ການຂຸດເເມ່ນຂະບວນການທີ່ Btc ເເລະ Cryptocurrencies ອື່ນໆໃຊ້ເພື່ອສ້າງຫຼຽນໃໝ່ ເເລະກວດສອບການເຮັດທຸລະກຳໃໝ່ໆ ໂດຍກ່ຽວຂອງກັບເຄືອຂ່າຍຄອມພິວເຕີທີ່ກະຈາຍອໍານາດກວ້າງຂວາງທົ່ວໂລກ, ສາມາດກວດສອບ ເເລະ ຮັກສາຄວາມປອດໄພໂດຍ blockchain ເເລະ ບັນຊີລາຍການ virtual ທີ່ບັນທຶກການເຮັດທຸລະກໍາ cryptocurrency.

ເພື່ອເປັນການຕອບເເທນສຳລັບພະລັງງານໃນການປະມວນຜົນ, ຄອມພິວເຕີໃນເຄືອຂ່າຍຈະໄດ້ຮັບລາງວັນກໍຄືຫຼຽນ crypto. ຜູ້ຂຸດຈະດູເເລ ແລະ ຮັກສາຄວາມປອດໄພ blockchain, ລະບົບກໍຈະໃຫ້ລາງວັນເປັນຫຼຽນ crypto ວົນວຽນຢູ່ເເບບນີ້, ເພາະຫຼຽນເປັນແຮງຈູງໃຈສໍາລັບຜູ້ຂຸດເພື່ອຮັກສາ blockchain.

  • ຫຼັກການໃນການຂຸດ Crypto

ຂະບວນການຂຸດຄົ້ນ Bitcoin ແມ່ນການແກ້ໄຂສົມຜົນທີ່ຊັບຊ້ອນໃນບລ໋ອກໃຫ້ໄດ້ ນີ້ແມ່ນເລກຖານສິບຫົກທີ່ປະກອບດ້ວຍຕົວເລກ ແລະ ຕົວອັກສອນ.

ໂດຍທົ່ວໄປ ຕົວເລກແຕ່ລະຕົວໃນລະບົບນີ້ສາມາດມີເຖິງ 16 ຮູບເເບບຄວາມເປັນໄປໄດ້, ແຕ່ລະບົບຕົວເລກທີ່ໃຊ້ພາຍໃຕ້ເຄືອຂ່າຍມີພຽງແຕ່ 10 ຮູບເເບບ, ດັ່ງນັ້ນຕົວອັກສອນຕ້ອງຖືກໃສ່ເຂົ້າມານຳ.

ໜ້າທີ່ຂອງຜູ້ຂຸດ ຫຼື Miner ແມ່ນການແກ້ໄຂສົມຜົນທາງຄະນິດສາດໃຫ້ຜ່ານ. ໂດຍການນໍາໃຊ້ເຄື່ອງຂຸດທີ່ມີປະສິດທິພາບ ແລະ ພະລັງງານສູງພໍສົມຄວນ. ເພື່ອແກ້ໄຂບັນຫານັ້ນ ຜູ້ຂຸດບໍ່ຈໍາເປັນຕ້ອງຄິດໄລ່ຜົນໄດ້ຮັບທັງໝົດຂອງຕົວເລກນັ້ນ ຫຼື Target Hash, ແຕ່ຕ້ອງ ‘ເດົາ’ ຜົນໄດ້ຮັບຢ່າງຖືກຕ້ອງ. ຕົວເລກດັ່ງກ່າວຈະເປັນຕົວເລກທີ່ໃຊ້ໄດ້ຄັ້ງດຽວ.

ນັກຂຸດທີ່ເດົາໄດ້ໃກ້ຄຽງ ຫຼື ກົງ Target Hash ເປັນຄົນທຳອິດຈະໄດ້ຮັບລາງວັນເປັນຫຼຽນ Crypto ສໍາລັບການຂຸດທີ່ປະສົບຜົນສໍາເລັດ.

