ຫົວໜ້າບໍລິຫານຂອງ DCG ໄດ້ຂຽນຈົດໝາຍເຖິງຜູ້ຖືຫຸ້ນເພື່ອແກ້ໄຂການເກັງກຳໄລທີ່ເພີ່ມຂຶ້ນ ແລະ FUD (Fear, uncertainty, and doubt) ກ່ຽວກັບບໍລິສັດ.

ໃນວັນທີ 10 ມັງກອນ, Barry Silbert CEO ຂອງ DCG ໄດ້ສະເເດງໃຫ້ເຫັນເຖິງສະຖານະຂອງອຸດສາຫະກໍາ crypto ແລະ ກະເເສຂອງການເກັງກຳໄລທີ່ເພິ່ມຂຶ້ນຂອງ ບໍລິສັດຂອງລາວ ຫຼັງຈາກໄດ້ຮັບຜົນກະທົບຈາກ FTX ແລະ ໂຣກລະບາດ.

Silbert ຍອມຮັບວ່າປິ 2022 ເປັນປີທີ່ຫຍຸ້ງຍາກລໍາບາກ, DCG ແລະ ບໍລິສັດຍ່ອຍຂອງຕົນກໍໄດ້ຮັບຜົນກະທົບຂອງຄວາມວຸ່ນວາຍໃນປະຈຸບັນ, ເຊິ່ງນັກ​ວິຈານໄດ້ພະຍາຍາມເຈາະຈິ້ມຈາກມຸມມືດ ເເລະ ລາວໄດ້ກ່າວ​ຕື່ມ​ວ່າ:

“ມັນເປັນເລື່ອງທ້າທາຍ, ທີ່ຄວາມຊື່ສັດ ເເລະ ຄວາມຕັ້ງໃຈຂອງຂ້ອຍຈະຖືກຕັ້ງຄຳຖາມ ຫຼັງຈາກໃຊ້ເວລາຫຼາຍທົດສະວັດເພື່ອທຸ້ມເທໃຫ້ກັບບໍລິສັດນີ້ ໂດຍມຸ່ງໃສ່ການເຮັດສິ່ງທີ່ຖືກຕ້ອງຢ່າງບໍ່ຖົດຖອຍ”

ໃນຕົ້ນເດືອນທີ່ຜ່ານມາ, Cameron Winklevoss ຜູ້ຮ່ວມກໍ່ຕັ້ງ Gemini ໄດ້ຢືນຄຳຂາດຕໍ່ Silbert ໃຫ້ໃຊ້ໜີ້ທີ່ຕິດຄ້າງຢູ່. ເມື່ອວັນ​ທີ 10 ມັງກອນ​, Winklevoss ​ໄດ້​ຮຽກຮ້ອງ​ໃຫ້​ປົດ Silbert ອອກຈາກການ​ເປັນ CEO ​ໂດຍ​ອ້າງ​ວ່າ: Silbert ບໍ່​ເຕັມ​ໃຈ​ທີ່​ຈະ​ຊອກ​ຫາ​ທາງ​ອອກໃນບັນຫາທີ່ພົບ.

ໃນຈົດໝາຍຂອງ Silbert ກ່າວວ່າ DCG ເປັນໜີ້ Genesis Capital 447.5 ລ້ານໂດລາ ແລະ 4,550 BTC (ມູນຄ່າປະມານ 78 ລ້ານໂດລາ), ເຊິ່ງຈະຄົບກຳນົດໃນເດືອນພຶດສະພາ 2023. DCG ໄດ້ກູ້ຢືມ 500 ລ້ານໂດລາໃນລະຫວ່າງເດືອນມັງກອນຫາເດືອນພຶດສະພາ 2022 ທີ່ມີອັດຕາດອກເບ້ຍ 10% – 12%.

