• Blockchain Bridge

Blockchain Bridge ເເມ່ນລະບົບທີ່ຊ່ວຍເຄືອຄ່າຍ blockchain ຫຼາຍກວ່າສອງເຄືອຂ່າຍຂຶ້ນໄປສາມາດເຮັດວຽກຮ່ວມກັນໄດ້ ໂດຍມີການເສຍຄ່າທຳນຽມທີ່ຖືກ ເເລະ ສະດວກສະບາຍໃນການໂອນຍ້າຍຫຼຽນໄປຍັງອີິກ blockchain ໃໝ່ໆໄດ້, ເຊິ່ງໃນຕອນນີ້ກໍມີ Bridge ລະຫວ່າງ blockchain ເເຕ່ລະເຊນທີ່ເຊື່ອມກັນຫຼາຍສະພານເເລ້ວ.

ໂດຍ Bridge ໄດ້ແບ່ງອອກເປັນສອງປະເພດຫຼັກໆຄື:

  1. Bridge ທີ່ມີລະບົບຄວບຄຸມເເບບລວມສູນ (Centralized) ໂດຍຈະມີຕົວກາງໃຫ້ບໍລິການດຳເນີນທຸລະກຳຜ່ານເຄືອຂ່າຍ ໂດຍຜູ້ໃຊ້ບໍລິການຈຳເປັນຕ້ອງໄດ້ເຊື່ອໝັ້ນໃນຕົວຜູ້ໃຫ້ບໍລິການໂດຍຫຼີກລ້ຽງບໍ່ໄດ້.
  2. Bridge ທີ່ມີລະບົບຄວບຄຸມເເບບກະຈາຍສູນ (Decentralized) ເປັນລະບົບທີ່ໃຊ້ blockchain ເຄືອຂ່າຍຍ່ອຍ ເເລະ Smart contract ໃນການດໍາເນີນທຸລະກຳຂ້າມເຄືອຂ່າຍ ຜູ້ໃຊ້ຈຶ່ງບໍ່ຈຳເປັນຕ້ອງເຊື່ອໝັ້ນໃນຕົວກາງ ເເຕ່ຕ້ອງເຊື່ອໝັ້ນໃນລະບົບເເທນ
  • Blockchain bridge ມີໜ້າທີ່ຫຍັງເເນ່?

Blockchain bridge ຈະເຮັດການເເປງ smart contracts ເເລະ ສົ່ງຂໍ້ມູນ. ເເຕ່ປະໂຫຍດຂອງ Blockchain bridge ທີ່ພົບເຫັນຫຼາຍສຸດເເມ່ນການຖ່າຍໂອນໂທເຄັນເຊັ່ນ: Bitcoin ແລະ Ethereum ແມ່ນສອງເຄືອຂ່າຍສະກຸນເງິນ crypto ທີ່ໃຫຍ່ທີ່ສຸດ ມີກົດລະບຽບ ແລະ ໂປໂຕຄອລ ທີ່ແຕກຕ່າງກັນຢ່າງຫຼວງຫຼາຍ.

ຜ່ານ blockchain bridge, ຜູ້ໃຊ້ bitcoin ສາມາດໂອນຫຼຽນຂອງພວກເຂົາໄປ Ethereum ແລະ ເຮັດສິ່ງທີ່ພວກເຂົາບໍ່ສາມາດເຮັດໄດ້ໃນ bitcoin blockchain. ເຊິ່ງນີ້ອາດລວມເຖິງການຊື້ tokens Ethereum ຕ່າງໆ ຫຼື ຈ່າຍຄ່າທໍານຽມທີ່ຕ່ໍ່າ.

ເມື່ອທ່ານມີ bitcoins ແລະ ຕ້ອງການໂອນບາງສ່ວນໄປຍັງ Ethereum, blockchain bridge ຈະເກັບຮັກສາຫຼຽນຂອງທ່ານ ແລະ ສ້າງຄ່າທຽບເທົ່າໃນ ETH ໃຫ້ທ່ານໃຊ້. ຈະບໍ່ມີການເຂົ້າລະຫັດໃດໆທີ່ກ່ຽວຂ້ອງກັບການເຄື່ອນຍ້າຍໄປບ່ອນໃດກໍໄດ້, ແຕ່ຈໍານວນ BTC ທີ່ທ່ານຕ້ອງການໂອນແມ່ນຖືກລັອກໄວ້ໃນ smart contract ໃນຂະນະທີ່ທ່ານເຂົ້າເຖິງ ETH ໃນຈຳນວນທີ່ເທົ່າກັນ.

