ອະດີດຜູ້ຈັດການກອງທຶນ hedge Fund ຜູ້ທີ່ບໍ່ໄດ້ມີໂຊກໃນການຊື້ຂາຍ crypto ເເລະ ສິ່ງທີ່ເກີດຂຶ້ນຫຼ້າສຸດກັບລາວກໍບໍ່ໄດ້ເເຕກຕ່າງໄປຈາກເກົ່າ.

Jim Cramer ເປັນພິທິກອນລາຍການ “Mad Money w/ Jim Cramer” ເເລະ ຍັງເປັນຜູ້ປະກາດຮ່ວມໃນລາຍການ “Squawk on the Street” ຂອງ CNBC, ນອກຈາກນີ້ Jim Cramer ຍັງເປັນຜູ້ຮ່ວມກໍ່ຕັ້ງ TheStreet ເວັບໄຊທ໌ຂ່າວກ່ຽວກັບທາງດ້ານການເງິນ.

ແຫຼ່ງທີ່ມາ: www.cnbc.com

ເມື່ອວັນທີ 23 ທັນວາ ປີ 2022, ໃນລະຫວ່າງທີ່ຢູ່ໃນລາຍການ “Squawk on the Street” ຂອງ CNBC  ລາວໄດ້ບອກກັບຜູ້ປະກາດຂ່າວຂອງລາຍການ Carl Quintanilla ວ່າ:

“ເຫດຜົນໜຶ່ງທີ່ເຮັດໃຫ້ຂ້ອຍຮູ້ສຶກບໍ່ພໍໃຈ ແລະ ຂ້ອຍຄິດວ່າ SEC ຄວນມີຈະການກວດສອບໃຫ້ຫຼາຍກວ່ານີ້ອີກເຊັ່ນ: ເມື່ອເຮົາເບິ່ງການຍື່ນເອກະສານຂອງຮຸ້ນນັ້ນ, ເຮົາຈະຮູ້ວ່າໃຜເປັນເຈົ້າຂອງຮຸ້ນ ເເຕ່ນີ້ບໍ່ຮູ້ຫຍັງເລີຍວ່າຮຸ້ນນັ້ນເເມ່ນຂອງໃຜ…”

“ຄວາມໝາຍຂອງຂ້ອຍເເມ່ນ ຂ້ອຍໄດ້ຂາຍ Crypto ທັງໝົດຂອງຂ້ອຍໄປເເລ້ວ ເເລະ ໄດ້ປະກາດໃນໂທລະພາບກ່ຽວກັບທຸກສິ່ງທີ່ຂ້ອຍເຮັດຕໍ່ Crypto, ແຕ່ຂ້ອຍຈະບໍ່ແຕະຕ້ອງ Crypto ໃນອີກລ້ານປີຂ້າງໜ້າ ເພາະຂ້ອຍບໍ່ໄວ້ວາງໃຈພວກມັນ… ພວກມັນຕໍ່ສູ້ກັບກົດລະບຽບ ເນື່ອງຈາກພວກມັນບໍ່ຕ້ອງການກົດລະບຽບ ແລະ ​ທ່ານກໍຈະ​ບໍ່​ມີ​ລະ​ບຽບ​​, ດັ່ງນັ້ນ ຖ້າເຈົ້າມີເງິນຂອງເຈົ້າຢູ່ໃນສິ່ງເຫຼົ່ານັ້ນ, ຟັງເດີ…ຂ້ອຍບໍ່ໄດ້ບອກວ່າເຈົ້າວ່າໂງ່ ຂ້ອຍພຽງແຕ່ຈະບອກວ່າເຈົ້າໃຊ້ຄວາມເຊື່ອທີ່ບໍ່ມືນຫູມືນຕາຫຼາຍເກີນໄປ…

ຫຼັງຈາກນັ້ນ, ໃນວັນທີ 9 ມັງກອນ ປີ 2023 ລາວບອກກັບຜູ້ຕິດຕາມໃນ Twitter ກວ່າ 1,9 ລ້ານຄົນວ່າ ນີ້ເເມ່ນໂອກາດດີທີ່ຈະຕີຕົວອອກຫ່າງຈາກ Crypto, ເຊິ່ງເຮັດໃຫ້ Dan Held ຜູ້ໃຫ້ຄຳປຶກສາ Bitcoin ເເລະ ທີ່ປຶກສາດ້ານການຕະຫຼາດຂອງ Trust Machines ກ່າວວ່າຄວາມຄິດເຫັນດັ່ງກ່າວຂອງ Crame ນັ້ນໝາຍຄວາມວ່າຕະຫຼາດ Crypto ໄດ້ເຖິງຈຸດຕໍ່າສຸດ.

