ບໍ່ພໍຈັກມື້ຫຼັງຈາກທີ່ເຈົ້າໜີ້ຍຶ່ນຂໍ້ສະເໜີເພື່ອຊ່ວຍເຫຼືອໃຫ້ Core Scientific ເຊິ່ງເປັນບໍລິສັດຂຸດ Bitcoin ເພື່ອຫຼີກລ່ຽງການລົ້ມລະລາຍ. ແຕ່ບົດລາຍງານຫຼ້າສຸດໄດ້ອອກມາຢືນຢັນເຖິງຊະຕາກໍາທີ່ບໍ່ສາມາດຫຼີກລ່ຽງໄດ້ຂອງທຸລະກິດທີ່ວ່າ Core Scientific ໄດ້ຍື່ນສໍາລັບການປ້ອງກັນການລົ້ມລະລາຍຂອງບົດທີ 11 ໃນເທັກຊັດ. ເນື່ອງຈາກລາຍໄດ້ທີ່ຫຼຸດລົງ ແລະ ລາຄາ BTC ທີ່ຕົກຕໍ່າ. 

ໃນວັນທີ 14 ທັນວາ, B. Riley ເເພລັດຟອມການບໍລິການທາງດ້ານການເງິນ ໄດ້ສະເໜີເງິນທຶນໃຫ້ເເກ່ Core Scientific ເປັນຈຳນວນ 72 ລ້ານໂດລາ, ໂດຍແບ່ງເປັນ 40 ລ້ານໂດລາເເບບບໍ່ມີຂໍ້ຜູກມັດ ແລະ 32 ລ້ານໂດລາເເບບມີເງື່ອນໄຂ ເພື່ອຮັກສາມູນຄ່າສຳລັບຜູ້ມີສ່ວນໄດ້ສ່ວນເສຍ. ການຕັດສິນໃຈດັ່ງກ່າວເກິດຂຶ້ນຫຼັງຈາກການປະເມີນມູນຄ່າຂອງ Core Scientific ຫຼຸດລົງຈາກ 4.3 ຕື້ໂດລາໃນເດືອນກໍລະກົດ 2021 ເປັນ 78 ລ້ານໂດລາໃນເວລາທີ່ລາຍງານ. 

ຜົນກະທົບຈາກຕະຫຼາດໝີທີ່ຍືດເຍື່ອ, ເຮັດໃຫ້ Core Scientific ຕ້ອງຂາຍ 9,618 BTC ໃນເດືອນເມສາເພື່ອໃຫ້ດຳເນີນການຕໍ່ໄປໄດ້. ແຕ່ລາຍງານຫຼ້າສຸດຂອງ CNBC ທີ່ອ້າງເຖິງບຸກຄົນທີ່ຄຸ້ນເຄີຍກັບການເງິນຂອງບໍລິສັດກ່າວວ່າບໍລິສັດຂຸດຄົ້ນ Bitcoin ຈະຍື່ນຟ້ອງສໍາລັບການລົ້ມລະລາຍໃນບົດທີ 11 ໃນວັນທີ 21 ທັນວາ ປີ 2022. 

ໃນຂະນະທີ່ບໍລິສັດຍັງສືບຕໍ່ສ້າງກະແສເງິນສົດໃນທາງບວກ. ແຕ່ລາຍຮັບບໍ່ພຽງພໍກັບຄ່າໃຊ້ຈ່າຍໃນການດໍາເນີນງານ. ຊຶ່ງກ່ຽວຂ້ອງກັບການຈ່າຍເງິນຄ່າເຊົ່າອຸປະກອນການຂຸດຄົ້ນ Bitcoin 

ບົດລາຍງານຍັງຊີ້ໃຫ້ເຫັນວ່າ Core Scientific ຈະດໍາເນີນການຂຸດຕໍ່ໄປ ແລະ ບໍ່ມີແຜນການທີ່ລົ້ມເລີກກິດຈະການ. ໃນຂະນະທີ່ເຈົ້າໜີ້ສະເໜີໃຫ້ຢືມເງິນ ເຊິ່ງຮຸ້ນຂອງບໍລິສັດໄດ້ກໍເພີ່ມຂຶ້ນໃນໄລຍະສັ້ນໆເກືອບ 200%, ແຕ່ກໍໄດ້ຫຼຸດລົງຢ່າງຕໍ່ເນື່ອງນັບຕັ້ງແຕ່ນັ້ນມາ. 

ເມື່ອວັນ​ທີ 26 ຕຸ​ລາ, Core Scientific ໄດ້​ຍື່ນ​ຄໍາ​ຮ້ອງ​ຮຽນ​ຕໍ່​ຄະ​ນະ​ກໍາ​ມະ​ການ​ຫຼັກ​ຊັບ ​ແລະ ​ຕະຫຼາດຫຼັກຊັບ​ຂອງ​ສະ​ຫະ​ລັດ​ເພື່ອ​ແກ້​ໄຂ​ບັນ​ຫາ​ທາງ​ດ້ານ​ການ​ເງິນ​ຂອງ​ຕົນ. ອີງຕາມບໍລິສັດດັ່ງກ່າວ, ເຫດຜົນຫຼັກສໍາລັບສະຖານະການນີ້ແມ່ນລາຄາຂອງ Bitcoin ທີ່ຕົກຕໍ່າ, ຄ່າໃຊ້ຈ່າຍຂອງໄຟຟ້າທີ່ເພີ່ມຂຶ້ນ, ການເພີ່ມຂຶ້ນຂອງ hash rate ຂອງ Bitcoin ທົ່ວໂລກ ແລະ ການຍື່ນຟ້ອງລົ້ມລະລາຍໂດຍຜູ້ໃຫ້ກູ້ crypto ຄື Celsius ໄດ້ລ້າງໜີສິນທີ່ຕິດຢູ່ກັບ Core Scientific.

