NFT ຫຼື Non-fungible token ໄດ້ກາຍເປັນປະກົດການໃໝ່ໃນໂລກ crypto ໃນປັດຈຸບັນ. ໂດຍກະເເສເປັນທີ່ນິຍົມດັ່ງກ່າວ ໄດ້ເລີ່ມຕົ້ນໃນຊ່ວງຍຸກທອງຂອງ DeFi ຄື ‘DeFi Summer’ ເມື່ອຊ່ວງປີ 2020, ຂັບເຄື່ອນໂດຍທັງນັກລົງທຶນໃໝ່ ແລະໜ້າເກົ່າ. ທັງຈາກນັກລົງທຶນທີ່ມີຢູ່ແລ້ວທີ່ມີຢູ່ໃນຕະຫຼາດ crypto ແລະຈາກນັກລົງທຶນໃນໂລກການເງິນແບບດັ້ງເດີມ ທີ່ຕ່າງໃຫ້ຄວາມສົນໃຈໃນການເປັນເຈົ້າຂອງຊັບສິນດິຈິຕອລNFT ໃນ blockchain ນີ້. ດ້ວຍເຫດນີ້ໂຄງການ NFT ໃນປັດຈຸບັນມັກຈັດຢູ່ໃນປະເພດໃດປະເພດໜື່ງຈາກ7ປະເພດ ດັ່ງນີ້:

  1. ຜົນງານສິລະປະ NFT (One-of-one artwork)

ຜົນງານສິນລະປະ NFT ເປັນງານສິນລະປະໃນຮູບເເບບໄຟລ​໌​ດິ​ຈິ​ຕອລທີ່ເຊື່ອມໂຍງກັບ NFT, ລັກສະນະພິເສດຂອງຜົນງານປະເພດນີ້ຄືມີພຽງອັນດຽວໃນຮຸ່ນທີ່ເເຕກຕ່າງກັນອາດຈະເບິ່ງຄ້າຍຄືກັນເກືອບທັງໝົດ ເເຕ່ລະຫັດຂອງຮຸ່ນ ເເລະໂທເຄັນທີ່ເເຕກຕ່າງກັນ. ໃນການຊື້ຂາຍງານສິລະປະປະເພດນີ້ ຈະຖືກບັນທຶກລົງໄປໃນລະບົບ blockchain ເເບບກະຈາຍອຳນາດໃນການປະມວນຜົນຂໍ້ມູນເຮັດໃຫ້ຂໍ້ມູນການຊື່້ຂາຍບໍ່ສາມາດເເກ້ໄຂຫຼືລົບອອກຈາກລະບົບໄດ້.

  • ຂອງສະສົມ NFT (Collectibles)

ຫຼາຍຄົນອາດຈະຄິດວ່າອຸດສາຫະກໍາ NFT ແມ່ນມີພຽງແຕ່ວຽກງານສິລະປະຢ່າງດຽວ. ເພາະ​ເບິ່ງ​ໄປ​ໃສ​ກໍ​ມີ​ແຕ່​ຊ່າງ​ແຕ້ມ​ຮູບ ຜູ້ສ້າງທີ່ເຮັດວຽກໃນ graphics ໄດ້ປ່ອຍຜົນງານໃນ NFT ຢ່າງຫຼວງຫຼາຍ, ບໍ່ວ່າຈະເປັນເວັບ foundation.app ຫຼື opensea.io, ແຕ່ທີ່ຈິງແລ້ວ NFTs ສາມາດເກັບເປັນຂອງສະສົມໄດ້ຄືກັນ.

ຍົກ​ຕົວ​ຢ່າງ ແພລັດຟອມ  Athlete collector card ເຊັ່ນ NBA Top Shot, PancakeSwap Bunny ຫຼື Binance Anniversary NFT ມີຄວາມຕ້ອງການຫຼາຍສໍາລັບກໍລະນີການນໍາໃຊ້ເພື່ອສະສົມຜົນງານດິຈິຕອລ.

ຄືກັນກັບຂອງສະສົມໃນໂລກທີ່ແທ້ຈິງ ການສະສົມ NFT ສາມາດມີລະດັບຄວາມຫາຍາກ ແລະມູນຄ່າທີ່ແຕກຕ່າງກັນ. ສິ່ງນີ້ໄດ້ດຶງດູດເອົາທັງນັກສະແດງ ແລະນັກສະສົມທີ່ຍອມຈ່າຍເງິນຫຼາຍຮ້ອຍພັນໂດລາເພື່ອລວບລວມ Collection ຂອງພວກເຂົາໃຫ້ສຳເລັດ.

