Benjamin Cowen ເປັນວິສະວະກອນວິເຄາະ Cryptocurrency ເປັນຜູ້ກໍ່ຕັ້ງ ແລະ CEO ຂອງ Into The Cryptoverse  ແພລັດຟອມການວິເຄາະຂໍ້ມູນຕະຫຼາດ cryptocurrency, ແລະ ຍັງເປັນ YouTuber ເຈົ້າຂອງຊ່ອງວິເຄາະ cryptocurrency. ເຊິ່ງໃສ່ຊື່ຊ່ອງວ່າ “Benjamin Cowen”

ປຽບທຽບກັບປີ 2018

Coven ໄດ້ເຜີຍແຜ່ຄລິບວິດີໂອການວິເຄາະຕະຫຼາດ crypto ໃນຊ່ອງ YouTube ຂອງລາວໂດຍມີຫົວຂໍ້ຊື່ວ່າ “Bitcoin: Comparing Capitulations”. ໂດຍ Cowen ໄດ້ກວດເບິ່ງຮູບແບບຕະຫຼາດໝີປີ 2018 ເພື່ອນຳມາປຽບທຽບກັບຮູບແບບຕະຫຼາດໝີໃນປະຈຸບັນ.

Cowen ກ່າວ “ມັນຟັງເບິ່ງມີເຫດຜົນ ຖ້າພວກເຮົາຄາດຫວັງວ່າສະຖານະການກົ້ນຂຸມນັ້ນຄ້າຍຄືກັນກັບໃນປີ 2018, ຊ່ວງເວລາທີ່ Bitcoin (BTC) Higher Low ເທື່ອລະເລັກນ້ອຍກ່ອນທີ່ຈະຫຼຸດລົງເຖິງຊ່ວງ ‘Capitulation’ ແລະ ເຮັດ New Low ເພື່ອແຕະກົ້ນຂຸມຂອງມັນ”

“ນັບຕັ້ງແຕ່ປີ 2022 ຈົນເຖິງປັດຈຸບັນ, ການຖົກຖຽງໃນເລື່ອງກົ້ນຂຸມຂອງຕະຫຼາດ crypto ເບິ່ງຄືວ່າບໍ່ມີຜົນປະໂຫຍດໃດໆ ເຊິ່ງນັ້ນແມ່ນເຫດຜົນທີ່ຂ້ອຍເວົ້າໃນຕົ້ນປີນີ້ວ່າ ຢ່າໄປເສຍເວລາ ແລະພະລັງງານທາງຈິດໃຈ ເພື່ອພະຍາຍາມຄາດເດົາກົ້ນຂຸມຂອງ ປີ 2022”

“ຖ້າທ່ານເບິ່ງຮູບແບບທີ່ຄ້າຍຄືກັນຢູ່ທີ່ນີ້ ພວກເຮົາຈະສາມາດຄາດເດົາໄດ້ຈາກເສັ້ນ DMA 200 (200-Day Simple Moving Average) ຖ້າມັນຍັງສືບຕໍ່ລົງໄປຕາມເສັ້ນທາງປະຈຸບັນ ມັນຈະຕັດກັນບ່ອນໃດ?”

ກົ້ນຂຸມໃກ້ມາຮອດເເລ້ວ

ຈາກຂໍ້ມູນໃນການປຽບທຽບຮູບແບບປະຫວັດສາດ, Cowen ຊີ້ໃຫ້ເຫັນເຖິງຄວາມເປັນໄປໄດ້ໃນຊ່ວງເວລາຂອງ ‘capitulation’ ອາດຈະເກີດຂື້ນໃນລະຫວ່າງວັນຄຣິສມາສໃນປີນີ້. ເຊິ່ງໃນອາດີດ ມັນເຄີຍເປັນຈຸດຕໍ່າສຸດຂອງ Bitcoin ກ່ອນທີ່ຈະກະກຽມສໍາລັບຕະຫຼາດ bull ໃນຮອບຕໍ່ໄປ.

“ເຈົ້າ​ຈະ​ເຫັນ​ວ່າ ເສັ້ນນີ້ອາດຈະລົງມາຕັດກັນເວລາໃດໜື່ງໃນຊ່ວງທ້າຍເດືອນທັນວາ ປະມານວັນຄຣິສມາສ, ວັນທີ 25-27 ເດືອນທັນວາ, ປະມານຊ່ວງວັນພັກຍາວນີ້ ເສັ້ນນີ້ຈະຕັດກັນ” Coven ກ່າວເຖິງຮູບແບບທີ່ຄ້າຍຄືກັບປີ 2018 ເຊິ່ງເກີດການຫຼຸດລົງຢ່າງຫຼວງຫຼາຍຢູ່ທີ່ຈຸດຕັດເສັ້ນ DMA 200 cross over ກັບ Trend line.