ທີ່ມາ : https://cutt.ly/80HcIRR

**ໝາຍເຫດ : ການລົງທຶນມີຄວາມສ່ຽງ ສະກຸນເງິນດິຈິຕອນແຕ່ລະສະກຸນມີຄວາມແຕກຕ່າງກັນ ຄວນສຶກສາຂໍ້ມູນໃຫ້ລະອຽດທຸກຄັ້ງກ່ອນລົງທຶນ.

ຊ່ອງທາງການຕິດຕໍ່:
Website: www.bitqik.com
bitqik Suport : https://support.bitqik.com/
Facebook: https://www.facebook.com/bitqik/
bitqik Academy : https://www.facebook.com/profile.php?id=100086347500753
bitqik Insight : https://insight.bitqik.com/
Tiktok: https://vt.tiktok.com/ZSdT86ut3/
Youtube : https://www.youtube.com/channel/UC2wf6B1zII-2jPtVfwmKvoA
Instagram : https://www.instagram.com/bitqikofficial/
Twitter : https://twitter.com/bitqikofficial

Bitcoin #bitqik #bitqikacademy #Cryptocurrency #Blockchain

**ໝາຍເຫດ : ການລົງທຶນມີຄວາມສ່ຽງ ສະກຸນເງິນດິຈິຕອນແຕ່ລະສະກຸນມີຄວາມແຕກຕ່າງກັນ ຄວນສຶກສາຂໍ້ມູນໃຫ້ລະອຽດທຸກຄັ້ງກ່ອນລົງທຶນ.

More Videos

Video Playlist
1/10 videos
1
bitqik Academy Live ep15
bitqik Academy Live ep15
01:04:48
2
bitqik Academy Live ep15
bitqik Academy Live ep15
3
bitqik Academy Live ep14: ການບໍລິຫານເງິນ ແລະ ພອສການລົງທຶນຂອງຕົວເອງ(Money management)
bitqik Academy Live ep14: ການບໍລິຫານເງິນ ແລະ ພອສການລົງທຶນຂອງຕົວເອງ(Money management)
01:16:04
4
ເກມທວາຍຄຳຊັບ Crypto ຈາກຮູບພາບ #shorts
ເກມທວາຍຄຳຊັບ Crypto ຈາກຮູບພາບ #shorts
01:23
5
Trick and Trade EP0
Trick and Trade EP0
54
6
🔴bitqik Aacademy Live ep 11: ສອນການໃຊ້ງານແອັບເບື້ອງຕົ້ນ
🔴bitqik Aacademy Live ep 11: ສອນການໃຊ້ງານແອັບເບື້ອງຕົ້ນ
01:01:46
7
bitqik Academy Live EP10:ປັດໃຈສໍາຄັນທີ່ສຸດໃນການລົງທຶນທຸກໆຕະຫຼາດແມ່ນການຄວບຄຸມຄວາມສ່ຽງ.
bitqik Academy Live EP10:ປັດໃຈສໍາຄັນທີ່ສຸດໃນການລົງທຶນທຸກໆຕະຫຼາດແມ່ນການຄວບຄຸມຄວາມສ່ຽງ.
01:06:22
8
Fiat VS Cryptocurrency 🚀
Fiat VS Cryptocurrency 🚀
48
9
bitqik Academy live ep9:ເປັນຫຍັງບິດຄິກຈຶ່ງ Rebrand? ພວກເຮົາມີບໍລິການຫຍັງແດ່ໃນປັດຈຸບັນ?
bitqik Academy live ep9:ເປັນຫຍັງບິດຄິກຈຶ່ງ Rebrand? ພວກເຮົາມີບໍລິການຫຍັງແດ່ໃນປັດຈຸບັນ?
01:01:26
10
bitqik Academy Live ep8: CPI ແມ່ນຫຍັງ? ມີຜົນແນວໃດຕໍ່ຕະຫຼາດ? ຄາດການຕະຫຼາດຈະໄປໃນທິດທາງໃດ?
bitqik Academy Live ep8: CPI ແມ່ນຫຍັງ? ມີຜົນແນວໃດຕໍ່ຕະຫຼາດ? ຄາດການຕະຫຼາດຈະໄປໃນທິດທາງໃດ?
42:53
About Us

bitqik INSIGHT, get our latest reports, covering all sorts of topics in the digital asset industry. From finance to economics, trends, and investment.

Services

© 2022-2023 bitqik Insight – All rights reserved.