Blockchain ແມ່ນເທັກໂນໂລຢີຂອງການເກັບຮັກສາຂໍ້ມູນໂດຍບໍ່ມີຕົວກາງ, ຂໍ້ມູນທີ່ຖືກປົກປ້ອງຈະຖືກແບ່ງ ແລະ ເກັບຮັກສາໄວ້ເປັນສໍາເນົາໃນເຄື່ອງຂອງທຸກໆຄົນທີ່ໃຊ້ຖານຂໍ້ມູນດຽວກັນ ຄ້າຍຄືກັບລະບົບສາຍໂສ້, ທຸກຄົນສາມາດຮູ້ໄດ້ວ່າໃຜເປັນເຈົ້າຂອງ ແລະ ມີສິດໃນຂໍ້ມູນນັ້ນໆ. ເມື່ອມີການອັບເດດຂໍ້ມູນຕ່າງໆ, ສໍາເນົາຂໍ້ມູນໃນຖານຂໍ້ມູນດຽວກັນຈະຖືກອັບເດດຕາມທັນທີ ເຮັດໃຫ້ຍາກທີ່ຈະປອມເເປງຂໍ້ມູນ, ມື້ນີ້ເຮົາຈະພາໄປຮູ້ຈັກກັບ Chain ທີ່ໃຜໆກໍ່ຕ້ອງຮູ້ຈັກ!

XCHAIN

xCHAIN ​​​​ແມ່ນລະບົບນິເວດ blockchain ທີ່ພ້ອມໃຊ້ງານ, ໂດຍໄດ້ຮັບການຮ່ວມມືຈາກບັນດາພັນທະມິດຈາກຫຼາຍພາກສ່ວນ ບໍ່ວ່າຈະເປັນສະຖາບັນການສຶກສາ, ອົງກອນທຸລະກິດລະດັບວິສາຫະກິດ, ນັກພັດທະນາຊັອບແວ ແລະ startup ເຂົ້າຮ່ວມເປັນ Validator Node ເພື່ອສ້າງລະບົບນິເວດ Blockchain ທີ່ເຂັ້ມແຂງ ໂດຍສຸມໃສ່ Blockchain for Everyone ຫຼື “Blockchain ສໍາລັບທຸກຄົນ”

ດ້ວຍຄຸນສົມບັດຂອງເທັກໂນໂລຍີ blockchain ທີ່ມີປອດໄພ, ໂປ່ງໃສ, ໜ້າເຊື່ອຖື ແລະ ສາມາດກວດສອບໄດ້ ອີກທັງຍັງມີຫຼຽນ XTH ໂທເຄັນທີ່ໃຊ້ໃນລະບົບນິເວດ  ໂດຍມີຄ່າທໍານຽມສະເລ່ຍໃນເຄືອຂ່າຍສ່ວນໃຫຍ່ແມ່ນພຽງແຕ່ 0,009144 ໂດລາເທົ່ານັ້ນ, ເຊິ່ງ xCHAIN ​​​​ຮອງຮັບການພັດທະນາ DApps (Decentralized Applications) ສໍາລັບຄູ່ຮ່ວມງານທີ່ຕ້ອງການສ້າງ DApps ຂອງຕົນເອງໃນລະບົບ blockchain ອີກດ້ວຍ.

BNB Chain

Binance Smart Chain, ຜູ້ໃຫ້ບໍລິການລະບົບນິເວດ blockchain ແບບກະຈາຍອຳນາດ (decentralized blockchain).  Binance Chain ແລະ Binance Smart Chain ໄດ້ຖືກລວມເຂົ້າກັນພາຍໃຕ້ຊື່ໃໝ່ວ່າ BNB Chain, ໂດຍການປ່ຽນເເປງໃນຄັ້ງນີ້ຈະຊ່ວຍຮອງຮັບການຂະຫຍາຍຕົວຂອງໂຄງການໃໝ່ໆ ເເລະ ປັບເພິ່ມຈຳນວນ Validator node ຈາກ 21 ເປັນ 41 nodes.

ຄັ້ງໜຶ່ງ BNB ເຄີຍຖືກໃຊ້ເພື່ອອ້າງເຖິງ Binance coin, ແຕ່ໃນປັດຈຸບັນຖືກໃຊ້ເອີ້ນເເທນ BNB Chain ເຊິ່ງເປັນຕົວຫຍໍ້ຂອງ “Build and Build”. BNB Chain ຮອງຮັບແອັບພລິເຄຊັນຂະໜາດໃຫຍ່ເຊັ່ນ: GameFi, SocialFi ແລະ Metaverse, ໂດຍສະເພາະໃນການ​ຂະ​ຫຍາຍ​ chain ຈາກ​ chain ດຽວ​ໃຫ້ກາຍເປັນຫຼາຍ chain​.