  • ການເງິນ NFT

ໃນແງ່ຂອງການເງິນແບບແຈກຢາຍອຳນາດ(DeFi), NFTs ຍັງໃຫ້ຜົນປະໂຫຍດທາງດ້ານການເງິນທີ່ເປັນເອກະລັກ. ສ່ວນຫຼາຍແມ່ນມາຈາກຮູບແບບຂອງວຽກງານສິລະປະ ແລະມູນຄ່າຂອງມັນມາຈາກການນໍາໃຊ້ງານໃນເເພລັດຟອມ.

ຕົວຢ່າງ: ເເພລັດຟອມ JustLiquidity ທີ່ໄດ້ນຳສະເໜີຮູບເເບບຂອງ Stake NFT, ທີ່ຜູ້ໃຊ້ສາມາດ Stake tokens ໃນ pool ໃນຊ່ວງເວລາໃດໜຶ່ງ ເເລະຮັບ NFT ເພື່ອໃຊ້ເຂົ້າໃນ pool ຕໍ່ໄປ. ໂດຍ NFT ຈະເຮັດໜ້າທີ່ປຽບເໝືອນບັດ ເເລະຈະຖືກ Burn ຖິ້ມທັນທີເມື່ອທ່ານເຂົ້າໃນ pool ໃໝ່.

  • Game NFT

Game NFT ຖືເປັນໜຶ່ງກໍລະນີໃນການໃຊ້ງານ NFT ທີ່ໄດ້ຮັບຄວາມນິຍົມຢ່າງຫຼວງຫຼາຍ ຊ່ວຍໃຫ້ເຮົາໄດ້ໂທເຄັນຈາກການຫຼິ້ນເກມເປັນຜົນຕອບເເທນ ຫຼື Play to ern ນັ້ນເອງ, ເຊິ່ງເກມທີ່ໄດ້ຮັບຄວາມນິຍົມກໍມີຄື : Axie Infinity, CryptoKitties, My Neighbor Alice, Town Star, Sorare …

  • ເພງ NFT (music NFT)

ເພງ NFT ແມ່ນ ຈະຄ້າຍຄືກັບຜົນງານສິລະປະຂ້າງເທິງທີ່ກ່າວມາເເຕ່ຈະມີການໃຊ້ງານອື່ນໆເພີ່ມເຕິມ, ເຊິ່ງຈະລວມມີທັງເພງ, ອາລະບໍາ ຫຼືແມ່ນແຕ່ວິດີໂອ. ຕ້ອງຂອບໃຈ NFT ແລະເທັກໂນໂລຍີ blockchain ຕອນນີ້ສິລະປິນມີໂອກາດສ້າງລາຍໄດ້ໃນຂະນະທີ່ຍັງຄົງຄວບຄຸມການສ້າງສັນໂດຍໃຊ້ແພລັດຟອມເຊັ່ນ: Sound.xyz, Royal, ແລະ program CO//SIGN ຂອງ OneOf NFT’s.

ໃນປັດຈຸບັນ, ບັນຫາໃຫຍ່ທີ່ສຸດສໍາລັບນັກດົນຕີແມ່ນ ການໄດ້ຮັບສ່ວນແບ່ງຄ່າລິຂະສິດທີ່ມີຄວາມຍຸດຕິທຳ ແລະກໍລະນີການນໍາໃຊ້ດົນຕີຂອງ NFTs ນີ້ເບິ່ງຄືວ່າມັນເປັນທາງອອກໃຫ້ກັບເລື່ອງນີ້ໄດ້.

  • Real-world assets

ມີການຄາດເດົາຫຼາຍຢ່າງກ່ຽວກັບ NFT ຈະຖືກໃຊ້ເປັນ tokens ທີ່ແທ້ຈິງໃນອະນາຄົດ.

ຄວາມກ້າວຫນ້າໃນໂດເມນ NFT ກໍາລັງກ້າວໄປສູ່ການບັນລຸເປົ້າໝາຍນັ້ນແລະຄວາມເປັນໄປໄດ້ຂອງການກາຍເປັນຄວາມເປັນຈິງນັ້ນເເມ່ນມີເເນວໂນມທີ່ດີ.

ຫຼັກຖານການເປັນເຈົ້າຂອງແບບເຂົ້າລະຫັດທີ່ NFT ສະໜອງໃຫ້ໂດຍ ເຮັດໃຫ້ສາມາດສະທ້ອນເຖິງຊັບສິນໃນໂລກເເຫ່ງຄວາມເປັນຈິງໄດ້.

