ໃນວັນທີ 8 ມັງກອນ, Wyre ບໍລິສັດການຊໍາລະເງິນ crypto ໄດ້ປະກາດວ່າ ກຳລັງ “ປັບປຸງນະໂຍບາຍການຖອນເງິນ” ໃນການເຄື່ອນໄຫວດັ່ງກ່າວ ໄດ້ເພີ່ມຂອບເຂດຈໍາກັດການຖອນເງິນບໍ່ໃຫ້ເກີນ 90% ຂອງເງິນໃນບັນຊີລູກຄ້າ. ກ່າວອີກຢ່າງກໍຄື ຜູ້ໃຊ້ບໍລິການຂອງ Wyre ບໍ່ສາມາດຖອນເງິນອອກທັງໝົດໂດຍປະບັນຊີໃຫ້ວ່າງເປົ່ານັ້ນເອງ.

ໃນການຖອນເງິນ ມີຂອບເຂດຈໍາກັດເພີ່ມເຕີມພຽງ 5 BTC ແລະ 50 ETH ຕໍ່ມື້ ແລະ ຍັງມີຂໍ້ຈໍາກັດກ່ຽວກັບການຖອນເງິນ fiat ອີກດ້ວຍ.

ການ​ເຄື່ອນ​ໄຫວ​ດັ່ງກ່າວ ​ຊີ້​ໃຫ້​ເຫັນເຖິງ​ຄວາມ​ກັງວົນ​ທີ່​ເພີ່ມ​ຂຶ້ນ​ກ່ຽວ​ກັບ​ການ​ລົ້ມ​ລະລາຍ​ ແລະ ​ສະພາບ​ຄ່ອງ​ທີ່​ອາດ​ຈະເກີດ​ຂຶ້ນ​, ເຊິ່ງ​ອາດ​ເຮັດ​ໃຫ້​ລູກ​ຄ້າ​ຕ້ອງການ​ເງິນ​ຄືນ​ຢ່າງ​ຮີບ​ດ່ວນ ເປັນເຫດເຮັດໃຫ້ເກີດຄວາມວຸ່ນວາຍຂອງການຖອນເງິນ ຈຶ່ງສົ່ງຜົນໃຫ້ມີຂໍ້ຈໍາກັດຫຼາຍຂື້ນ.

Wyre on The Wire

Wyre ກ່າວຕື່ມວ່າ ພວກເຂົາຍັງໄດ້ຮັບຄວາມເດືອດຮ້ອນໃນຊ່ວງລະດູໜາວຂອງ crypto ທີ່ຍາວນານ, ເຊິ່ງທະວີຄວາມຮ້າຍແຮງຂຶ້ນຈາກການລົ້ມລະລາຍຄັ້ງໃຫຍ່ຫຼາຍຄັ້ງໃນປີ 2022.

ນອກຈາກນີ້ຜູ້ບໍລິຫານຍັງມີການສັ່ນຄອນເລັກນ້ອຍ ເມື່ອ Yanni Giannaros ລາອອກຈາກຕໍາແໜ່ງ CEO. ເຊິ່ງເຂົາຈະໄດ້ຮັບ​ຕຳ​ແໜ່ງ​ເປັນ​ປະ​ທານ​ບໍ​ລິ​ຫານ ໂດຍ​ມີ​ Stephen Cheng ເປັນຜູ້​ຮັບ​ຜິດ​ຊອບ​ດ້ານ​ຄວາມ​ສ່ຽງ ແລະ ການ​ປະ​ຕິ​ບັດ​ຕາມ​ຂັ້ນ​ສູງ ຂຶ້ນ​ເປັນ​ຊີ​ອີ​ໂອ​ຊົ່ວ​ຄາວ.

Wyre ຍັງໄດ້ແຍກຕົວອອກຈາກ MetaMask ຜູ້ໃຫ້ບໍລິການກະເປົາເງິນ crypto ຊັ້ນນໍາ. ໃນວັນທີ 6 ມັງກອນ MetaMask ໄດ້ໂພສອັບເດດທີ່ລະບຸວ່າ ແພລັດຟອມດັ່ງກ່າວໄດ້ຖືກຖອນອອກຈາກມືຖືເເລ້ວ, ໂດຍກ່າວເພີ່ມວ່າ “ກະລຸນາຢ່າໃຊ້ Wyre”

ທີ່ມາ : https://cutt.ly/k2RDQts

**ໝາຍເຫດ : ການລົງທຶນມີຄວາມສ່ຽງ ສະກຸນເງິນດິຈິຕອນແຕ່ລະສະກຸນມີຄວາມແຕກຕ່າງກັນ ຄວນສຶກສາຂໍ້ມູນໃຫ້ລະອຽດທຸກຄັ້ງກ່ອນລົງທຶນ.

More Videos

Video Playlist
1/10 videos
1
bitqik Academy Live ep15
bitqik Academy Live ep15
01:04:48
2
bitqik Academy Live ep15
bitqik Academy Live ep15
3
bitqik Academy Live ep14: ການບໍລິຫານເງິນ ແລະ ພອສການລົງທຶນຂອງຕົວເອງ(Money management)
bitqik Academy Live ep14: ການບໍລິຫານເງິນ ແລະ ພອສການລົງທຶນຂອງຕົວເອງ(Money management)
01:16:04
4
ເກມທວາຍຄຳຊັບ Crypto ຈາກຮູບພາບ #shorts
ເກມທວາຍຄຳຊັບ Crypto ຈາກຮູບພາບ #shorts
01:23
5
Trick and Trade EP0
Trick and Trade EP0
54
6
🔴bitqik Aacademy Live ep 11: ສອນການໃຊ້ງານແອັບເບື້ອງຕົ້ນ
🔴bitqik Aacademy Live ep 11: ສອນການໃຊ້ງານແອັບເບື້ອງຕົ້ນ
01:01:46
7
bitqik Academy Live EP10:ປັດໃຈສໍາຄັນທີ່ສຸດໃນການລົງທຶນທຸກໆຕະຫຼາດແມ່ນການຄວບຄຸມຄວາມສ່ຽງ.
bitqik Academy Live EP10:ປັດໃຈສໍາຄັນທີ່ສຸດໃນການລົງທຶນທຸກໆຕະຫຼາດແມ່ນການຄວບຄຸມຄວາມສ່ຽງ.
01:06:22
8
Fiat VS Cryptocurrency 🚀
Fiat VS Cryptocurrency 🚀
48
9
bitqik Academy live ep9:ເປັນຫຍັງບິດຄິກຈຶ່ງ Rebrand? ພວກເຮົາມີບໍລິການຫຍັງແດ່ໃນປັດຈຸບັນ?
bitqik Academy live ep9:ເປັນຫຍັງບິດຄິກຈຶ່ງ Rebrand? ພວກເຮົາມີບໍລິການຫຍັງແດ່ໃນປັດຈຸບັນ?
01:01:26
10
bitqik Academy Live ep8: CPI ແມ່ນຫຍັງ? ມີຜົນແນວໃດຕໍ່ຕະຫຼາດ? ຄາດການຕະຫຼາດຈະໄປໃນທິດທາງໃດ?
bitqik Academy Live ep8: CPI ແມ່ນຫຍັງ? ມີຜົນແນວໃດຕໍ່ຕະຫຼາດ? ຄາດການຕະຫຼາດຈະໄປໃນທິດທາງໃດ?
42:53
About Us

bitqik INSIGHT, get our latest reports, covering all sorts of topics in the digital asset industry. From finance to economics, trends, and investment.

Services

© 2022-2023 bitqik Insight – All rights reserved.