ຄວາມສໍາພັນກັບ FTX, ລາວກ່າວວ່າ DCG ໄດ້ລົງທຶນໃນຮຸ້ນຂະໜາດນ້ອຍທີ່ 250,000 ໂດລາໃນ Series B ຂອງ exchange ໃນເດືອນກໍລະກົດ 2021.

“DCG ມີບັນຊີການຊື້ຂາຍກັບ FTX ໜ້ອຍກວ່າ 1% ຂອງປະລິມານການຊື້ຂາຍທັງໝົດຂອງພວກເຮົາທີ່ເຮັດທຸລະກໍາໃນເເພລັດຟອມນັ້ນ” ລາວກ່າວ.

ທີ່ມາ : https://cutt.ly/z2STHKD

**ໝາຍເຫດ : ການລົງທຶນມີຄວາມສ່ຽງ ສະກຸນເງິນດິຈິຕອນແຕ່ລະສະກຸນມີຄວາມແຕກຕ່າງກັນ ຄວນສຶກສາຂໍ້ມູນໃຫ້ລະອຽດທຸກຄັ້ງກ່ອນລົງທຶນ.

More Videos

Video Playlist
1/10 videos
1
bitqik Academy Live ep15
bitqik Academy Live ep15
01:04:48
2
bitqik Academy Live ep15
bitqik Academy Live ep15
3
bitqik Academy Live ep14: ການບໍລິຫານເງິນ ແລະ ພອສການລົງທຶນຂອງຕົວເອງ(Money management)
bitqik Academy Live ep14: ການບໍລິຫານເງິນ ແລະ ພອສການລົງທຶນຂອງຕົວເອງ(Money management)
01:16:04
4
ເກມທວາຍຄຳຊັບ Crypto ຈາກຮູບພາບ #shorts
ເກມທວາຍຄຳຊັບ Crypto ຈາກຮູບພາບ #shorts
01:23
5
Trick and Trade EP0
Trick and Trade EP0
54
6
🔴bitqik Aacademy Live ep 11: ສອນການໃຊ້ງານແອັບເບື້ອງຕົ້ນ
🔴bitqik Aacademy Live ep 11: ສອນການໃຊ້ງານແອັບເບື້ອງຕົ້ນ
01:01:46
7
bitqik Academy Live EP10:ປັດໃຈສໍາຄັນທີ່ສຸດໃນການລົງທຶນທຸກໆຕະຫຼາດແມ່ນການຄວບຄຸມຄວາມສ່ຽງ.
bitqik Academy Live EP10:ປັດໃຈສໍາຄັນທີ່ສຸດໃນການລົງທຶນທຸກໆຕະຫຼາດແມ່ນການຄວບຄຸມຄວາມສ່ຽງ.
01:06:22
8
Fiat VS Cryptocurrency 🚀
Fiat VS Cryptocurrency 🚀
48
9
bitqik Academy live ep9:ເປັນຫຍັງບິດຄິກຈຶ່ງ Rebrand? ພວກເຮົາມີບໍລິການຫຍັງແດ່ໃນປັດຈຸບັນ?
bitqik Academy live ep9:ເປັນຫຍັງບິດຄິກຈຶ່ງ Rebrand? ພວກເຮົາມີບໍລິການຫຍັງແດ່ໃນປັດຈຸບັນ?
01:01:26
10
bitqik Academy Live ep8: CPI ແມ່ນຫຍັງ? ມີຜົນແນວໃດຕໍ່ຕະຫຼາດ? ຄາດການຕະຫຼາດຈະໄປໃນທິດທາງໃດ?
bitqik Academy Live ep8: CPI ແມ່ນຫຍັງ? ມີຜົນແນວໃດຕໍ່ຕະຫຼາດ? ຄາດການຕະຫຼາດຈະໄປໃນທິດທາງໃດ?
42:53
About Us

bitqik INSIGHT, get our latest reports, covering all sorts of topics in the digital asset industry. From finance to economics, trends, and investment.

Services

© 2022-2023 bitqik Insight – All rights reserved.