Alethea AI ເປັນບໍລິສັດຄົ້ນຄ້ວາ ແລະ ພັດທະນາເທັກໂນໂລຢີທີ່ປະສົມປະສານລະຫວ່າງ Generative AI ແລະ NFTs ທີ່ຮ່ວມມືກັບ Polygon blockchain (MATIC) ຜູ້ນໍາ blockchain ໃນດ້ານ NFTs ເພື່ອເປີດຕົວ “CharacterGPT”

ໂດຍ CharacterGPT ຈະຊ່ວຍໃຫ້ຜູ້ໃຊ້ສາມາດສ້າງ NFTs, avatars ຫຼື ຮູບຕົວເເທນຈາກຂໍ້ມູນຕົວອັກສອນ.

Alethea AI ໄດ້ຮ່ວມມືກັບ Polygon Labs, ບໍລິສັດທີ່ຢູ່ເບື້ອງຫຼັງການພັດທະນາ Polygon blockchain (MATIC), ເພື່ອພັດທະນາໂຄງການ NFTs ທີ່ຂັບເຄື່ອນໂດຍ AI ເພື່ອຊ່ວຍໃຫ້ຊ່ວຍໃຫ້ຜູ້ໃຊ້ສາມາດສ້າງ NFTs avatars ຈາກຂໍ້ຄວາມ. ຄ້າຍຄືກັນກັບການແຕ້ມຮູບພາບດ້ວຍຄໍາອະທິບາຍເເບບ DALL·E 2 ຂອງ OpenAI.

ແຜນການໂຄງການເຜີຍວ່າ “ຜູ້ໃຊ້ສາມາດສ້າງ, ຝຶກ ແລະ ຊື້ຂາຍຕົວລະຄອນ AI ໃນຖານະ NFTs ເທິງ Polygon chain ໄດ້ຢ່າງສະດວກວ່ອງໄວ” ນອກຈາກນັ້ນ, Alethea AI ຜູ້ສ້າງ CharacterGPT ໄດ້ອ້າງວ່າ “ມັນຈະຍົກລະດັບຢູ່ເໜືອກວ່າເຄື່ອງຈັກ Text-to-Image (ປ່ຽນຂໍ້ຄວາມເປັນຮູບພາບ) ເເບບເກົ່າຄື DALL·E 2 ຂອງ OpenAI … ໂດຍສາມາດສ້າງຕົວລະຄອນ AI ອັດສະລິຍະທີ່ສາມາດຕອບສະໜອງໄດ້ໄວ ດ້ວຍປະໂຫຍກທີ່ງ່າຍດາຍໃນພາສາທີ່ໃຊ້ທຸກມື້”

medium.com

ທັງນີ້ NFTs ດັ່ງກ່າວສາມາດຖືກ mint ໄດ້ທີ່ mycharacter.ai ຜ່ານ Polygon dApp ຈາກ Alethea AI ແລະ ທີມງານຍັງໄດ້ mint ຕົວລະຄອນຂອງຈາກ Sandeep Nailwal ຜູ້ຮ່ວມກໍ່ຕັ້ງ Polygon blockchain (MATIC) ໂດຍສ້າງແບບຈໍາລອງຈາກການຂຽນຂອງລາວ ທີ່ຖະແຫຼງການສາທາລະນະ ແລະ ການໃຫ້ສໍາພາດຕ່າງໆ.