ຈາກຂະບວນການຂ້າງເທິງ, ມັນສາມາດເວົ້າໄດ້ວ່າ: ການຂຸດຄົ້ນຫຼຽນ crypto ທີ່ປະສົບຜົນສໍາເລັດແມ່ນກ່ຽວກັບການຄາດເດົາຜົນໄດ້ຮັບຂອງບລ໋ອກຢ່າງຖືກຕ້ອງ ຫຼື ໃກ້ຄຽງເທົ່າທີ່ເປັນໄປໄດ້. ວິທີການນີ້ເອີ້ນ Proof of Work, ນັກຂຸດຕ້ອງມີແຮງງານການຂຸດທີ່ມີປະສິດທິພາບ ເພື່ອຊ່ວຍໃຫ້ເດົາ Target Hash ໄດ້ໃກ້ຄຽງທີ່ສຸດເທົ່າທີ່ເປັນໄປໄດ້ ແລະ ໄວເທົ່າທີ່ຈະໄວໄດ້.

Poof-of-Skake (PoS) ເປັນລະບົບທີ່ພັດທະນາຂຶ້ນໃໝ່ເພື່ອປິດຮູຮົ່ວຂອງ PoW ໂດຍຈະມີການກຳນົດເງື່ອນໄຂຂອງຜູ້ຮັບຮອງການເຮັດທຸລະກຳ (Validator) ເຊັ່ນ: ຕ້ອງມີເງິນຝາກຂັ້ນຕໍ່າໃນສະກຸນເງິນທີ່ຕ້ອງການຂຸດ, ເຊິ່ງຖ້າມີເງິນຫຼາຍກໍຈະເຮັດໃຫ້ຂຸດໄດ້ຫຼາຍຂຶ້ນ.

ໂດຍ cryptocurrency ທີ່ໃຊ້ PoS ສ່ວນຫຼາຍຈະເປັນສະກຸນເງິນໃໝ່ເຊັ່ນ Cosmos (ATOM), Cardano (ADA), Polkadot (DOT), Solana (SOL), VeChain (VET), Tezos (XTZ)

  • ອຸປະກອນທີ່ໃຊ້ໃນການຂຸດ
  •  ASIC ຫຼື Bitcoin Miner ຄວນເລືອກທີ່ຕົວທີ່ຈະຊ່ວຍປະມວນຜົນໃຫ້ໄວຂຶ້ນ ເເລະ ທົນທານ ໃຊ້ງານໜັກໄດ້, ລວມທັງລາຄາທີ່ຄຸ້ມຄ່າກັບການລົງທຶນ.
  • GPU ຄວນປຽບທຽບການໃຊ້ພະລັງງານໄຟຟ້າ, ລາຄາ ແລະ ກຳລັງການຂຸດທີ່ເໝາະສົມກັບຄວາມຕ້ອງການ. ລວມທັງການພິຈາລະນາວ່າມີການຮັບປະກັນ ຫຼື ບໍ່
  • Crypto Wallet ຖືເປັນສິ່ງສໍາຄັນທີ່ຕ້ອງມີໃນການຂຸດ cryptocurrency ຫຼື ການເຮັດທຸລະກຳຕ່າງໆ. ໂດຍກະເປົ໋າເງີນນີ້ຖືເປັນບັນຊີເຂົ້າລະຫັດລັບ ຊ່ວຍໃຫ້ຜູ້ໃຊ້ງານເກັບ, ໂອນ ຫຼືີ ຮັບຫຼຽນ Crypto ໄດ້ສະດວກຂຶ້ນ.
  • ການຂຸດຄົ້ນສໍາຄັນແນວໃດ?

ນອກເໜືອຈາກການປ່ອຍໃຫ້ຫຼຽນໃໝ່ໄປສູ່ການໝຸນວຽນເເລ້ວ, ການຂຸດຍັງເປັນການຂອງການຮັກສາຄວາມປອດໄພຂອງ Bitcoin ແລະ cryptocurrencies ອື່ນໆ. ມັນກວດສອບ ແລະ ຮັກສາຄວາມປອດໄພຂອງ blockchain, ເຊິ່ງຊ່ວຍໃຫ້ cryptocurrencies ເຮັດວຽກເປັນເຄືອຂ່າຍການກະຈາຍສູນເເບບ peer-to-peer ໂດຍບໍ່ຈໍາເປັນຕ້ອງມີການຄວບຄຸມຈາກບຸກຄົນທີສາມ ແລະ ມັນສ້າງແຮງຈູງໃຈໃຫ້ສໍາລັບນັກຂຸດເພື່ອເເບ່ງປັນ ພະລັງງານຄອມພິວເຕີຂອງພວກເຂົາໃຫ້ກັບເຄືອຂ່າຍ.

