ໃຊ້ງານ Crypto Wallet ແບບໃດໃຫ້ປອດໄພ

ໃນຍຸກປັດຈຸບັນນີ້ ທາງເລືອກໃນການໃຊ້ເງິນເທີງໂລກອິນເຕີເນັດ ມີຫຼາກຫຼາຍວິທີ ບໍ່ວ່າຈະເປັນການຊຳລະໂດຍການໂອນເງິນຜ່ານທະນາຄານ, ບັດເຄດິດ ຫຼື ແມ່ນແຕ່ການນຳໃຊ້ສະກຸນເງິນດິຈິຕອລ ຫຼື Cryptocurrency ກໍສາມາດເຮັດໄດ້ເຊັ່ນກັນ, ແຕ່ບໍ່ວ່າຈະນຳໃຊ້ວິທີໃດກໍຕາມ ການເກັບເງິນຂອງເຮົາໄວ້ບ່ອນທີ່ປອດໄພກໍຖືເປັນເລື່ອງທີ່ສຳຄັນທີ່ສຸດ ຍິ່ງເປັນະກຸນເງິນດິຈິຕອລ ແລ້ວຍິ່ງຕ້ອງລະມັດລະວັງເປັນພິເສດ. ເຊິ່ງສິ່ງທີ່ຈຳເປັນໃນການນຳໃຊ້ເກັບສະກຸນເງິນດິຈິຕອລກໍຄື Crypto Wallet ຫຼື ກະເປົາເງິນສຳລັບເກັບ ສະກຸນເງິນດິຈິຕອລນັ້ນເອງ ເຊິ່ງຈະເປັນເຄື່ອງມືທີ່ມີໜ້າທີ່ຈັດ ເກັບກຸນແຈສ່ວນຕົວ (Private Key) ເພື່ອໃຫ້ເຈົ້າຂອງເງິນເທົ່ານັ້ນທີ່ມີສິດເປີດກະເປົາດັ່ງກ່າວໄດ້ ແລະ ຍັງຊ່ວຍໃນການຮັບ-ໂອນ ເງິນດິຈິຕອລ ອີກນຳ. ໂດຍ Crypto Wallet ສາມາດມາໃນຮູບແບບຂອງ ໂປຣແກຣມ Software ຫຼື ຈະມາໃນຮູບແບບ ຂອງອຸປະກນທີ່ສາມາດຈັບຕ້ອງໄດ້ ແບບເປັນ Hardware ກໍໄດ້ເຊັ່ນດຽວກັນ. ມື້ນີ້ເຮົາຈະພາມາເບິ່ງກັນວ່າ ເຮົາຈະນຳໃຊ້ Crypto Wallet ແນວໃດຈຶ່ງຈະສາມາດລົດຄວາມສ່ຽງ ແລະ ມີຄວາມປອດໄພໄດ້. ແບ່ງເງິນໄວ້ໃນ ທັງກະເປົາອອນລາຍ Hot Wallet ແລະ ທັງກະເປົາອອຟລາຍ Cold […]