ໂຄງການ NFT ຫຼາຍໂຄງການແມ່ນເນ້ນໃສ່ tokens ຂອງສິນຄ້າ ແລະອະສັງຫາລິມະສັບ. ທ່ານຈະໄດ້​ຮັບ​ທາງ​ເລືອກ​ເພີ່ມ​ເຕີມ​ໃນ​ເວ​ລາ​ທີ່​ການ​ຊື້​ເຮືອນ ​ຫຼື​ລົດ​ໂດຍ​ການ​ນໍາ​ໃຊ້ NFT deeds​.

ຍົກ​ຕົວ​ຢ່າງ ການແປງອະສັງຫາລິມະສັບເປັນ NFTs ໃນ blockchain

ໃນຕົ້ນເດືອນເມສາປີ 2021, ນາຍໜ້າດ້ານອະສັງຫາລິມະຊັບ Shane Dulgeroff ໄດ້ເປີດປະມູນຂາຍ  Cryptoart ທີ່ມາພ້ອມກັບເຮືອນສອງຫ້ອງໃນຄາລິຟໍເນຍ ສະຫະລັດອາເມລິກາ. ນັບເປັນຄັ້ງທຳອິດຂອງໂລກທີ່ມີການຜະສົມຜະສານລະຫວ່າງ ສິນຊັບດິຈິຕັອລ ເເລະຊັບສິນເເຫ່ງຄວາມເປັນຈິງທີ່ຈັບຕ້ອງໄດ້ ດ້ວຍລາຄາຂັ້ນຕໍ່າສຸດຢູ່ທີ່ 117,000 ໂດລາ ໃນຕອນນັ້ນ.

  • Logistics NFT

ເທັກໂນໂລຍີ blockchain ຍັງສາມາດເປັນປະໂຫຍດໃນອຸດສາຫະກໍາການຂົນສົ່ງ. ນີ້ແມ່ນຄວາມຈິງໂດຍສະເພາະສໍາລັບຄຸນສົມບັດທີ່ບໍ່ສາມາດປ່ຽນແປງຂໍ້ມູນໄດ້ ແລະກວດສອບໄດ້ຢ່າງໂປ່ງໃສ. ຄຸນສົມບັດເຫຼົ່ານີ້ເຮັດໃຫ້ໝັ້ນໃຈໄດ້ວ່າຂໍ້ມູນລະບົບຕ່ອງໂສ້ຍັງເປັນຂອງເເທ້ ແລະເຊື່ອຖືໄດ້. ສໍາລັບຜະລິດຕະພັນອາຫານ, ສິນຄ້າ ແລະຜະລິດຕະທີ່ເນົ່າເສຍງ່າຍ… ສິ່ງທີ່ສໍາຄັນທີ່ຜູ້ໃຊ້ຕ້ອງການແມ່ນ ຮູ້ວ່າພວກມັນຜະລິດຢູ່ໃສ ແລະໝົດອາຍຸຕອນໃດເຊັ່ນ:

  • ເກີບຫຼູຫຼາສອງຄູ່ໄດ້ຖືກສ້າງຂຶ້ນໃນໂຮງງານໃນອິຕາລີ ແລະຂໍ້ມູນ NFT ສາມາດສະແກນຢູ່ໃນຜະລິດຕະພັນເພື່ອກວດສອບໄດ້.
  • ຂໍ້ມູນ Meta ແມ່ນຈະມີການປະທັບເວລາເພື່ອສະແດງໄລຍະເວລາກ່ຽວກັບ ລວມທັງສະຖານທີ່ຜະລິດເກີບ
  • ໃນຂະນະທີ່ຜະລິດຕະພັນເຂົ້າສູ່ການຜະລິດ, NFT ໄດ້ຖືກສະແກນ ແລະເພີ່ມຂໍ້ມູນ meta ທີ່ມີການປະທັບເວລາ. ຂໍ້ມູນເຫຼົ່ານີ້ອາດຈະປະກອບມີສະຖານທີ່ຂອງຄັງສິນຄ້າ ແລະເວລາຂອງການຈັດສົ່ງຫຼືເວລາເລີ່ມຕົ້ນຂອງການອອກເດີນທາງ.
  • ເມື່ອເກີບໄດ້ເຖິງຈຸດໝາຍປາຍທາງສຸດທ້າຍເເລ້ວ, ຜູ້ຂາຍສາມາດສະແກນ  ແລະໝາຍລາຍການຕາມທີ່ໄດ້ຮັບ. ຈະມີປະຫວັດລາຍລະອຽດເພື່ອກວດສອບ ຢືນຢັນຄວາມຖືກຕ້ອງຂອງເກີບ ແລະເສັ້ນທາງການຂົນສົ່ງ.