ທີ່ມາ :  https://cutt.ly/t0wOSQX

**ໝາຍເຫດ : ການລົງທຶນມີຄວາມສ່ຽງ ສະກຸນເງິນດິຈິຕອນແຕ່ລະສະກຸນມີຄວາມແຕກຕ່າງກັນ ຄວນສຶກສາຂໍ້ມູນໃຫ້ລະອຽດທຸກຄັ້ງກ່ອນລົງທຶນ.

ຊ່ອງທາງການຕິດຕໍ່:
Website: www.bitqik.com
bitqik Suport : https://support.bitqik.com/
Facebook: https://www.facebook.com/bitqik/
bitqik Academy : https://www.facebook.com/profile.php?id=100086347500753
bitqik Insight : https://insight.bitqik.com/
Tiktok: https://vt.tiktok.com/ZSdT86ut3/
Youtube : https://www.youtube.com/channel/UC2wf6B1zII-2jPtVfwmKvoA
Instagram : https://www.instagram.com/bitqikofficial/
Twitter : https://twitter.com/bitqikofficial

Bitcoin #bitqik #bitqikacademy #Cryptocurrency #Blockchain

**ໝາຍເຫດ : ການລົງທຶນມີຄວາມສ່ຽງ ສະກຸນເງິນດິຈິຕອນແຕ່ລະສະກຸນມີຄວາມແຕກຕ່າງກັນ ຄວນສຶກສາຂໍ້ມູນໃຫ້ລະອຽດທຸກຄັ້ງກ່ອນລົງທຶນ.

More Videos

Video Playlist
1/10 videos
1
bitqik Academy Live ep15
bitqik Academy Live ep15
01:04:48
2
bitqik Academy Live ep15
bitqik Academy Live ep15
3
bitqik Academy Live ep14: ການບໍລິຫານເງິນ ແລະ ພອສການລົງທຶນຂອງຕົວເອງ(Money management)
bitqik Academy Live ep14: ການບໍລິຫານເງິນ ແລະ ພອສການລົງທຶນຂອງຕົວເອງ(Money management)
01:16:04
4
ເກມທວາຍຄຳຊັບ Crypto ຈາກຮູບພາບ #shorts
ເກມທວາຍຄຳຊັບ Crypto ຈາກຮູບພາບ #shorts
01:23
5
Trick and Trade EP0
Trick and Trade EP0
54
6
🔴bitqik Aacademy Live ep 11: ສອນການໃຊ້ງານແອັບເບື້ອງຕົ້ນ
🔴bitqik Aacademy Live ep 11: ສອນການໃຊ້ງານແອັບເບື້ອງຕົ້ນ
01:01:46
7
bitqik Academy Live EP10:ປັດໃຈສໍາຄັນທີ່ສຸດໃນການລົງທຶນທຸກໆຕະຫຼາດແມ່ນການຄວບຄຸມຄວາມສ່ຽງ.
bitqik Academy Live EP10:ປັດໃຈສໍາຄັນທີ່ສຸດໃນການລົງທຶນທຸກໆຕະຫຼາດແມ່ນການຄວບຄຸມຄວາມສ່ຽງ.
01:06:22
8
Fiat VS Cryptocurrency 🚀
Fiat VS Cryptocurrency 🚀
48
9
bitqik Academy live ep9:ເປັນຫຍັງບິດຄິກຈຶ່ງ Rebrand? ພວກເຮົາມີບໍລິການຫຍັງແດ່ໃນປັດຈຸບັນ?
bitqik Academy live ep9:ເປັນຫຍັງບິດຄິກຈຶ່ງ Rebrand? ພວກເຮົາມີບໍລິການຫຍັງແດ່ໃນປັດຈຸບັນ?
01:01:26
10
bitqik Academy Live ep8: CPI ແມ່ນຫຍັງ? ມີຜົນແນວໃດຕໍ່ຕະຫຼາດ? ຄາດການຕະຫຼາດຈະໄປໃນທິດທາງໃດ?
bitqik Academy Live ep8: CPI ແມ່ນຫຍັງ? ມີຜົນແນວໃດຕໍ່ຕະຫຼາດ? ຄາດການຕະຫຼາດຈະໄປໃນທິດທາງໃດ?
42:53
About Us

bitqik INSIGHT, get our latest reports, covering all sorts of topics in the digital asset industry. From finance to economics, trends, and investment.

Services

© 2022-2023 bitqik Insight – All rights reserved.