“ຂ້ອຍໄດ້ເຫັນດ້ວຍຕາຂອງຂ້ອຍເອງວ່າ Alethea AI ໄດ້ພັດທະນາເຕັກໂນໂລຢີນີ້ ໃນໄລຍະສອງສາມປີຜ່ານມາ ແລະ ພວກເຮົາມີຄວາມຕື່ນເຕັ້ນຫຼາຍທີ່ຈະສະໜັບສະໜູນ Alethea AI ຢ່າງຕໍ່ເນື່ອງ ໂດຍການສ້າງໂຄງການຢູ່ໃນລະບົບ Polygon chain ນີ້ຈະຊ່ວຍໃຫ້ເພີ່ມສັກກະຍະພາບ ແລະ ຄວາມສາມາດຂອງ Generative AI ເພື່ອຈະເລີນເຕີບໂຕໃນລະບົບນິເວດ” Sundeep Nelval ຜູ້ຮ່ວມກໍ່ຕັ້ງຂອງ Polygon Blockchain (MATIC) ກ່າວໄວ້.

ທີ່ມາ : https://cutt.ly/D9fLSSP

**ໝາຍເຫດ : ການລົງທຶນມີຄວາມສ່ຽງ ສະກຸນເງິນດິຈິຕອນແຕ່ລະສະກຸນມີຄວາມແຕກຕ່າງກັນ ຄວນສຶກສາຂໍ້ມູນໃຫ້ລະອຽດທຸກຄັ້ງກ່ອນລົງທຶນ.

More Videos

Video Playlist
1/10 videos
1
bitqik Academy Live ep15
bitqik Academy Live ep15
01:04:48
2
bitqik Academy Live ep15
bitqik Academy Live ep15
3
bitqik Academy Live ep14: ການບໍລິຫານເງິນ ແລະ ພອສການລົງທຶນຂອງຕົວເອງ(Money management)
bitqik Academy Live ep14: ການບໍລິຫານເງິນ ແລະ ພອສການລົງທຶນຂອງຕົວເອງ(Money management)
01:16:04
4
ເກມທວາຍຄຳຊັບ Crypto ຈາກຮູບພາບ #shorts
ເກມທວາຍຄຳຊັບ Crypto ຈາກຮູບພາບ #shorts
01:23
5
Trick and Trade EP0
Trick and Trade EP0
54
6
🔴bitqik Aacademy Live ep 11: ສອນການໃຊ້ງານແອັບເບື້ອງຕົ້ນ
🔴bitqik Aacademy Live ep 11: ສອນການໃຊ້ງານແອັບເບື້ອງຕົ້ນ
01:01:46
7
bitqik Academy Live EP10:ປັດໃຈສໍາຄັນທີ່ສຸດໃນການລົງທຶນທຸກໆຕະຫຼາດແມ່ນການຄວບຄຸມຄວາມສ່ຽງ.
bitqik Academy Live EP10:ປັດໃຈສໍາຄັນທີ່ສຸດໃນການລົງທຶນທຸກໆຕະຫຼາດແມ່ນການຄວບຄຸມຄວາມສ່ຽງ.
01:06:22
8
Fiat VS Cryptocurrency 🚀
Fiat VS Cryptocurrency 🚀
48
9
bitqik Academy live ep9:ເປັນຫຍັງບິດຄິກຈຶ່ງ Rebrand? ພວກເຮົາມີບໍລິການຫຍັງແດ່ໃນປັດຈຸບັນ?
bitqik Academy live ep9:ເປັນຫຍັງບິດຄິກຈຶ່ງ Rebrand? ພວກເຮົາມີບໍລິການຫຍັງແດ່ໃນປັດຈຸບັນ?
01:01:26
10
bitqik Academy Live ep8: CPI ແມ່ນຫຍັງ? ມີຜົນແນວໃດຕໍ່ຕະຫຼາດ? ຄາດການຕະຫຼາດຈະໄປໃນທິດທາງໃດ?
bitqik Academy Live ep8: CPI ແມ່ນຫຍັງ? ມີຜົນແນວໃດຕໍ່ຕະຫຼາດ? ຄາດການຕະຫຼາດຈະໄປໃນທິດທາງໃດ?
42:53
About Us

bitqik INSIGHT, get our latest reports, covering all sorts of topics in the digital asset industry. From finance to economics, trends, and investment.

Services

© 2022-2023 bitqik Insight – All rights reserved.