ທີ່ມາ : https://cutt.ly/11R55YH

https://cutt.ly/s1R6e38
https://cutt.ly/51R6iXF

**ໝາຍເຫດ : ການລົງທຶນມີຄວາມສ່ຽງ ສະກຸນເງິນດິຈິຕອນແຕ່ລະສະກຸນມີຄວາມແຕກຕ່າງກັນ ຄວນສຶກສາຂໍ້ມູນໃຫ້ລະອຽດທຸກຄັ້ງກ່ອນລົງທຶນ.

ຊ່ອງທາງການຕິດຕໍ່:
Website: www.bitqik.com
bitqik Suport : https://support.bitqik.com/
Facebook: https://www.facebook.com/bitqik/
bitqik Academy : https://www.facebook.com/profile.php?id=100086347500753
bitqik Insight : https://insight.bitqik.com/
Tiktok: https://vt.tiktok.com/ZSdT86ut3/
Youtube : https://www.youtube.com/channel/UC2wf6B1zII-2jPtVfwmKvoA
Instagram : https://www.instagram.com/bitqikofficial/
Twitter : https://twitter.com/bitqikofficial

bitqik #bitcoin #bitqik #bitqikacademy #cryptocurrency #blockchain

**ໝາຍເຫດ : ການລົງທຶນມີຄວາມສ່ຽງ ສະກຸນເງິນດິຈິຕອນແຕ່ລະສະກຸນມີຄວາມແຕກຕ່າງກັນ ຄວນສຶກສາຂໍ້ມູນໃຫ້ລະອຽດທຸກຄັ້ງກ່ອນລົງທຶນ.

More Videos

Video Playlist
1/10 videos
1
bitqik Academy Live ep15
bitqik Academy Live ep15
01:04:48
2
bitqik Academy Live ep15
bitqik Academy Live ep15
3
bitqik Academy Live ep14: ການບໍລິຫານເງິນ ແລະ ພອສການລົງທຶນຂອງຕົວເອງ(Money management)
bitqik Academy Live ep14: ການບໍລິຫານເງິນ ແລະ ພອສການລົງທຶນຂອງຕົວເອງ(Money management)
01:16:04
4
ເກມທວາຍຄຳຊັບ Crypto ຈາກຮູບພາບ #shorts
ເກມທວາຍຄຳຊັບ Crypto ຈາກຮູບພາບ #shorts
01:23
5
Trick and Trade EP0
Trick and Trade EP0
54
6
🔴bitqik Aacademy Live ep 11: ສອນການໃຊ້ງານແອັບເບື້ອງຕົ້ນ
🔴bitqik Aacademy Live ep 11: ສອນການໃຊ້ງານແອັບເບື້ອງຕົ້ນ
01:01:46
7
bitqik Academy Live EP10:ປັດໃຈສໍາຄັນທີ່ສຸດໃນການລົງທຶນທຸກໆຕະຫຼາດແມ່ນການຄວບຄຸມຄວາມສ່ຽງ.
bitqik Academy Live EP10:ປັດໃຈສໍາຄັນທີ່ສຸດໃນການລົງທຶນທຸກໆຕະຫຼາດແມ່ນການຄວບຄຸມຄວາມສ່ຽງ.
01:06:22
8
Fiat VS Cryptocurrency 🚀
Fiat VS Cryptocurrency 🚀
48
9
bitqik Academy live ep9:ເປັນຫຍັງບິດຄິກຈຶ່ງ Rebrand? ພວກເຮົາມີບໍລິການຫຍັງແດ່ໃນປັດຈຸບັນ?
bitqik Academy live ep9:ເປັນຫຍັງບິດຄິກຈຶ່ງ Rebrand? ພວກເຮົາມີບໍລິການຫຍັງແດ່ໃນປັດຈຸບັນ?
01:01:26
10
bitqik Academy Live ep8: CPI ແມ່ນຫຍັງ? ມີຜົນແນວໃດຕໍ່ຕະຫຼາດ? ຄາດການຕະຫຼາດຈະໄປໃນທິດທາງໃດ?
bitqik Academy Live ep8: CPI ແມ່ນຫຍັງ? ມີຜົນແນວໃດຕໍ່ຕະຫຼາດ? ຄາດການຕະຫຼາດຈະໄປໃນທິດທາງໃດ?
42:53
About Us

bitqik INSIGHT, get our latest reports, covering all sorts of topics in the digital asset industry. From finance to economics, trends, and investment.

Services

© 2022-2023 bitqik Insight – All rights reserved.