Elon Musk ບໍ່ໄດ້ຖືກເຊີນໃຫ້ໄປ Davos ແຕ່ນັ້ນບໍ່ໄດ້ໝາຍຄວາມວ່າລາວຈະບໍ່ຖືກກ່າວເຖິງ. James Gorman CEO ຂອງ Morgan Stanley ບໍລິສັດທາງດ້ານການເງິນລະດັບໂລກ ລາວເວົ້າເເຕ່ສິ່ງດີໆກ່ຽວກັບມະຫາເສດຖີຄົນນີ້ໃນ​ລະຫວ່າງການປະຊຸມ World Economic Forum (WEF) ຢູ່ Davos. ລາວໄດ້​ສະ​ແດງ​ຄວາມ​ເຫັນ​ກ່ຽວ​ກັບ Elon Musk ວ່າ:

“Elon Musk ແມ່ນໜຶ່ງໃນບັນດາຜູ້ປະກອບການ ແລະ ນັກທຸລະກິດທີ່ດີທີ່ສຸດໃນສະຕະວັດທີ່ຜ່ານມາ”.

 Gorman ກ່າວ: “ນັບພຽງແຕ່ The Boring Company ຢ່າງດຽວ, ບໍ່ຕ້ອງເວົ້າເຖິງ SpaceX ຫຼື Tesla ກໍໄດ້ ຄົນໆນີ້ມີຄວາມສາມາດພິເສດ”

Elon Musk ຍັງໄດ້ຕອບຮັບຄຳຍ້ອງຍໍສັນລະເສີນຈາກ Morgan Gorman ໃນການຕອບກັບວິດີໂອ Musk ກ່າວວ່າ “ເປັນຄໍາເວົ້າທີ່ດີເປັນທີ່ໜ້າຍົກຍ້ອງ”.

Elon Musk ​ໄດ້ວິພາກວິຈານ​ຕໍ່​ກອງ​ປະຊຸມ  World Economic Forum ​ຢູ່ Davos ຢ່າງເຈັບເເສບ, ໂດຍ​ເອີ້ນ​ກຸ່ມ​ຄົນ​ທີ່​ເຂົ້າ​ຮ່ວມ​ເຫດການ​ດັ່ງກ່າວ​ວ່າ “ລັດຖະບານ​ໂລກ​ທີ່​ບໍ່​ມາຈາກ​ການ​ເລືອກ​ຕັ້ງ”.

ບໍ່ດົນມານີ້, Elon Musk ໄດ້ tweet ໂດຍກ່າວວ່າ: “WEF ກຳລັງກາຍເປັນລັດຖະບານໂລກທີ່ບໍ່ມີການເລືອກຕັ້ງ ເຊິ່ງເປັນສິ່ງທີ່ປະຊາຊົນບໍ່ເຄີຍຮ້ອງຂໍ ແລະ ບໍ່ຕ້ອງການ”

ໃນ tweet ກ່ອນຫນ້ານີ້ລາວໄດ້ຖາມຜູ້ຕິດຕາມຂອງລາວຢ່າງເປີດເຜີຍວ່າເປັນຫຍັງ WEF ເຖິງຍັງເປັນເເບບນັ້ນຢູ່. ລາວເວົ້າວ່າ: “WEF/Davos ເປັນແນວໃດ? ເຂົາເຈົ້າພະຍາຍາມເປັນ boss ຂອງໂລກບໍ່?” Musk ຍັງໄດ້ສໍາຫຼວດຜູ້ໃຊ້ Twitter ເພື່ອຖາມວ່າ WEF ຄວນຄວບຄຸມໂລກ ຫຼື ບໍ່?

ທີ່ມາ : https://cutt.ly/59aH4kH

https://cutt.ly/O9aH6ok
**ໝາຍເຫດ : ການລົງທຶນມີຄວາມສ່ຽງ ສະກຸນເງິນດິຈິຕອນແຕ່ລະສະກຸນມີຄວາມແຕກຕ່າງກັນ ຄວນສຶກສາຂໍ້ມູນໃຫ້ລະອຽດທຸກຄັ້ງກ່ອນລົງທຶນ.

More Videos

Video Playlist
1/10 videos
1
bitqik Academy Live ep15
bitqik Academy Live ep15
01:04:48
2
bitqik Academy Live ep15
bitqik Academy Live ep15
3
bitqik Academy Live ep14: ການບໍລິຫານເງິນ ແລະ ພອສການລົງທຶນຂອງຕົວເອງ(Money management)
bitqik Academy Live ep14: ການບໍລິຫານເງິນ ແລະ ພອສການລົງທຶນຂອງຕົວເອງ(Money management)
01:16:04
4
ເກມທວາຍຄຳຊັບ Crypto ຈາກຮູບພາບ #shorts
ເກມທວາຍຄຳຊັບ Crypto ຈາກຮູບພາບ #shorts
01:23
5
Trick and Trade EP0
Trick and Trade EP0
54
6
🔴bitqik Aacademy Live ep 11: ສອນການໃຊ້ງານແອັບເບື້ອງຕົ້ນ
🔴bitqik Aacademy Live ep 11: ສອນການໃຊ້ງານແອັບເບື້ອງຕົ້ນ
01:01:46
7
bitqik Academy Live EP10:ປັດໃຈສໍາຄັນທີ່ສຸດໃນການລົງທຶນທຸກໆຕະຫຼາດແມ່ນການຄວບຄຸມຄວາມສ່ຽງ.
bitqik Academy Live EP10:ປັດໃຈສໍາຄັນທີ່ສຸດໃນການລົງທຶນທຸກໆຕະຫຼາດແມ່ນການຄວບຄຸມຄວາມສ່ຽງ.
01:06:22
8
Fiat VS Cryptocurrency 🚀
Fiat VS Cryptocurrency 🚀
48
9
bitqik Academy live ep9:ເປັນຫຍັງບິດຄິກຈຶ່ງ Rebrand? ພວກເຮົາມີບໍລິການຫຍັງແດ່ໃນປັດຈຸບັນ?
bitqik Academy live ep9:ເປັນຫຍັງບິດຄິກຈຶ່ງ Rebrand? ພວກເຮົາມີບໍລິການຫຍັງແດ່ໃນປັດຈຸບັນ?
01:01:26
10
bitqik Academy Live ep8: CPI ແມ່ນຫຍັງ? ມີຜົນແນວໃດຕໍ່ຕະຫຼາດ? ຄາດການຕະຫຼາດຈະໄປໃນທິດທາງໃດ?
bitqik Academy Live ep8: CPI ແມ່ນຫຍັງ? ມີຜົນແນວໃດຕໍ່ຕະຫຼາດ? ຄາດການຕະຫຼາດຈະໄປໃນທິດທາງໃດ?
42:53
About Us

bitqik INSIGHT, get our latest reports, covering all sorts of topics in the digital asset industry. From finance to economics, trends, and investment.

Services

© 2022-2023 bitqik Insight – All rights reserved.