Cryptocurrency ເອົາໄປໃຊ້ຫຍັງໄດ້ແນ່

ຫຼັງຈາກທີ່ເປັນກະແສມາຫຼາຍປີ ມາຮອດມື້ນີ້ເຮົາກໍໄດ້ຮູ້ກັນຢ່າງຊັດເຈນແລ້ວວ່າ Cryptocurrency ຫຼື ສະກຸນເງິນດິຈິຕອລ ບໍ່ແມ່ນພຽງກະແສອີກຕໍ່ໄປ ເພາະຕອນນີ້ ບໍ່ວ່າຈະເປັນຫຼາຍສະຖາບັນການເງິນຊັ້ນນຳຫຼາຍແຫ່ງ, ບໍລິສັດເອກະຊົນ ທີ່ມີຊື່ສຽງ, ນັກລົງທຶນຈາກທົ່ວໂລກ ຫຼືແມ່ນແຕ່ລັດຖະບານບາງປະເທດກໍໄດ້ເລີ່ມໂດດເຂົ້າມາລົດໄຟຂະບວນນີ້ແລ້ວ ເນື່ອງຈາກມີຄວາມເຊື່ອຮ່ວມກັນວ່າ Cryptocurrency ຈະເຂົ້າມາປ່ຽນແປງລະບົບການເງິນໃນອະນາຄົດໄດ້ບໍ່ຫຼາຍກໍໜ້ອຍ. Cryptocurrency ຫຼື ສະກຸນເງິນດິຈິຕອລ ແທ້ຈິງແລ້ວມັນກໍຄືສິນຊັບດິຈິຕອລ (Digital Asset) ປະເພດໜຶ່ງທີ່ມີການຮັກສາຄວາມປອດໄພດ້ວຍການເຂົ້າລະຫັດ ແລະ ເຮັດວຽກຢູ່ເທີງລະບົບ Blockchian ທີ່ເຊື່ອກັນວ່າເປັນລະບົບທີ່ມີຄວາມປອດໄພສູງ. ເຊິ່ງ Cryptocurrency ນັ້ນຖືກອອກແບບມາເພື່ອໃຊ້ເປັນສື່ກາງໃນການແລກປ່ຽນ ແບບດຽວກັບສະກຸນເງິນທົ່ວໄປໃນແຕ່ລະປະເທດ ພຽງແຕ່ ບໍ່ສາມາດຈັບຕ້ອງໄດ້.         ແລ້ວມາຮອດປັດຈຸບັນນີ້ ຜ່ານມາ 14 ປີ ນັບຕັ້ງແຕ່ Cryptocurrency ໄດ້ເກີດມາໃນໂລກນີ້ ເຮົາສາມາດເຮັດຫຍັງກັບມັນໄດ້ແນ່ ແລະ ມັນມີປະໂຫຍດແນວໃດ ເປັນຫຍັງຄົນຄືໃຫ້ຄວາມສົນໃຈ. ກ່ອນອື່ນໝົດຕ້ອງໄປເບິ່ງກັນກ່ອນວ່າ Cryptocurrency ນັ້ນມີຂໍ້ດີ ແລະ ຂໍ້ເສຍແນວໃດແນ່. ຂໍ້ດີ: – Cryptocurrency ສາມາດເຮັດທຸລະກຳໄດ້ງ່າຍ ແລະ ວ່ອງໄວ […]

NFT ແມ່ນຫຍັງ ແລະ ເປັນຫຍັງຫຼາຍຄົນຈຶ່ງສົນໃຈທີ່ຈະລົງທຶນ

ໃນໄລຍະປີ 2021 ທີ່ຜ່ານມາ ນັກລົງທຶນທັງໃນຕະຫຼາດ Cryptocurrency ແລະ ຕະຫຼາດອື່ນໆ ຕ່າງກໍຕື່ນເຕັ້ນ ແລະ ຫັນມາຈັບຕາເບິ່ງຫຼຽນໆໜຶ່ງຢ່າງໃກ້ຊິດ ນັ້ນກໍຄື Non-Fungible Token ຫຼື ທີ່ເຮົາເອີ້ນຕິດປາກກັນວ່າ  NFT. ມື້ນີ້ເຮົາຈະພາມາເບິ່ງກັນວ່າ ແທ້ຈິງແລ້ວ NFT ແມ່ນຫຍັງ ແລະ ເປັນຫຍັງນັກລົງທຶນຫຼາຍຄົນຈຶ່ງສົນໃຈ.         Non-Fungible Token ຫຼື NFT ແທ້ຈິງແລ້ວກໍຄື Cryptocurrency ປະເພດໜຶ່ງທີ່ສະແດງຄວາມເປັນເຈົ້າຂອງ ຂອງສິນຊັບ ໂດຍໃນແຕ່ລະຫຼຽນຈະມີຄວາມແຕກຕ່າງ ມີມູນຄ່າທີ່ບໍ່ເທົ່າກັນ ແລະ Non-Fungible Token ຫຼຽນອື່ນໆ ບໍ່ສາມາດທົດແທນກັນໄດ້. ຍົກຕົວຢ່າງ ເຮົາມີ ຄອມພິວເຕີ້ 1 ໜ່ວຍ ແລ້ວໝູ່ມາຢືມໄປ ເວລາໝູ່ເຮົາຈະມາສົ່ງຄືນ ຈະຕ້ອງເອົາຄອມພິວເຕີ້ໜ່ວຍເກົ່າທີ່ຢືມເຮົາໄປນັ້ນມາສົ່ງຄືນເທົ່ານັ້ນ ບໍ່ສາມາດໄປຊື້ໜ່ວຍໃໝ່ ແລ້ວມາສົ່ງ ຄອມພິວເຕີ້ທີ່ເຮົາໃຊ້ມີຄວາມສະເພາະຕົວສູງ ເຖິງຈະເປັນຮຸ່ນດຽວກັນ ປີດຽວກັນກໍມີມູນຄ່າຕ່າງກັນ ຂໍ້ມູນໃນເຄື່ອງທີ່ຕ່າງກັນ ເຊິ່ງບໍ່ສາມາດເອົາມາທົດແທນກັນໄດ້. ເຊິ່ງແຕກຕ່າງຈາກ Cryptocurrency […]

