ການຫຼຸດລົງຂອງມູນຄ່າຕະຫຼາດ Crypto ບໍ່ໄດ້ໝາຍຄວາມວ່າ ຄວາມສົນໃຈໃນ Crypto ຈະຫຼຸດລົງສະເໝີໄປ, ອີງຕາມການສຶກສາໃໝ່ຈາກເເພລັດຟອມການສຶກສາທີ່ກ່ຽວກັບ cryptocurrency. CryptoManiaks ເປີດເຜີຍວ່າຫຼາຍປະເທດຍັງຊອກຫາຂໍ້ມູນທາງອິນເຕີເນັດທີ່ກ່ຽວຂ້ອງກັບ Crypto.

ຈາກການສຶກສາເຫັນວ່າ Netherland ແລະ Türkiye ເຄີຍຄອບຄອງຕຳເເໜ່ງສູງສຸດສອງຕໍາເເໜ່ງທຳອິດ, ໂດຍມີປະຊາກອນ 8.2% ແລະ 5.5% ຕາມລຳດັບ ຄົ້ນຫາຄໍາທີ່ກ່ຽວຂ້ອງກັບ crypto, ໂດຍສະເພາະເເມ່ນ Turkey ມີການຄົ້ນຫາ 4.7 ລ້ານຄັ້ງ.

ການສຶກສາໄດ້ວິເຄາະຈໍານວນການຄົ້ນຫາທັງໝົດສໍາລັບລາຍຊື່ຂອງ Cryptocurrencies ທີ່ນິຍົມ ໂດຍຄິດເປັນເປີເຊັນຂອງປະຊາກອນຂອງແຕ່ລະປະເທດໃນແຕ່ລະເດືອນ.

ຕຸລະກີຂຶ້ນມາເປັນອັນດັບ 1 ສໍາລັບການຄົ້ນຫາທີ່ກ່ຽວຂ້ອງກັບ Dogecoin ໂດຍມີການຄົ້ນຫາເຖິງ 812,000 ຄັ້ງຕໍ່ເດືອນ, ເຊິ່ງສູງກວ່າ Ethereum ທີ່ຮອງລົງມາເປັນອັນດັບ 3 ເກືອບສອງເທົ່າ.

ໂຄສົກຈາກ CryptoManiaks ໄດ້ສະເເດງຄໍາຄິດເຫັນກ່ຽວກັບຄວາມຢາກຮູ້ຢາກເຫັນກ່ຽວກັບ DOGE ໃນໄລຍະ 12 ເດືອນທີ່ຜ່ານມາ:

“ຄວາມນິຍົມຂອງ Dogecoin ໄດ້ເເຊງໜ້າ Ethereum ໃນຫຼາຍໆປະເທດ, ໂດຍມີການຄົ້ນຫາຫຼຽນມີມດັ່ງກ່າວຫຼາຍກວ່າ 2 ລ້ານຄັ້ງຕໍ່ເດືອນໃນທົ່ວໂລກ”

ສະກຸນເງິນດິຈິຕອລ DOGE ຍັງຄົງເປັນຊັບສິນດິຈິຕອລທີ່ໄດ້ຮັບນິຍົມຢ່າງຕໍ່ເນື່ອງ. ຫຼັງຈາກທີ່ມັນໄດ້ຖືກນຳໄປໃຊ້ໂດຍໄອຄອນອິນເຕີເນັດ Elon Musk.

Cryptocurrencies ທີ່ຖືກຄົ້ນຫາຫຼາຍທີ່ສຸດແມ່ນ Bitcoin (BTC), Solana (SOL) ແລະ Binance Coin (BNB).

ປະເທດທີ່ມີການຄົ້ນຫາ Crypto ຕາມຫຼັງປະເທດ Nertherland ແລະ Türkiye ໄດ້ເເກ່: ເຢຍລະມັນ, ແຄນາດາ ແລະ ສາທາລະນະລັດເຊັກ.

ໃນຂະນະທີ່ສະຫະລັດອາເມລິກາ ແລະ ສະຫະລາຊະອານາຈັກ ແມ່ນຜູ້ຫຼິ້ນທີ່ສໍາຄັນໃນອຸດສາຫະກຳ Cryptocurrency ແຕ່ພວກເຂົາທັງສອງບໍ່ໄດ້ຢູ່ໃນອັນດັບຕົ້ນໆ, ເຊິ່ງສະຫະລັດມາຢູ່ໃນອັນດັບທີ 15 ດ້ວຍຈຳນວນ 1.9% ຂອງປະຊາກອນ ທີ່ຄົ້ນຫາຄຳເຫຼົ່ານີ້. ໃນຂະນະທີ່ ອັງກິດ ຢູ່ອັນດັບທີ 12 ຄິດເປັນຈຳນວນ 2.6%.

