Argo Blockchain ບໍລິສັດຂຸດ Bitcoin ໄດ້ລະງັບການຊື້ຂາຍຮຸ້ນເງິນຝາກອາເມລິກາ (ADS) ໃນ Nasdaq. ອີງຕາມການຖະແຫຼງຂ່າວໃນວັນທີ 27 ທັນວາ, ບໍລິສັດກ່າວວ່າ ມີຄວາມຈຳເປັນຕ້ອງໄດ້ລະງັບການຊື້ຂາຍເນື່ອງຈາກການປະກາດທີ່ຈະມາເຖິງໃນວັນທີ 28 ທັນວາ ແລະ ຕະຫຼາດຫຼັກຊັບລອນດອນຈະປິດທຳການໃນວັນທີ 27 ທັນວາ. Argo ກ່າວວ່າບໍລິສັດຄາດວ່າຮຸ້ນຈະກັບມາຊື້ຂາຍໃນຕະຫຼາດ Nasdaq ໃນວັນທີ 28 ທັນວາ.

ຖະແຫຼງການດັ່ງກ່າວມີຂຶ້ນຫຼັງຈາກບໍລິສັດໄດ້ປະສົບກັບຄວາມຫຍຸ້ງຍາກທາງດ້ານການເງິນ ແລະ ປະເຊີນກັບຂ່າວລືກ່ຽວກັບການລົ້ມລະລາຍ ເນື່ອງຈາກຕົ້ນທຶນຄ່າໃຊ້ຈ່າຍດ້ານພະລັງງານເພີ່ມຂຶ້ນ ແລະ ການຫຼຸດລົງຂອງລາຄາ Bitcoin.

ວັນ​ທີ 9 ທັນວາ​ນີ້, ບໍລິສັດ Argo ​ໄດ້​ເປີດ​ເຜີຍ​ເອກະສານ​ກັບນັກ​ຂ່າວ​ໂດຍບໍ່ຕັ້ງໃຈ ເປັນ​ການປະກາດ​ປອມວ່າ ​ໄດ້​ຍື່ນຟ້ອງ​ການ​ລົ້ມລະລາຍ. ໃນການຕອບສະໜອງຂອງຕະຫຼາດຫຼັກຊັບລອນດອນ ເເລະ Nasdaq ລະງັບການຊື້ຮຸ້ນຂອງບໍລິສັດທັນທີ, ໂດຍທີມງານຕອບສະໜອງດ້ວຍການຮ້ອງຂໍໃຫ້ຮຸ້ນກັບມາຊື້ຂາຍເຊັ່ນເດີມ ເນື່ອງຈາກບໍ່ໄດ້ຍື່ນຟ້ອງລົ້ມລະລາຍເເທ້.

ໃນເວລານັ້ນ, ບໍລິສັດຍອມຮັບວ່າ “ມີຄວາມສ່ຽງຂອງເງິນສົດບໍ່ພຽງພໍເພື່ອຮອງຮັບການດໍາເນີນທຸລະກິດຢ່າງຕໍ່ເນື່ອງໃນເດືອນຕໍ່ໄປ”. ຢ່າງໃດກໍຕາມ, ທາງບໍລິສັດຍັງຄົງພະຍາຍາມຫຼີກລຽງການລົ້ມລະລາຍໃນພາກທີ 11.

ໃນວັນທີ 16 ເດືອນທັນວາ, ບໍລິສັດໄດ້ປະກາດວ່າ ມັນກໍາລັງປະເຊີນກັບສິ່ງທ້າທາຍທາງລົບເພິ່ມເຕີມອີກຈາກ Nasdaq ຍ້ອນວ່າຫຼັກຊັບຂອງຕົນມີການຊື້ຂາຍຕໍ່າກວ່າ 1 ໂດລາເປັນເວລາ 30 ມື້ຕິດຕໍ່ກັນ. ຖ້າບໍລິສັດບໍ່ສາມາດເຮັດໃຫ້ລາຄາຮຸ້ນຂອງຕົນປິດສູງກວ່າ 1 ໂດລາພາຍໃນ 180 ມື້ຂ້າງໜ້າ, ມັນຈະຖືກຖອນອອກຈາກ Nasdaq.

ການລະງັບການຊື້ຂາຍໃໝ່ໃນວັນທີ 27 ເດືອນທັນວາ ຍັງບໍ່ໄດ້ລິເລີ່ມໂດຍຕະຫຼາດຫຼັກຊັບ, ໂດຍ Argo ຮ້ອງຂໍດ້ວຍຄວາມສະໝັກໃຈຂໍໃຫ້ຢຸດການຊື້ຂາຍຮຸ້ນ. ຄາດວ່າຈະມີປະກາດຈາກທີມງານໃນວັນທີ 28 ເດືອນທັນວາ, ກ່ອນ 8:00 UTC ຂອງຕະຫຼາດຫຼັກຊັບລອນດອນ.

