LOOP Design Awards ຍົກໃຫ້ Bitcoin city ຂອງ El Salvador ເປັນໜຶ່ງໃນໂຄງການທີ່ໂດດເດັ່ນທີ່ສຸດຂອງການອອກເເບບພາຍໃນ ເເລະ ສະຖາປັດຕະຍະກຳ, ໂດຍເມືອງນີ້ຈະໃຊ້ພະລັງງານທີ່ພູເຂົາໄຟປ່ອຍອອກມາ ເເລະ ນຳໃຊ້ Bitcoin ເປັນສະກຸນເງິນຫຼັກຂອງເມືອງ.

ເມື່ອບໍ່ດົນມານີ້ ມີລາຍງານວ່າ Bticoin city ຖືເປັນເມືອງທີ່ໂດດເດັ່ນທີ່ສຸດໃນບັນດາໂຄງການຕ່າງໆກວ່າ 700 ໂຄງການ, ຈາກນະວັດຕະກໍາການອອກແບບພາຍໃນ, ທໍາມະຊາດ ແລະ ພູເຂົາໄຟອ້ອມຮອບ ເຮັດໃຫ້ເມືອງນີ້ໄດ້ຮັບລາງວັນຊະນະເລີດໃນການແຂ່ງຂັນ. ເມືອງດັ່ງກ່າວໄດ້ຮັບການອອກແບບໂດຍ Fernando Romero ສະຖາປະນິກທີ່ມີຊື່ສຽງຂອງເມັກຊິໂກ.

Bitcoin city ຈະຖືກສ້າງຂຶ້ນໃນພາກຕາເວັນອອກສຽງໃຕ້ຂອງປະເທດອາເມລິກາ, ຢູ່ລະຫວ່າງພູເຂົາໄຟ Conchagua ແລະ Tecapa. Romero ໄດ້ອອກແບບພື້ນທີ່ຕົວເມືອງເປັນຮູບວົງມົນເພື່ອໃຫ້ສາມາດເຫັນເຖິງ logo ຂອງ bitcoin ເມື່ອເເນມຈາກຂ້າງເທິງລົງມາ.

ທີມງານຂອງ Romero ກ່າວວ່າເມືອງເເຫ່ງອະນາຄົດນີ້ຈະ “ມີປະສິດທິພາບ ແລະ ຍືນຍົງ” ແລະ ຈະນໍາໃຊ້ພະລັງງານຄວາມຮ້ອນໃຕ້ດິນຈາກພູເຂົາໄຟເພື່ອສ້າງພະລັງງານໃຫ້ເເກ່ເມືອງ.

ເມືອງເເຫ່ງນີ້ ຈະໃຊ້ Bitcoin ເປັນສະກຸນເງິນຫຼັກເພື່ອຊ່ວຍສ້າງຜົນປະໂຫຍດໃຫ້ເເກ່ຜູ້ທີ່ອາໄສຢູ່ໃນເມືອງ, ສະຖາປະນິກກ່າວວ່າ “ພື້ນທີ່ສາທາລະນະໃໝ່ເເຫ່ງນີ້ ຈະເປັນຈຸດສູງສຸດຂອງການຄົ້ນຄວ້າຫຼາຍສິບປີກ່ຽວກັບສິ່ງທີ່ມະນຸດຕ້ອງການເພື່ອດໍາລົງຊີວິດທີ່ດີໃນເສດຖະກິດຕໍ່ຕ້ານອັດຕາເງິນເຟີ້”

ນອກຈາກໂຄງການນີ້ເເລ້ວ El Salvador ຍັງມີຫຼາຍໆໂຄງການທີ່ກ່ຽວຂ້ອງກັບ Bitcoin ທີ່ວາງແຜນທີ່ຈະເປີດຕົວໃນຊຸມປີຂ້າງໜ້າ. ໜຶ່ງໃນນັ້ນຄືໂຄງການ Chivo Pets ໂຮງໝໍສັດທີ່ສາມາດຊໍາລະເງິນໄດ້ດ້ວຍ Bitcoin ລວມທັງເປັນສູນການຮຽນຮູ້ Bitcoin ທີ່ຈະເປັນ “ໂອກາດໃນການເຂົ້າເຖິງການຮຽນຮູ້ຟຣີ ໂດຍບໍ່ເສຍເງິນ”.

ທີ່ມາ :

https://cutt.ly/K9StOK6
https://cutt.ly/y9AfN8i
**ໝາຍເຫດ : ການລົງທຶນມີຄວາມສ່ຽງ ສະກຸນເງິນດິຈິຕອນແຕ່ລະສະກຸນມີຄວາມແຕກຕ່າງກັນ ຄວນສຶກສາຂໍ້ມູນໃຫ້ລະອຽດທຸກຄັ້ງກ່ອນລົງທຶນ.

More Videos

Video Playlist
1/10 videos
1
bitqik Academy Live ep15
bitqik Academy Live ep15
01:04:48
2
bitqik Academy Live ep15
bitqik Academy Live ep15
3
bitqik Academy Live ep14: ການບໍລິຫານເງິນ ແລະ ພອສການລົງທຶນຂອງຕົວເອງ(Money management)
bitqik Academy Live ep14: ການບໍລິຫານເງິນ ແລະ ພອສການລົງທຶນຂອງຕົວເອງ(Money management)
01:16:04
4
ເກມທວາຍຄຳຊັບ Crypto ຈາກຮູບພາບ #shorts
ເກມທວາຍຄຳຊັບ Crypto ຈາກຮູບພາບ #shorts
01:23
5
Trick and Trade EP0
Trick and Trade EP0
54
6
🔴bitqik Aacademy Live ep 11: ສອນການໃຊ້ງານແອັບເບື້ອງຕົ້ນ
🔴bitqik Aacademy Live ep 11: ສອນການໃຊ້ງານແອັບເບື້ອງຕົ້ນ
01:01:46
7
bitqik Academy Live EP10:ປັດໃຈສໍາຄັນທີ່ສຸດໃນການລົງທຶນທຸກໆຕະຫຼາດແມ່ນການຄວບຄຸມຄວາມສ່ຽງ.
bitqik Academy Live EP10:ປັດໃຈສໍາຄັນທີ່ສຸດໃນການລົງທຶນທຸກໆຕະຫຼາດແມ່ນການຄວບຄຸມຄວາມສ່ຽງ.
01:06:22
8
Fiat VS Cryptocurrency 🚀
Fiat VS Cryptocurrency 🚀
48
9
bitqik Academy live ep9:ເປັນຫຍັງບິດຄິກຈຶ່ງ Rebrand? ພວກເຮົາມີບໍລິການຫຍັງແດ່ໃນປັດຈຸບັນ?
bitqik Academy live ep9:ເປັນຫຍັງບິດຄິກຈຶ່ງ Rebrand? ພວກເຮົາມີບໍລິການຫຍັງແດ່ໃນປັດຈຸບັນ?
01:01:26
10
bitqik Academy Live ep8: CPI ແມ່ນຫຍັງ? ມີຜົນແນວໃດຕໍ່ຕະຫຼາດ? ຄາດການຕະຫຼາດຈະໄປໃນທິດທາງໃດ?
bitqik Academy Live ep8: CPI ແມ່ນຫຍັງ? ມີຜົນແນວໃດຕໍ່ຕະຫຼາດ? ຄາດການຕະຫຼາດຈະໄປໃນທິດທາງໃດ?
42:53
About Us

bitqik INSIGHT, get our latest reports, covering all sorts of topics in the digital asset industry. From finance to economics, trends, and investment.

Services

© 2022-2023 bitqik Insight – All rights reserved.