ທີ່ມາ : https://cutt.ly/g0alHuo

**ໝາຍເຫດ : ການລົງທຶນມີຄວາມສ່ຽງ ສະກຸນເງິນດິຈິຕອນແຕ່ລະສະກຸນມີຄວາມແຕກຕ່າງກັນ ຄວນສຶກສາຂໍ້ມູນໃຫ້ລະອຽດທຸກຄັ້ງກ່ອນລົງທຶນ.

ຊ່ອງທາງການຕິດຕໍ່:
Website: www.bitqik.com
bitqik Suport : https://support.bitqik.com/
Facebook: https://www.facebook.com/bitqik/
bitqik Academy : https://www.facebook.com/profile.php?id=100086347500753
bitqik Insight : https://insight.bitqik.com/
Tiktok: https://vt.tiktok.com/ZSdT86ut3/
Youtube : https://www.youtube.com/channel/UC2wf6B1zII-2jPtVfwmKvoA
Instagram : https://www.instagram.com/bitqikofficial/
Twitter : https://twitter.com/bitqikofficial

Bitcoin #bitqik #bitqikacademy #Cryptocurrency #Blockchain

**ໝາຍເຫດ : ການລົງທຶນມີຄວາມສ່ຽງ ສະກຸນເງິນດິຈິຕອນແຕ່ລະສະກຸນມີຄວາມແຕກຕ່າງກັນ ຄວນສຶກສາຂໍ້ມູນໃຫ້ລະອຽດທຸກຄັ້ງກ່ອນລົງທຶນ.

More Videos

Video Playlist
1/10 videos
1
bitqik Academy Live ep15
bitqik Academy Live ep15
01:04:48
2
bitqik Academy Live ep15
bitqik Academy Live ep15
3
bitqik Academy Live ep14: ການບໍລິຫານເງິນ ແລະ ພອສການລົງທຶນຂອງຕົວເອງ(Money management)
bitqik Academy Live ep14: ການບໍລິຫານເງິນ ແລະ ພອສການລົງທຶນຂອງຕົວເອງ(Money management)
01:16:04
4
ເກມທວາຍຄຳຊັບ Crypto ຈາກຮູບພາບ #shorts
ເກມທວາຍຄຳຊັບ Crypto ຈາກຮູບພາບ #shorts
01:23
5
Trick and Trade EP0
Trick and Trade EP0
54
6
🔴bitqik Aacademy Live ep 11: ສອນການໃຊ້ງານແອັບເບື້ອງຕົ້ນ
🔴bitqik Aacademy Live ep 11: ສອນການໃຊ້ງານແອັບເບື້ອງຕົ້ນ
01:01:46
7
bitqik Academy Live EP10:ປັດໃຈສໍາຄັນທີ່ສຸດໃນການລົງທຶນທຸກໆຕະຫຼາດແມ່ນການຄວບຄຸມຄວາມສ່ຽງ.
bitqik Academy Live EP10:ປັດໃຈສໍາຄັນທີ່ສຸດໃນການລົງທຶນທຸກໆຕະຫຼາດແມ່ນການຄວບຄຸມຄວາມສ່ຽງ.
01:06:22
8
Fiat VS Cryptocurrency 🚀
Fiat VS Cryptocurrency 🚀
48
9
bitqik Academy live ep9:ເປັນຫຍັງບິດຄິກຈຶ່ງ Rebrand? ພວກເຮົາມີບໍລິການຫຍັງແດ່ໃນປັດຈຸບັນ?
bitqik Academy live ep9:ເປັນຫຍັງບິດຄິກຈຶ່ງ Rebrand? ພວກເຮົາມີບໍລິການຫຍັງແດ່ໃນປັດຈຸບັນ?
01:01:26
10
bitqik Academy Live ep8: CPI ແມ່ນຫຍັງ? ມີຜົນແນວໃດຕໍ່ຕະຫຼາດ? ຄາດການຕະຫຼາດຈະໄປໃນທິດທາງໃດ?
bitqik Academy Live ep8: CPI ແມ່ນຫຍັງ? ມີຜົນແນວໃດຕໍ່ຕະຫຼາດ? ຄາດການຕະຫຼາດຈະໄປໃນທິດທາງໃດ?
42:53
About Us

bitqik INSIGHT, get our latest reports, covering all sorts of topics in the digital asset industry. From finance to economics, trends, and investment.

Services

© 2022-2023 bitqik Insight – All rights reserved.