ອີງຕາມຂໍ້ມູນໂດຍ TradingView, ນັບຕັ້ງແຕ່ Tweet ຂອງ Cramer ໄດ້ຖືກເຜີຍເເຜ່ໃນວັນທີ 9 ມັງກອນ 2023, ລາຄາຂອງ Bitcoin ໄດ້ເພິ່ມຂຶ້ນຈາກ 17,276 ໂດລາ ເປັນ 23,232 ໂດລາ , ເພີ່ມຂຶ້ນປະມານ 34.5% ທຽບກັບ USD

ທີ່ມາ : https://cutt.ly/09aDiaE

**ໝາຍເຫດ : ການລົງທຶນມີຄວາມສ່ຽງ ສະກຸນເງິນດິຈິຕອນແຕ່ລະສະກຸນມີຄວາມແຕກຕ່າງກັນ ຄວນສຶກສາຂໍ້ມູນໃຫ້ລະອຽດທຸກຄັ້ງກ່ອນລົງທຶນ.

More Videos

Video Playlist
1/10 videos
1
bitqik Academy Live ep15
bitqik Academy Live ep15
01:04:48
2
bitqik Academy Live ep15
bitqik Academy Live ep15
3
bitqik Academy Live ep14: ການບໍລິຫານເງິນ ແລະ ພອສການລົງທຶນຂອງຕົວເອງ(Money management)
bitqik Academy Live ep14: ການບໍລິຫານເງິນ ແລະ ພອສການລົງທຶນຂອງຕົວເອງ(Money management)
01:16:04
4
ເກມທວາຍຄຳຊັບ Crypto ຈາກຮູບພາບ #shorts
ເກມທວາຍຄຳຊັບ Crypto ຈາກຮູບພາບ #shorts
01:23
5
Trick and Trade EP0
Trick and Trade EP0
54
6
🔴bitqik Aacademy Live ep 11: ສອນການໃຊ້ງານແອັບເບື້ອງຕົ້ນ
🔴bitqik Aacademy Live ep 11: ສອນການໃຊ້ງານແອັບເບື້ອງຕົ້ນ
01:01:46
7
bitqik Academy Live EP10:ປັດໃຈສໍາຄັນທີ່ສຸດໃນການລົງທຶນທຸກໆຕະຫຼາດແມ່ນການຄວບຄຸມຄວາມສ່ຽງ.
bitqik Academy Live EP10:ປັດໃຈສໍາຄັນທີ່ສຸດໃນການລົງທຶນທຸກໆຕະຫຼາດແມ່ນການຄວບຄຸມຄວາມສ່ຽງ.
01:06:22
8
Fiat VS Cryptocurrency 🚀
Fiat VS Cryptocurrency 🚀
48
9
bitqik Academy live ep9:ເປັນຫຍັງບິດຄິກຈຶ່ງ Rebrand? ພວກເຮົາມີບໍລິການຫຍັງແດ່ໃນປັດຈຸບັນ?
bitqik Academy live ep9:ເປັນຫຍັງບິດຄິກຈຶ່ງ Rebrand? ພວກເຮົາມີບໍລິການຫຍັງແດ່ໃນປັດຈຸບັນ?
01:01:26
10
bitqik Academy Live ep8: CPI ແມ່ນຫຍັງ? ມີຜົນແນວໃດຕໍ່ຕະຫຼາດ? ຄາດການຕະຫຼາດຈະໄປໃນທິດທາງໃດ?
bitqik Academy Live ep8: CPI ແມ່ນຫຍັງ? ມີຜົນແນວໃດຕໍ່ຕະຫຼາດ? ຄາດການຕະຫຼາດຈະໄປໃນທິດທາງໃດ?
42:53
About Us

bitqik INSIGHT, get our latest reports, covering all sorts of topics in the digital asset industry. From finance to economics, trends, and investment.

Services

© 2022-2023 bitqik Insight – All rights reserved.