 ເມື່ອທ່ານຕ້ອງການປ່ຽນກັບຄືນເປັນ BTC, ETH ທີ່ທ່ານມີ ຫຼື ທີ່ເຫຼືອຈະຖືກເຜົາໄໝ້ ແລະ BTC ໃນຈໍານວນທີ່ເທົ່າກັນຈະກັບຄືນໄປທີ່ກະເປົາເງິນຂອງທ່ານ.

ຖ້າເຮັດແບບນີ້ເປັນປົກກະຕິ ທ່ານຈະຕ້ອງປ່ຽນ bitcoin ເປັນ ETH ເເພລັດຟອມການຊື້ຂາຍ ເເລະ ຖອນໃສ່ກະເປົາເງິນ, ຈາກນັ້ນຝາກເງິນອີກຄັ້ງເພື່ອແລກປ່ຽນ. ເມື່ອເຖິງຂັ້ນຕອນນັ້ນ ມັນຈະມີຄ່າທໍານຽມຫຼາຍກວ່າທີ່ວາງແຜນໄວ້ໃນຕອນທໍາອິດ.

  • ການເລືອກ Bridge

ນີ້ແມ່ນບາງສ່ວນຂອງ blockchain bridges ທີ່ເວົ້າຫຼາຍທີ່ສຸດທີ່ທ່ານສາມາດນໍາໃຊ້ໃນການໂອນຍ້າຍ crypto ເຊັ່ນ:

  • Binance Bridge ມີການແບ່ງຂັ້ນຄຸ້ມຄອງນີ້ສະເໜີຫນຶ່ງໃນທາງເລືອກທີ່ໃຫຍ່ທີ່ສຸດຂອງ cryptocurrencies ທີ່ສາມາດຊືື້ຂາຍໄດ້. ຮອງຮັບ blockchains ທີ່ນິຍົມເຊັ່ນ Ethereum, Solana, TRON, ແລະອື່ນໆ.
  • CBridge ທ່ານສາມາດເຂົ້າເຖິງການແກ້ໄຂນີ້ໂດຍກົງຈາກ Binance ໃນກໍລະນີທີ່ທ່ານບໍ່ຕ້ອງໃຊ້ Bridge ຫຼັກເພື່ອເເກ້ໄຂ.

ຄ້າຍຄືກັນກັບ Bridge ທີ່ບໍ່ມີຄວາມເຊື່ອໝັ້ນໃດໆ, ມີ blockchain ແລະ cryptocurrencies ຫຼາກຫຼາຍທີ່ທ່ານສາມາດພົວພັນໄດ້. ໃນ CBridge ແມ່ນເຈົ້າຕ້ອງໄດ້ເຊື່ອມຕໍ່ກະເປົາເງິນກ່ອນທີ່ຈະນຳໃຊ້.

  • AnySwap ແພລັດຟອມເປັນທີ່ນິຍົມເນື່ອງຈາກມີຄຸນສົມບັດອື່ນນອກເໜືອຈາກການໂອນ crypto. ເມື່ອເຊື່ອມຕໍ່ກັບກະເປົາເງິນເເລ້ວ, ທ່ານສາມາດເບິ່ງຍອດເງິນທັງໝົດຂອງທ່ານໃນຫຼຽນປະເພດຕ່າງໆ. ນອກນັ້ນທ່ານຍັງສາມາດໂອນຍອດເງິນທີ່ເຫຼືອຈາກບ່ອນໜຶ່ງໄປຫາບ່ອນໜຶ່ງໄດ້ຢ່າງອິດສະຫຼະ.
  • ສະຫຼຸບ

ການແບ່ງກະຈາຍອຳນາດເເມ່ນເປັນປັດໃຈກໍານົດຂອງ blockchain ສະເໝີມາ, ເຊິ່ງເຮັດໃຫ້ມັນມີຄຳສຳຄັນຫຼາຍກວ່າການປັບປຸງການດໍາເນີນງານອື່ນໆເຊັ່ນ: ຄວາມສາມາດໃນການຂະຫຍາຍ.

ຜົນປະໂຫຍດຂອງ Bridge ຊ່ວຍໃຫ້ຜູ້ໃຊ້ສາມາດເອົາຫຼຽນຈາກເຄືອຂ່າຍຫນຶ່ງໄປຍັງອີກເຄືອຂ່າຍ. ໂດຍບໍ່ຈໍາເປັນຕ້ອງຂາຍ ແລະ ຊື້ຫຼຽນໃໝ່, ມັນຍັງເພີ່ມສະພາບຄ່ອງສໍາລັບເຄືອຂ່າຍ blockchain ທີ່ກ່ຽວຂ້ອງ… ຊ່ວຍໃຫ້ເຄືອຂ່າຍເຫຼົ່ານີ້ເຮັດວຽກຮ່ວມກັນໄດ້ດີຍິ່ງຂຶ້ນ.