Binance ຍັງມີຄວາມຄິດໜຶ່ງທີ່ເອີ້ນວ່າ MetaFi, ເຊິ່ງເປັນການລວມກັນຂອງຄໍາວ່າMeta (metadata) ແລະ Fi (DeFi). ສຳລັບເເນວຄິດຂອງ MetaFi ນັ້ນ ຊຸມຊົນ BNB Chain ຈະສາມາດສ້າງໂຄງສ້າງພື້ນຖານສໍາລັບໂຄງການຕ່າງໆໄດ້ ລວມທັງ GameFi, SocialFi, Web3.0 ແລະ NFTs ພາຍໃຕ້ລະບົບນິເວດດຽວກັນ.

Ethereum

Ethereum ມີລະບົບ Smart Contract, ເຊິ່ງຊ່ວຍໃຫ້ Software Developer ສາມາດຂຽນແອັບພລິເຄຊັນຕ່າງໆລົງໃນລະບົບນິເວດ Ethereum ໄດ້. ເຊິ່ງແອັບພລິເຄຊັນເຫຼົ່ານັ້ນເຮັດວຽກໂດຍອັດຕະໂນມັດໃນຮູບເເບບຂອງ Decentralization ເຮັດໃຫ້ລະບົບມີຄວາມປອດໄພສູງ.

ໃນປັດຈຸບັນ, ມີແອັບພລິເຄຊັນຢ່າງຫຼວງຫຼາຍເກີດຂຶ້ນໃນ Ethereum ເຊັ່ນ: ແອັບສຳລັບເເລກປ່ຽນ crypto, ແອັບກູ້ເງິນ, ແອັບຈອງໂຮງແຮມ, ແອັບເກັບຮັກສາຂໍ້ມູນ, ແອັບຊື້ຂາຍ NFT ແລະ ອື່ນໆ.

ດັ່ງນັ້ນ, ແອັບພລິເຄຊັນຈໍານວນຫຼາຍທີ່ສ້າງຂຶ້ນຢູ່ໃນລະບົບຂອງ Ethereum ຜູ້ໃຊ້ຈຶ່ງເບິ່ງວ່າມັນເປັນລະບົບຄອມພິວເຕີຂອງໂລກ ບໍ່ຄືກັບ BTC ທີ່ເປັນສະກຸນເງິນ ທີ່ຖືກນໍາໃຊ້ເພື່ອແລກປ່ຽນຢ່າງດຽວ ໂດຍບໍ່ມີການໃຊ້ງານອື່ນໆເລີຍ, ລະບົບ Ethereum ສ້າງລາຍໄດ້ໂດຍຜ່ານ “ຄ່າທໍານຽມ” ສໍາລັບທຸລະກໍາໃນເເພລັດຟອມຂອງ Ethereum ໂດຍໃຊ້ ETH ເປັນຕົວກາງ. ທຸກໆທຸລະກໍາທີ່ດໍາເນີນການຜ່ານ Ethereum ຈະເເບ່ງຄ່າທໍານຽມສ່ວນໜຶ່ງໃຫ້ກັບ Validator Node ຫຼື ຜູ້ທີ່ນໍາເອົາຄອມພິວເຕີຂອງຕົນເອງມາ ເພື່ອດໍາເນີນທຸລະກໍາໃຫ້ Ethereum.

Solana

Solana ແມ່ນ blockchain ອີກຕົວທີ່ຄ້າຍຄືກັບ “Ethereum Chain” ຫຼື “Binance Smart Chain”, ທີ່ອ້າງວ່າສາມາດຮອງຮັບການທຸລະກໍາໄດ້ເຖິງ 50,000 TPS, ດ້ວຍຄວາມໄວໃນການປະມວນຜົນ ແລະ ຮອງຮັບຈໍານວນການເຮັດທຸລະກໍາໄດ້ຫຼາຍ. ຈົນຖືກຂະໜານນາມວ່າ “SOL” ຈະກາຍເປັນ “Ethereum Killer”  ໂດຍຄວາມໄວຂອງ Solana ການເຮັດທຸລະກໍາພາຍໃນ 1 ວິນາທີສາມາດ ຮອງຮັບທຸລະກຳໄດ້ເຖິງ 50,000 ລາຍການ, ເຊິ່ງຫຼາຍກວ່າ ETH ແລະ Visa ທີ່ຮອງຮັບໄດ້ຕາມສະຖິທິຕິໃນປີ 2016.

