ຂ່າວ FUD ຂອງ Binance ໄດ້ສ້າງຄວາມຢ້ານກົວອັນໃຫຍ່ຫຼວງໃນບັນດານັກລົງທຶນ ແລະ ຊຸກຍູ້ໃຫ້ມີປະລິມານການຖອນເງິນສູງເຖິງ 5 ຕື້ໂດລາ. ເຊິ່ງການຖອນເງິນໃນຈໍານວນທີ່ໃກ້ຄຽງນີ້ຖືເປັນຫາຍຍະນະຕໍ່ເວັບເທຣດອື່ນໆ ແຕ່ບໍ່ແມ່ນສໍາລັບ Binance. ເມື່ອ FUD ເກີດຂຶ້ນ, ກິດຈະກໍາໃນເຄືອຂ່າຍ BNB ເພີ່ມຂຶ້ນສູງຜິດປົກກະຕິ.

ອີງຕາມຂໍ້ມູນຂອງ Coin98Analytics, BNB Chain ມີຈໍານວນຜູ້ໃຊ້ງານລາຍວັນສູງສຸດໃນ blockchain ໂດຍມີຜູ້ໃຊ້ 1.1 ລ້ານຄົນ, ເຮັດໃຫ້ BNB ຂຶ້ນເປັນອັນດັບໜຶ່ງໃນບັນດາເຄືອຂ່າຍອື່ນໆ ແລະ ເປັນຜູ້ນຳຢູ່ເໜືອອັນດັບທີ່ສອງຂອງ Ethereum ທີ່ມີຜູ້ໃຊ້ປະມານ 402,000 ຄົນຢ່າງງ່າຍດາຍ.

ການເພີ່ມຂຶ້ນຂອງຈໍານວນຜູ້ໃຊ້ດັ່ງກ່າວສາມາດເຊື່ອມຕໍ່ໂດຍກົງກັບກິດຈະກໍາຫຼ້າສຸດກ່ຽວກັບປະລິມານການຖອນເງິນຂອງເວັບເທຣດ. ເຊິ່ງໃນ​ປັດ​ຈຸ​ບັນ​ ປະລິມານການຖອນເງິນໄດ້ກັບຄືນສູ່ປົກກະຕິ ແລະ ການໄຫຼອອກຂອງເງິນທຶນຈາກ Binance ໄດ້ກັບຄືນສູ່ສະພາວະປົກກະຕິເເລ້ວ.

ນອກເໜືອຈາກປະລິມານການຖອນເງິນທີ່ສູງ, ກິດຈະກໍາ BNB ຍັງຖືກຂັບເຄື່ອນຈາກການເພີ່ມຂຶ້ນຂອງອຸດສາຫະກໍາ NFT ໃນໄລຍະສັ້ນ, ໂດຍປະລິມານໃນຕະຫຼາດ NFT ຫຼາຍເເຫ່ງມີເເນວໂນ້ມຂາຂຶ້ນໃນໄລຍະສັ້ນໃນຊ່ວງ 30 ມື້ທີ່ຜ່ານມາ. ສ່ວນທາງເຄືອຂ່າຍ Ethereum, ຈໍານວນຜູ້ໃຊ້ທີ່ໃຊ້ງານຢູ່ໃນລະດັບສູງບໍ່ເເມ່ນເລື່ອງຜິດປົກກະຕິ ແລະ ຢູ່ໃນລະດັບສະເລ່ຍ.

ອີງຕາມການວັດແທກ  on-chain ທີ່ແຕກຕ່າງກັນ, ຈໍານວນຜູ້ໃຊ້ທີ່ໃຊ້ງານຢູ່ໃນ Cardano Blockchain ໄດ້ບັນລຸເຖິງ 70,000 ລາຍ, ເຊິ່ງເຮັດໃຫ້ຢູ່ໃນອັນດັບທີ 5 ຢ່າງເປັນທາງການ. ຢ່າງໃດກໍຕາມ, ເຄືອຂ່າຍດັ່ງກ່າວບໍ່ໄດ້ຢູ່ໃນ 10 ອັນດັບທໍາອິດຂອງລາຍການ Coin98, ເຊິ່ງເຮັດໃຫ້ເກີດຄວາມກັງວົນໃນບັນດາຜູ້ຖື ADA.

