນ.

ແຫຼ່ງທີ່ມາ : cpapracticeadvisor.com

ທີ່ມາ : https://cutt.ly/N3ry8LH

https://cutt.ly/G3ry5XV
**ໝາຍເຫດ : ການລົງທຶນມີຄວາມສ່ຽງ ສະກຸນເງິນດິຈິຕອນແຕ່ລະສະກຸນມີຄວາມແຕກຕ່າງກັນ ຄວນສຶກສາຂໍ້ມູນໃຫ້ລະອຽດທຸກຄັ້ງກ່ອນລົງທຶນ.

More Videos

Video Playlist
1/10 videos
1
bitqik Academy Live ep15
bitqik Academy Live ep15
01:04:48
2
bitqik Academy Live ep15
bitqik Academy Live ep15
3
bitqik Academy Live ep14: ການບໍລິຫານເງິນ ແລະ ພອສການລົງທຶນຂອງຕົວເອງ(Money management)
bitqik Academy Live ep14: ການບໍລິຫານເງິນ ແລະ ພອສການລົງທຶນຂອງຕົວເອງ(Money management)
01:16:04
4
ເກມທວາຍຄຳຊັບ Crypto ຈາກຮູບພາບ #shorts
ເກມທວາຍຄຳຊັບ Crypto ຈາກຮູບພາບ #shorts
01:23
5
Trick and Trade EP0
Trick and Trade EP0
54
6
🔴bitqik Aacademy Live ep 11: ສອນການໃຊ້ງານແອັບເບື້ອງຕົ້ນ
🔴bitqik Aacademy Live ep 11: ສອນການໃຊ້ງານແອັບເບື້ອງຕົ້ນ
01:01:46
7
bitqik Academy Live EP10:ປັດໃຈສໍາຄັນທີ່ສຸດໃນການລົງທຶນທຸກໆຕະຫຼາດແມ່ນການຄວບຄຸມຄວາມສ່ຽງ.
bitqik Academy Live EP10:ປັດໃຈສໍາຄັນທີ່ສຸດໃນການລົງທຶນທຸກໆຕະຫຼາດແມ່ນການຄວບຄຸມຄວາມສ່ຽງ.
01:06:22
8
Fiat VS Cryptocurrency 🚀
Fiat VS Cryptocurrency 🚀
48
9
bitqik Academy live ep9:ເປັນຫຍັງບິດຄິກຈຶ່ງ Rebrand? ພວກເຮົາມີບໍລິການຫຍັງແດ່ໃນປັດຈຸບັນ?
bitqik Academy live ep9:ເປັນຫຍັງບິດຄິກຈຶ່ງ Rebrand? ພວກເຮົາມີບໍລິການຫຍັງແດ່ໃນປັດຈຸບັນ?
01:01:26
10
bitqik Academy Live ep8: CPI ແມ່ນຫຍັງ? ມີຜົນແນວໃດຕໍ່ຕະຫຼາດ? ຄາດການຕະຫຼາດຈະໄປໃນທິດທາງໃດ?
bitqik Academy Live ep8: CPI ແມ່ນຫຍັງ? ມີຜົນແນວໃດຕໍ່ຕະຫຼາດ? ຄາດການຕະຫຼາດຈະໄປໃນທິດທາງໃດ?
42:53
About Us

bitqik INSIGHT, get our latest reports, covering all sorts of topics in the digital asset industry. From finance to economics, trends, and investment.

Services

© 2022-2023 bitqik Insight – All rights reserved.