OpenSea ຕະຫຼາດກາງຊື້ຂາຍເເລກປ່ຽນ NFT, ກໍາລັງເປີດຕົວເຄື່ອງມື “on-chain” ໃໝ່ທີ່ອະນຸຍາດໃຫ້ຜູ້ສ້າງສາມາດບັງຄັບໃຊ້ຄ່າລິຂະສິດ NFT ໃນເຄືອຂ່າຍຂອງພວກເຂົາໄດ້.

ໃນ blog ໂພສໃນວັນທີ 6 ເດືອນພະຈິກ Devin Finzer CEO ຂອງ OpenSea ຕັ້ງຂໍ້ສັງເກດວ່າ: ໃນຕະຫຼາດທີ່ມີການເອີ້ນເກັບຄ່າທໍານຽມທາງເລືອກຈະເຫັນໄດ້ວ່າ “ອັດຕາການຈ່າຍຄ່າທໍານຽມຜູ້ສ້າງແບບສະໝັກໃຈໄດ້ຫຼຸດລົງຕໍ່າກວ່າ 20%” ໃນຂະນະທີ່ໃນຕະຫຼາດອື່ນໆນັ້ນ “ບໍ່ຈ່າຍເລີຍ/ບໍ່ມີເລີຍ”

CEO ຂອງ OpenSea ປະກາດວ່າ Marketplace ໄດ້ເປີດຕົວເຄື່ອງມືໃໝ່ທີ່ອະນຸຍາດໃຫ້ຜູ້ສ້າງ: “ບັງຄັບໃຊ້ຄ່າລິຂະສິດເເບບ on-chain” ໄດ້

Finzer ອະທິບາຍເຄື່ອງມືດັ່ງກ່າວເປັນ “simple code snippet” ທີ່ອະນຸຍາດໃຫ້ຜູ້ສ້າງສາມາດບັງຄັບໃຊ້ຄ່າລິຂະສິດກັບ Smart contract NFT ທີ່ກຳລັງຈະມີໃນອະນາຄົດແລະ Smart contract ທີ່ສາມາອັບເກຣດໄດ້ໃນປະຈຸບັນ. ໂດຍ source code ນີ້ຈະຈໍາກັດການຂາຍ NFT ສະເພາະຕະຫຼາດທີ່ບັງຄັບໃຊ້ຄ່າທຳນຽມຜູ້ສ້າງເທົ່ານັ້ນ.

“ເປັນທີ່ຊັດເຈນວ່າຜູ້ສ້າງຫຼາຍຄົນຕ້ອງການຄວາມສາມາດໃນການບັງຄັບໃຊ້ຄ່າທໍານຽມໃນເຄືອຂ່າຍຂອງພວກເຂົາແລະໂດຍພື້ນຖານແລ້ວ ເຮົາເຊື່ອວ່າທາງເລືອກນີ້ຄວນຈະໃຫ້ພວກເຂົາຕັດສິນໃຈກັນເອົາເອງ ບໍ່ຄວນເປັນການຕັດສິນໃຈທີ່ມາຈາກຕະຫຼາດກາງ” Finzer ໄດ້ກ່າວ.

Finzer ຍັງກ່າວອີກວ່າ OpenSea ຈະບັງຄັບໃຊ້ຄ່າລິຂະສິດສໍາລັບ collection ໃໝ່ໂດຍໃຊ້ເຄື່ອງມືການບັງຄັບໃຊ້ເເບບ on-chain ແຕ່ຈະບໍ່ເຮັດແບບນັ້ນສໍາລັບ collection ໃໝ່ທີ່ບໍ່ໄດ້ເຂົ້າຮ່ວມ.

Finzer ໄດ້ອະທິບາຍໃນ Twitter Spaces ວ່າ “OpenSea ບໍ່ຕ້ອງການໃຫ້ຄົນໃຊ້ວິທີແກ້ໄຂທີ່ເປັນສະເພາະຂອງພວກເຮົາ ຜູ້ສ້າງສາມາດໃຊ້ການແກ້ໄຂໃດໆກໍໄດ້ທີ່ຕ້ອງການ”

ເຄື່ອງມືນີ້ຈະບໍ່ຖືກປ່ອຍອອກມາສໍາລັບ collection NFT ທີ່ມີຢູ່ໃນເວລານີ້. ເນື່ອງຈາກມີຄວາມສ່ຽງທີ່ຈະຜິດພາດໃນລະຫວ່າງການໃຊ້

“ຈາກປະສົບການຂອງພວກເຮົາ ວິທີດຽວທີ່ຈະບັນລຸການບັງຄັບໃຊ້ຄ່າທໍານຽມຜູ້ສ້າງໃນລະບົບ on-chain ສໍາລັບ collection ທີ່ມີຢູ່ໃນ Smart contract ທີ່ບໍ່ສາມາດອັບເກຣດໄດ້. ຄືການໃຊ້ມາດຕະການທີ່ຮຸນແຮງຕໍ່ຊຸມຊົນຂອງພວກເຂົາ” Finzer ກ່າວວ່າ ຕົວເລືອກນີ້ແມ່ນດີຫຼາຍສຳລັບຜູ້ສ້າງທີ່ມີຢູ່ເພື່ອຄົ້ນຫາວິທີສ້າງລາຍໄດ້ໃໝ່ແລະວິທີທາງເລືອກອື່ນໃນການກະຕຸ້ນໃຫ້ຜູ້ຊື້ກັບຜູ້ຂາຍຈ່າຍຄ່າທໍານຽມຜູ້ສ້າງ ,ເພື່ອຮັບປະກັນການເກັບລວບລວມໃນອະນາຄົດຈະບັງຄັບໃຊ້ຄ່າທໍານຽມຂອງຜູ້ສ້າງເຄືອຂ່າຍ.”