ທີ່ມາ : https://cutt.ly/l07vCvC

**ໝາຍເຫດ : ການລົງທຶນມີຄວາມສ່ຽງ ສະກຸນເງິນດິຈິຕອນແຕ່ລະສະກຸນມີຄວາມແຕກຕ່າງກັນ ຄວນສຶກສາຂໍ້ມູນໃຫ້ລະອຽດທຸກຄັ້ງກ່ອນລົງທຶນ.

ຊ່ອງທາງການຕິດຕໍ່:
Website: www.bitqik.com
bitqik Suport : https://support.bitqik.com/
Facebook: https://www.facebook.com/bitqik/
bitqik Academy : https://www.facebook.com/profile.php?id=100086347500753
bitqik Insight : https://insight.bitqik.com/
Tiktok: https://vt.tiktok.com/ZSdT86ut3/
Youtube : https://www.youtube.com/channel/UC2wf6B1zII-2jPtVfwmKvoA
Instagram : https://www.instagram.com/bitqikofficial/
Twitter : https://twitter.com/bitqikofficial

#Bitcoin #bitqik #bitqikacademy #Cryptocurrency #Blockchain

**ໝາຍເຫດ : ການລົງທຶນມີຄວາມສ່ຽງ ສະກຸນເງິນດິຈິຕອນແຕ່ລະສະກຸນມີຄວາມແຕກຕ່າງກັນ ຄວນສຶກສາຂໍ້ມູນໃຫ້ລະອຽດທຸກຄັ້ງກ່ອນລົງທຶນ.

More Videos

Video Playlist
1/10 videos
1
bitqik Academy Live ep15
bitqik Academy Live ep15
01:04:48
2
bitqik Academy Live ep15
bitqik Academy Live ep15
3
bitqik Academy Live ep14: ການບໍລິຫານເງິນ ແລະ ພອສການລົງທຶນຂອງຕົວເອງ(Money management)
bitqik Academy Live ep14: ການບໍລິຫານເງິນ ແລະ ພອສການລົງທຶນຂອງຕົວເອງ(Money management)
01:16:04
4
ເກມທວາຍຄຳຊັບ Crypto ຈາກຮູບພາບ #shorts
ເກມທວາຍຄຳຊັບ Crypto ຈາກຮູບພາບ #shorts
01:23
5
Trick and Trade EP0
Trick and Trade EP0
54
6
🔴bitqik Aacademy Live ep 11: ສອນການໃຊ້ງານແອັບເບື້ອງຕົ້ນ
🔴bitqik Aacademy Live ep 11: ສອນການໃຊ້ງານແອັບເບື້ອງຕົ້ນ
01:01:46
7
bitqik Academy Live EP10:ປັດໃຈສໍາຄັນທີ່ສຸດໃນການລົງທຶນທຸກໆຕະຫຼາດແມ່ນການຄວບຄຸມຄວາມສ່ຽງ.
bitqik Academy Live EP10:ປັດໃຈສໍາຄັນທີ່ສຸດໃນການລົງທຶນທຸກໆຕະຫຼາດແມ່ນການຄວບຄຸມຄວາມສ່ຽງ.
01:06:22
8
Fiat VS Cryptocurrency 🚀
Fiat VS Cryptocurrency 🚀
48
9
bitqik Academy live ep9:ເປັນຫຍັງບິດຄິກຈຶ່ງ Rebrand? ພວກເຮົາມີບໍລິການຫຍັງແດ່ໃນປັດຈຸບັນ?
bitqik Academy live ep9:ເປັນຫຍັງບິດຄິກຈຶ່ງ Rebrand? ພວກເຮົາມີບໍລິການຫຍັງແດ່ໃນປັດຈຸບັນ?
01:01:26
10
bitqik Academy Live ep8: CPI ແມ່ນຫຍັງ? ມີຜົນແນວໃດຕໍ່ຕະຫຼາດ? ຄາດການຕະຫຼາດຈະໄປໃນທິດທາງໃດ?
bitqik Academy Live ep8: CPI ແມ່ນຫຍັງ? ມີຜົນແນວໃດຕໍ່ຕະຫຼາດ? ຄາດການຕະຫຼາດຈະໄປໃນທິດທາງໃດ?
42:53
About Us

bitqik INSIGHT, get our latest reports, covering all sorts of topics in the digital asset industry. From finance to economics, trends, and investment.

Services

© 2022-2023 bitqik Insight – All rights reserved.