ທີ່ມາ : https://cutt.ly/60OOJpZ

**ໝາຍເຫດ : ການລົງທຶນມີຄວາມສ່ຽງ ສະກຸນເງິນດິຈິຕອນແຕ່ລະສະກຸນມີຄວາມແຕກຕ່າງກັນ ຄວນສຶກສາຂໍ້ມູນໃຫ້ລະອຽດທຸກຄັ້ງກ່ອນລົງທຶນ.

ຊ່ອງທາງການຕິດຕໍ່:
Website: www.bitqik.com
bitqik Suport : https://support.bitqik.com/
Facebook: https://www.facebook.com/bitqik/
bitqik Academy : https://www.facebook.com/profile.php?id=100086347500753
bitqik Insight : https://insight.bitqik.com/
Tiktok: https://vt.tiktok.com/ZSdT86ut3/
Youtube : https://www.youtube.com/channel/UC2wf6B1zII-2jPtVfwmKvoA
Instagram : https://www.instagram.com/bitqikofficial/
Twitter : https://twitter.com/bitqikofficial

Bitcoin #bitqik #bitqikacademy #Cryptocurrency #Blockchain

**ໝາຍເຫດ : ການລົງທຶນມີຄວາມສ່ຽງ ສະກຸນເງິນດິຈິຕອນແຕ່ລະສະກຸນມີຄວາມແຕກຕ່າງກັນ ຄວນສຶກສາຂໍ້ມູນໃຫ້ລະອຽດທຸກຄັ້ງກ່ອນລົງທຶນ.

More Videos

Video Playlist
1/10 videos
1
bitqik Academy Live ep15
bitqik Academy Live ep15
01:04:48
2
bitqik Academy Live ep15
bitqik Academy Live ep15
3
bitqik Academy Live ep14: ການບໍລິຫານເງິນ ແລະ ພອສການລົງທຶນຂອງຕົວເອງ(Money management)
bitqik Academy Live ep14: ການບໍລິຫານເງິນ ແລະ ພອສການລົງທຶນຂອງຕົວເອງ(Money management)
01:16:04
4
ເກມທວາຍຄຳຊັບ Crypto ຈາກຮູບພາບ #shorts
ເກມທວາຍຄຳຊັບ Crypto ຈາກຮູບພາບ #shorts
01:23
5
Trick and Trade EP0
Trick and Trade EP0
54
6
🔴bitqik Aacademy Live ep 11: ສອນການໃຊ້ງານແອັບເບື້ອງຕົ້ນ
🔴bitqik Aacademy Live ep 11: ສອນການໃຊ້ງານແອັບເບື້ອງຕົ້ນ
01:01:46
7
bitqik Academy Live EP10:ປັດໃຈສໍາຄັນທີ່ສຸດໃນການລົງທຶນທຸກໆຕະຫຼາດແມ່ນການຄວບຄຸມຄວາມສ່ຽງ.
bitqik Academy Live EP10:ປັດໃຈສໍາຄັນທີ່ສຸດໃນການລົງທຶນທຸກໆຕະຫຼາດແມ່ນການຄວບຄຸມຄວາມສ່ຽງ.
01:06:22
8
Fiat VS Cryptocurrency 🚀
Fiat VS Cryptocurrency 🚀
48
9
bitqik Academy live ep9:ເປັນຫຍັງບິດຄິກຈຶ່ງ Rebrand? ພວກເຮົາມີບໍລິການຫຍັງແດ່ໃນປັດຈຸບັນ?
bitqik Academy live ep9:ເປັນຫຍັງບິດຄິກຈຶ່ງ Rebrand? ພວກເຮົາມີບໍລິການຫຍັງແດ່ໃນປັດຈຸບັນ?
01:01:26
10
bitqik Academy Live ep8: CPI ແມ່ນຫຍັງ? ມີຜົນແນວໃດຕໍ່ຕະຫຼາດ? ຄາດການຕະຫຼາດຈະໄປໃນທິດທາງໃດ?
bitqik Academy Live ep8: CPI ແມ່ນຫຍັງ? ມີຜົນແນວໃດຕໍ່ຕະຫຼາດ? ຄາດການຕະຫຼາດຈະໄປໃນທິດທາງໃດ?
42:53
About Us

bitqik INSIGHT, get our latest reports, covering all sorts of topics in the digital asset industry. From finance to economics, trends, and investment.

Services

© 2022-2023 bitqik Insight – All rights reserved.