ຕາມທີ່ Finzer ໄດ້ລະບຸ ການດໍາເນີນການນີ້ອາດລວມຖຶງຕົວເລືອກຕ່າງໆ ຕັ້ງແຕ່ການບັງຄັບໃຊ້ຢ່າງຕໍ່ເນື່ອງຂອງຄ່າທໍານຽມ off-chain ສໍາລັບ collection ບາງຊຸດແລະການອະນຸຍາດໃຫ້ຄ່າທໍານຽມຜູ້ສ້າງທີ່ເປັນຕົວເລືອກ ໄປຈົນຖຶງເລືອກການບັງຄັບໃຊ້ເເບບ on-chain ອື່ນໆສໍາລັບຜູ້ສ້າງ.

ທີ່ມາ : https://cutt.ly/JN9dmgT

**ໝາຍເຫດ : ການລົງທຶນມີຄວາມສ່ຽງ ສະກຸນເງິນດິຈິຕອນແຕ່ລະສະກຸນມີຄວາມແຕກຕ່າງກັນ ຄວນສຶກສາຂໍ້ມູນໃຫ້ລະອຽດທຸກຄັ້ງກ່ອນລົງທຶນ.

ຊ່ອງທາງການຕິດຕໍ່:
Website: www.bitqik.com
bitqik Suport : https://support.bitqik.com/
Facebook: https://www.facebook.com/bitqik/
bitqik Academy : https://www.facebook.com/profile.php?id=100086347500753
bitqik Insight : https://insight.bitqik.com/
Tiktok: https://vt.tiktok.com/ZSdT86ut3/
Youtube : https://www.youtube.com/channel/UC2wf6B1zII-2jPtVfwmKvoA
Instagram : https://www.instagram.com/bitqikofficial/
Twitter : https://twitter.com/bitqikofficial

bitqik #bitcoin #bitqik #bitqikacademy #cryptocurrency #blockchain

**ໝາຍເຫດ : ການລົງທຶນມີຄວາມສ່ຽງ ສະກຸນເງິນດິຈິຕອນແຕ່ລະສະກຸນມີຄວາມແຕກຕ່າງກັນ ຄວນສຶກສາຂໍ້ມູນໃຫ້ລະອຽດທຸກຄັ້ງກ່ອນລົງທຶນ.

More Videos

Video Playlist
1/10 videos
1
bitqik Academy Live ep15
bitqik Academy Live ep15
01:04:48
2
bitqik Academy Live ep15
bitqik Academy Live ep15
3
bitqik Academy Live ep14: ການບໍລິຫານເງິນ ແລະ ພອສການລົງທຶນຂອງຕົວເອງ(Money management)
bitqik Academy Live ep14: ການບໍລິຫານເງິນ ແລະ ພອສການລົງທຶນຂອງຕົວເອງ(Money management)
01:16:04
4
ເກມທວາຍຄຳຊັບ Crypto ຈາກຮູບພາບ #shorts
ເກມທວາຍຄຳຊັບ Crypto ຈາກຮູບພາບ #shorts
01:23
5
Trick and Trade EP0
Trick and Trade EP0
54
6
🔴bitqik Aacademy Live ep 11: ສອນການໃຊ້ງານແອັບເບື້ອງຕົ້ນ
🔴bitqik Aacademy Live ep 11: ສອນການໃຊ້ງານແອັບເບື້ອງຕົ້ນ
01:01:46
7
bitqik Academy Live EP10:ປັດໃຈສໍາຄັນທີ່ສຸດໃນການລົງທຶນທຸກໆຕະຫຼາດແມ່ນການຄວບຄຸມຄວາມສ່ຽງ.
bitqik Academy Live EP10:ປັດໃຈສໍາຄັນທີ່ສຸດໃນການລົງທຶນທຸກໆຕະຫຼາດແມ່ນການຄວບຄຸມຄວາມສ່ຽງ.
01:06:22
8
Fiat VS Cryptocurrency 🚀
Fiat VS Cryptocurrency 🚀
48
9
bitqik Academy live ep9:ເປັນຫຍັງບິດຄິກຈຶ່ງ Rebrand? ພວກເຮົາມີບໍລິການຫຍັງແດ່ໃນປັດຈຸບັນ?
bitqik Academy live ep9:ເປັນຫຍັງບິດຄິກຈຶ່ງ Rebrand? ພວກເຮົາມີບໍລິການຫຍັງແດ່ໃນປັດຈຸບັນ?
01:01:26
10
bitqik Academy Live ep8: CPI ແມ່ນຫຍັງ? ມີຜົນແນວໃດຕໍ່ຕະຫຼາດ? ຄາດການຕະຫຼາດຈະໄປໃນທິດທາງໃດ?
bitqik Academy Live ep8: CPI ແມ່ນຫຍັງ? ມີຜົນແນວໃດຕໍ່ຕະຫຼາດ? ຄາດການຕະຫຼາດຈະໄປໃນທິດທາງໃດ?
42:53
About Us

bitqik INSIGHT, get our latest reports, covering all sorts of topics in the digital asset industry. From finance to economics, trends, and investment.

Services

© 2022-2023 bitqik Insight – All rights reserved.