ການໃຊ້ພະລັງງານ BTC ເພີ່ມຂຶ້ນ 41% ໃນ 12 ເດືອນ ອາດຈະປະເຊີນກັບຄວາມສ່ຽງທາງດ້ານກົດລະບຽບ

ການນຳໃຊ້ພະລັງງານຂອງ Bitcoin (BTC) ແມ່ນເພີ່ມຂຶ້ນ 41% ໃນປີຕໍ່ປີ (YoY), ເຖິງວ່າຈະມີການປັບປຸງປະສິດທິພາບພະລັງງານແລະການປະສົມປະສານພະລັງງານທີ່ຫລາກຫລາຍແລະຍາວນານ ​ແຕ່​ກໍຍັງມີ​ຄວາມ​ເປັນ​ກັງວົນ​ທີ່​ວ່າ​ການ​ເພີ່ມ​ຂຶ້ນ​ນີ້ອາດເຮັດໃຫ້ໜ່ວຍງານກວດກາເຂົ້າມາຄວບຄຸມການຂຸດບໍ່ເເຮ່. ຂໍ້ມູນຈາກບົດລາຍງານ Q3 2022 ໂດຍ Bitcoin Mining Council (BMC), ເຊິ່ງເປັນຕົວແທນຂອງ  ບໍລິສັດຂຸດຄົ້ນ Bitcoin ທີ່ໃຫຍ່ທີ່ສຸດໃນ 51 ເເຫ່ງຂອງໂລກ, ພົບວ່າການຂຸດຄົ້ນ Bitcoin ໃຊ້ພະລັງງານພຽງແຕ່ 0.16% ຂອງອັດຕາການຜະລິດພະລັງງານທົ່ວໂລກ. ເຊິ່ງໜ້ອຍກວ່າພະລັງງານທີ່ໃຊ້ໂດຍເກມຄອມພິວເຕີເລັກນ້ອຍ ແລະປະລິມານດັ່ງກ່າວຖືກວ່າເປັນ “ປະລິມານພະລັງງານທົ່ວໂລກທີ່ບໍ່ຄ່ອຍສຳຄັນ” . ທັງນີ້ການຂຸດຄົ້ນ Bitcoin ຍັງປ່ອຍກາສຄາບອນ 0.10% ຂອງໂລກ, ເຊິ່ງ BMC ຖືວ່າ “ບໍ່ສໍາຄັນ”. ການເພີ່ມຂຶ້ນຂອງການໃຊ້ພະລັງງານຂອງ Bitcoin ແມ່ນເນື່ອງມາຈາກອັດຕາ hash ຂອງເຄືອຂ່າຍທີ່ເພີ່ມຂຶ້ນ 8.34% ໃນໄຕມາດທີ3 ປີ 2022 ແລະ 73% YoY, ເຖິງວ່າຈະມີການສ້າງ blog […]

Bitcoin (BTC) ມູນຄ່າ 940 ລ້ານໂດລາ ຖືກໂອນອອກຈາກ Coinbase, ນັກວິເຄາະຄາດວ່າມັນອາດຈະເປັນຝີມື Tesla

Bitcoin (BTC) ມູນຄ່າ 940 ລ້ານໂດລາຂອງ ໄດ້ຖືກໂອນອອກຈາກການແລກປ່ຽນ Coinbase ທີ່ຈົດທະບຽນໃນຕະຫຼາດຫຼັກຊັບ Nasdaq, ເຮັດໃຫ້ເກີດການເກັງກຳໄລເນື່ອງຈາກມີເເນວໂນ້ມ ວ່າຜູ້ຫຼິ້ນລາຍໃຫຍ່ ກຳລັງສະສົມ BTC ຢູ່. ອີງຕາມຂໍ້ມູນ onchain ຢູ່ບໍລິສັດວິເຄາະ CryptoQuant, ໄດ້ພົບວ່າປະມານ 48,000 BTC ໄດ້ຖືກໂອນອອກຈາກກະເປົາເງິນໃນ Coinbase Pro, ໂດຍສ່ວນໃຫຍ່ຂອງຫຼຽນເຫຼົ່ານັ້ນຄົງທີ່ເປັນໄລຍະເວລາລະຫວ່າງ 3ຫາ5 ປີ ໃນຂະນະດຽວກັນ, ນັກວິເຄາະຕັ້ງຂໍ້ສັງເກດເຫັນວ່າຈຳເປັນຕ້ອງກວດສອບ ຕື່ມອີກ ເພື່ອພິຈາລະນາວ່າທຸລະກໍານັ້ນແມ່ນທຸລະກໍາພາຍໃນຈາກ Coinbase ຫຼືວ່າຜູ້ຫຼິ້ນລາຍໃຫຍ່ກໍາລັງສະສົມ BTC ຢູ່ຫຼືບໍ່, ທິດສະດີຕ່າງໆໄດ້ເກີດຂື້ນຢ່າງໄວວາ. ນັກວິເຄາະອອນໄລນ໌ຄົນຫນຶ່ງອ້າງວ່າ ບໍລິສັດ Tesla ຂອງ Elon Musk ກຳລັງຊື້ BTC ຄືນ ເນື່ອງຈາກເຄີຍຂາຍມັນໄປໃນຕົ້ນປີທີ່ຜ່ານມາ. ໃນເວລານັ້ນ, ມູນຄ່າສະເລ່ຍຂອງ BTC ທີ່ຂາຍໂດຍ Tesla ແມ່ນປະມານ 936 ລ້ານໂດລາແລະການໄຫຼອອກຫຼ້າສຸດແມ່ນ 940 […]