​ແຕ່​ຫຼັງ​ຈາກ Solana ​ເປີດ​ໃຊ້ Mainnet (Beta), ມີ​ຜູ້​ເຮັດ​ທຸລະ​ກຳ​ຫຼາຍ​ເຖິງ 400,000 TPS, ​ເຮັດ​ໃຫ້​ລະບົບມີບັນຫາ ​ບໍ່ສາມາດຈັດ​​ລຳດັບ​ຄວາມ​ສຳຄັນໄດ້, ​ເຮັດ​ໃຫ້​ມີ​ການ Fork ຂຶ້ນມາ, ຈຸດເດັ່ນ Solana ຄືຄວາມໄວ ແລະ ຄວາມປອດໄພສູງ, ສາມາດຮອງຮັບການໃຊ້ງານທີ່ມີຄວາມໄວສູງເຖິງ 50,000 ທຸລະກໍາຕໍ່ວິນາທີ ເຊິ່ງຖືວ່າໄວທີ່ສຸດໃນປະຈຸບັນ.

ທີ່ມາ : https://cutt.ly/G9f4BHm

**ໝາຍເຫດ : ການລົງທຶນມີຄວາມສ່ຽງ ສະກຸນເງິນດິຈິຕອນແຕ່ລະສະກຸນມີຄວາມແຕກຕ່າງກັນ ຄວນສຶກສາຂໍ້ມູນໃຫ້ລະອຽດທຸກຄັ້ງກ່ອນລົງທຶນ.

More Videos

Video Playlist
1/10 videos
1
bitqik Academy Live ep15
bitqik Academy Live ep15
01:04:48
2
bitqik Academy Live ep15
bitqik Academy Live ep15
3
bitqik Academy Live ep14: ການບໍລິຫານເງິນ ແລະ ພອສການລົງທຶນຂອງຕົວເອງ(Money management)
bitqik Academy Live ep14: ການບໍລິຫານເງິນ ແລະ ພອສການລົງທຶນຂອງຕົວເອງ(Money management)
01:16:04
4
ເກມທວາຍຄຳຊັບ Crypto ຈາກຮູບພາບ #shorts
ເກມທວາຍຄຳຊັບ Crypto ຈາກຮູບພາບ #shorts
01:23
5
Trick and Trade EP0
Trick and Trade EP0
54
6
🔴bitqik Aacademy Live ep 11: ສອນການໃຊ້ງານແອັບເບື້ອງຕົ້ນ
🔴bitqik Aacademy Live ep 11: ສອນການໃຊ້ງານແອັບເບື້ອງຕົ້ນ
01:01:46
7
bitqik Academy Live EP10:ປັດໃຈສໍາຄັນທີ່ສຸດໃນການລົງທຶນທຸກໆຕະຫຼາດແມ່ນການຄວບຄຸມຄວາມສ່ຽງ.
bitqik Academy Live EP10:ປັດໃຈສໍາຄັນທີ່ສຸດໃນການລົງທຶນທຸກໆຕະຫຼາດແມ່ນການຄວບຄຸມຄວາມສ່ຽງ.
01:06:22
8
Fiat VS Cryptocurrency 🚀
Fiat VS Cryptocurrency 🚀
48
9
bitqik Academy live ep9:ເປັນຫຍັງບິດຄິກຈຶ່ງ Rebrand? ພວກເຮົາມີບໍລິການຫຍັງແດ່ໃນປັດຈຸບັນ?
bitqik Academy live ep9:ເປັນຫຍັງບິດຄິກຈຶ່ງ Rebrand? ພວກເຮົາມີບໍລິການຫຍັງແດ່ໃນປັດຈຸບັນ?
01:01:26
10
bitqik Academy Live ep8: CPI ແມ່ນຫຍັງ? ມີຜົນແນວໃດຕໍ່ຕະຫຼາດ? ຄາດການຕະຫຼາດຈະໄປໃນທິດທາງໃດ?
bitqik Academy Live ep8: CPI ແມ່ນຫຍັງ? ມີຜົນແນວໃດຕໍ່ຕະຫຼາດ? ຄາດການຕະຫຼາດຈະໄປໃນທິດທາງໃດ?
42:53
About Us

bitqik INSIGHT, get our latest reports, covering all sorts of topics in the digital asset industry. From finance to economics, trends, and investment.

Services

© 2022-2023 bitqik Insight – All rights reserved.