ທີ່ມາ : https://cutt.ly/N1dyB39

https://cutt.ly/j1dy2Hx

**ໝາຍເຫດ : ການລົງທຶນມີຄວາມສ່ຽງ ສະກຸນເງິນດິຈິຕອນແຕ່ລະສະກຸນມີຄວາມແຕກຕ່າງກັນ ຄວນສຶກສາຂໍ້ມູນໃຫ້ລະອຽດທຸກຄັ້ງກ່ອນລົງທຶນ.

ຊ່ອງທາງການຕິດຕໍ່:
Website: www.bitqik.com
bitqik Suport : https://support.bitqik.com/
Facebook: https://www.facebook.com/bitqik/
bitqik Academy : https://www.facebook.com/profile.php?id=100086347500753
bitqik Insight : https://insight.bitqik.com/
Tiktok: https://vt.tiktok.com/ZSdT86ut3/
Youtube : https://www.youtube.com/channel/UC2wf6B1zII-2jPtVfwmKvoA
Instagram : https://www.instagram.com/bitqikofficial/
Twitter : https://twitter.com/bitqikofficial

bitqik #bitcoin #bitqik #bitqikacademy #cryptocurrency #blockchain

**ໝາຍເຫດ : ການລົງທຶນມີຄວາມສ່ຽງ ສະກຸນເງິນດິຈິຕອນແຕ່ລະສະກຸນມີຄວາມແຕກຕ່າງກັນ ຄວນສຶກສາຂໍ້ມູນໃຫ້ລະອຽດທຸກຄັ້ງກ່ອນລົງທຶນ.

More Videos

Video Playlist
1/10 videos
1
bitqik Academy Live ep15
bitqik Academy Live ep15
01:04:48
2
bitqik Academy Live ep15
bitqik Academy Live ep15
3
bitqik Academy Live ep14: ການບໍລິຫານເງິນ ແລະ ພອສການລົງທຶນຂອງຕົວເອງ(Money management)
bitqik Academy Live ep14: ການບໍລິຫານເງິນ ແລະ ພອສການລົງທຶນຂອງຕົວເອງ(Money management)
01:16:04
4
ເກມທວາຍຄຳຊັບ Crypto ຈາກຮູບພາບ #shorts
ເກມທວາຍຄຳຊັບ Crypto ຈາກຮູບພາບ #shorts
01:23
5
Trick and Trade EP0
Trick and Trade EP0
54
6
🔴bitqik Aacademy Live ep 11: ສອນການໃຊ້ງານແອັບເບື້ອງຕົ້ນ
🔴bitqik Aacademy Live ep 11: ສອນການໃຊ້ງານແອັບເບື້ອງຕົ້ນ
01:01:46
7
bitqik Academy Live EP10:ປັດໃຈສໍາຄັນທີ່ສຸດໃນການລົງທຶນທຸກໆຕະຫຼາດແມ່ນການຄວບຄຸມຄວາມສ່ຽງ.
bitqik Academy Live EP10:ປັດໃຈສໍາຄັນທີ່ສຸດໃນການລົງທຶນທຸກໆຕະຫຼາດແມ່ນການຄວບຄຸມຄວາມສ່ຽງ.
01:06:22
8
Fiat VS Cryptocurrency 🚀
Fiat VS Cryptocurrency 🚀
48
9
bitqik Academy live ep9:ເປັນຫຍັງບິດຄິກຈຶ່ງ Rebrand? ພວກເຮົາມີບໍລິການຫຍັງແດ່ໃນປັດຈຸບັນ?
bitqik Academy live ep9:ເປັນຫຍັງບິດຄິກຈຶ່ງ Rebrand? ພວກເຮົາມີບໍລິການຫຍັງແດ່ໃນປັດຈຸບັນ?
01:01:26
10
bitqik Academy Live ep8: CPI ແມ່ນຫຍັງ? ມີຜົນແນວໃດຕໍ່ຕະຫຼາດ? ຄາດການຕະຫຼາດຈະໄປໃນທິດທາງໃດ?
bitqik Academy Live ep8: CPI ແມ່ນຫຍັງ? ມີຜົນແນວໃດຕໍ່ຕະຫຼາດ? ຄາດການຕະຫຼາດຈະໄປໃນທິດທາງໃດ?
42:53
About Us

bitqik INSIGHT, get our latest reports, covering all sorts of topics in the digital asset industry. From finance to economics, trends, and investment.

Services

© 2022-2023 bitqik Insight – All rights reserved.