ຂ້ອຍບໍ່ສາມາດເວົ້າໄດ້ວ່າມັນຈະເກີດຂຶ້ນແນ່ນອນ ເປັນທີ່ຮູ້ກັນວ່າຂ້ອຍໝາຍເຖິງ ຖ້າພຶດຕິກໍາມັນບໍ່ຄືເກົ່າແຕ່ຂ້ອຍຈະບອກເເບບນີ້ ຕະຫຼາດໝີໃນຄັ້ງນີ້ໄດ້ຢູ່ມາດົນນານຫຼາຍກວ່າ 1 ປີເເລ້ວ ແລະຈາກປະຫວັດສາດ Bitcoin (BTC) ຈະຢູ່ໃນຕະຫຼາດໝີປະມານຫນຶ່ງປີ ເຊັ່ນ ຕະຫຼາດໝີໃນປີ 2014 ຍາວນານ 14 ເດືອນ ແລະອີກຄັ້ງໃນປີ 2018 ຍາວນານ 12 ເດືອນ

ດັ່ງນັ້ນ, ດ້ວຍສະພາບການນີ້ ທ່ານສາມາດໂຕ້ຖຽງໄດ້ວ່າພວກ​ເຮົາກຳລັງ​ຢູ່​ໃນ​​ຈຸດປ່ຽນຂອງຕະຫຼາດໝີ ກົ້ນຂຸມໃກ້ເຂົ້າມາເຖິງເເລ້ວ ມັນຂື້ນຢູ່ກັບເວລາເທົ່ານັ້ນ

ທີ່ມາ:  https://cutt.ly/u1vvNko

**ໝາຍເຫດ : ການລົງທຶນມີຄວາມສ່ຽງ ສະກຸນເງິນດິຈິຕອນແຕ່ລະສະກຸນມີຄວາມແຕກຕ່າງກັນ ຄວນສຶກສາຂໍ້ມູນໃຫ້ລະອຽດທຸກຄັ້ງກ່ອນລົງທຶນ.

More Videos

Video Playlist
1/10 videos
1
bitqik Academy Live ep15
bitqik Academy Live ep15
01:04:48
2
bitqik Academy Live ep15
bitqik Academy Live ep15
3
bitqik Academy Live ep14: ການບໍລິຫານເງິນ ແລະ ພອສການລົງທຶນຂອງຕົວເອງ(Money management)
bitqik Academy Live ep14: ການບໍລິຫານເງິນ ແລະ ພອສການລົງທຶນຂອງຕົວເອງ(Money management)
01:16:04
4
ເກມທວາຍຄຳຊັບ Crypto ຈາກຮູບພາບ #shorts
ເກມທວາຍຄຳຊັບ Crypto ຈາກຮູບພາບ #shorts
01:23
5
Trick and Trade EP0
Trick and Trade EP0
54
6
🔴bitqik Aacademy Live ep 11: ສອນການໃຊ້ງານແອັບເບື້ອງຕົ້ນ
🔴bitqik Aacademy Live ep 11: ສອນການໃຊ້ງານແອັບເບື້ອງຕົ້ນ
01:01:46
7
bitqik Academy Live EP10:ປັດໃຈສໍາຄັນທີ່ສຸດໃນການລົງທຶນທຸກໆຕະຫຼາດແມ່ນການຄວບຄຸມຄວາມສ່ຽງ.
bitqik Academy Live EP10:ປັດໃຈສໍາຄັນທີ່ສຸດໃນການລົງທຶນທຸກໆຕະຫຼາດແມ່ນການຄວບຄຸມຄວາມສ່ຽງ.
01:06:22
8
Fiat VS Cryptocurrency 🚀
Fiat VS Cryptocurrency 🚀
48
9
bitqik Academy live ep9:ເປັນຫຍັງບິດຄິກຈຶ່ງ Rebrand? ພວກເຮົາມີບໍລິການຫຍັງແດ່ໃນປັດຈຸບັນ?
bitqik Academy live ep9:ເປັນຫຍັງບິດຄິກຈຶ່ງ Rebrand? ພວກເຮົາມີບໍລິການຫຍັງແດ່ໃນປັດຈຸບັນ?
01:01:26
10
bitqik Academy Live ep8: CPI ແມ່ນຫຍັງ? ມີຜົນແນວໃດຕໍ່ຕະຫຼາດ? ຄາດການຕະຫຼາດຈະໄປໃນທິດທາງໃດ?
bitqik Academy Live ep8: CPI ແມ່ນຫຍັງ? ມີຜົນແນວໃດຕໍ່ຕະຫຼາດ? ຄາດການຕະຫຼາດຈະໄປໃນທິດທາງໃດ?
42:53
About Us

bitqik INSIGHT, get our latest reports, covering all sorts of topics in the digital asset industry. From finance to economics, trends, and investment.

Services

© 2022-2023 bitqik Insight – All rights reserved.