Robert F. Kennedy Jr ຜູ້ສະໝັກຊິງຕໍາແໜ່ງປະທານາທິບໍດີ ຖື Bitcoin ມູນຄ່າກວ່າ 200,000 $

Robert F. Kennedy Jr ຜູ້ສະໝັກຊິງຕໍາແໜ່ງປະທານາທິບໍດີ ມີປະຫວັດທາງການເງິນທີ່ສະແດງການຖືຄອງ bitcoin ຈໍານວນຫຼາຍ ເຊິ່ງຍ້ອນໄປໃນການປະຊຸມ bitcoin ໃນເດືອນພຶດສະພາ kennedy ເຄີຍກ່າວວ່າ ຂ້ອຍບໍ່ແມ່ນນັກລົງທຶນ ແລະ ຂ້ອຍບໍ່ໄດ້ມາເພື່ອແນະນໍາການລົງທຶນ Kennedy ເວົ້າຢ່າງຕົງໄປຕົງມາວ່າ: ໃນການສະໝັບສະໝູນ bitcoin ລວມເຖິງການຍອມຮັບສິນຊັບດິຈິຕອນ ສໍາລັບບໍລິຈາກໃນແຄມແປນ ຢ່າງໃດກໍ່ດີ CNBC ລາຍງານວ່າ ອີງຕາມສະຖານະທາງການເງິນ ລາວອາດມີປະມານ 40 BTC Kennedy Jr ສະແດງການຖືຄອງ bitcoin ຈໍານວນຫຼາຍ ເນື່ອງຈາການເລືອກຕັ້ງປະທານາທິບໍດີໃນປີ 2024 ເປັນຊ່ວງເວລາສໍາຄັນສໍາລັບການເມືອງສະຫະລັດ ແລະ ດ້ວຍອຸດສາຫະກໍາສິນຊັບດິຈິຕອນກໍາລັງເປັນກະແສສໍາຄັນ ຈຶງການເປັນຈຸດອາທິບາຍທີ່ໂດດເດັ່ນສໍາລັບຜູ້ສະໝັກ Bitcoin ເປັນສ່ວນສໍາຄັນໃນການຫາສຍງຊິ່ງຕໍາແໝ່ງປະທານາທິບໍດີ kennedy ຈົນຮອດຕອນນີ້ ໂດຍລາວອາດເວົ້າເຖິງການປົກປ້ອງສະກຸນເງິນດິຈິຕອນ ນອກນີ້ ລາວອາດເວົ້າຄວາມກັງວົນກ່ຽວກັບສິນຊັບດິຈິຕອນທີ່ອອກໂດຍລັດຖະບານ ຍ່າງໃດກໍ່ຕາມ ການເປີດເຜີຍການຖືຄອງ bitcoin ລ່າສຸດນີ້ອາດຊີ້ໃຫ້ເຫັນຜົນປະໂຫຍດກັບຜູ້ສະໝັກເລືອກຕັ້ງ