Asset class ໃນໂລກ Crypto

ໃນປັດຈຸບັນ ອະນາຈັກສະກຸນເງີນດິຈິຕອລໄດ້ກາຍເປັນທີ່ນິຍົມສຳລັບນັກລົງທຶນຫຼາຍເນື່ອງຈາກມັນສະດວກສະບາຍໃນການເຮັດເເລກປ່ຽນໄດ້ໂດຍບໍ່ມີຄົນກາງ ເເລະ ຍັງສາມາດເຮັດທຸລະກຳໄດ້ທຸກເວລາ, ເຊິ່ງຕະຫຼາດໃນຕອນໄດ້ມີການຜັນຜວນຢູ່ຕະຫຼອດ ຈຶ່ງເຮັດໃຫ້ນັກວິຊາການກ່ຽວກັບ Crypto ຕັ້ງຄຳຖາມຂຶຶ້ນວ່າ Cryptocurrencies ຄວນຈະໄດ້ຮັບການພິຈະລະນາເປັນສະຖາບັນປະເພດສິນຊັບໃໝ່ຫຼືບໍ່? ກ່ອນຈະເວົ້າ Asset class ໃນໂລກ Crypto, ກ່ອນອື່ນໝົດເຮົາມາທຳຄວາມເຂົ້າຮູ້ຈັກກ່ຽວກັບ ປະເພດສິນຊັບ ຫຼື Asset Class ກັນກ່ອນ. Asset Class ເເມ່ນຫຍັງ? Asset class ເເມ່ນການຈັດກຸ່ມປະເພດຊິນສັບ, ຫຼືຊັ້ນ, ຂອງປະເພດການລົງທຶນທີ່ຄ້າຍຄືກັນ, ໂດຍພິຈາລະນາຈາກສີ່ງທີ່ພວກເຂົາລົງທຶນ ຫຼື ວິທີການທີ່ພວກເຂົ້າໄດ້ຮັບຜົນຕອບແທນ. ໂດຍ Asset class ຈະເເບ່ງອອກເປັນ 5 ປະເພດຄື : ເງິນສົດ (Cash) ແມ່ນເງິນທີ່ຢູ່ໃນຮູບເເບບຂອງທຸກສະກຸນເງິນທັງໝົດ ບໍ່ວ່າຈະເປັນຫຼຽນ, ເງິນຕາ, ເງິນຝາກຂອງທະນາຄານປະເພດຕ່າງໆ ເຊິ່ງໃນນີ້ຈະລວມເຖິງການທຽບເທົ່າເງິນສົດ (Cash equivalents) ພັນທະບັດ (Fixed Income) ເເມ່ນ ພັນທະບັດທີ່ພວກເຮົາຮູ້ຈັກກໍມີ ພັນທະບັດລັດຖະບານ, ໃບເກັບເງິນຄັງ, […]

Peter Schiff ກ່າວວ່າ Bitcoin ອາດຈະຫຼຸດລົງໃນໄວໆນີ້ ແລະ ຍັງສືບຕໍ່ຢູ່ໃນຕະຫຼາດໝີຕໍ່ໄປ

Peter Schiff, ຜູ້ກໍ່ຕັ້ງຂອງ SchiffGold ແລະ ນັກວິຈານ Bitcoin ໃນເເງ່ລົບ ເປັນສ່ວນຫຼາຍ ລາວໄດ້ແບ່ງປັນຕົວຊີ້ວັດໃໝ່ໆທີ່ວ່າ Bitcoin ອາດຈະປະສົບກັບປັນຫາການຫຼຸດລົງຂອງລາຄາ Bitcoin ອີກບໍ່ດົນ. Peter Schiff ເຊື່ອວ່າຖ້າ Bitcoin ບໍ່ສາມາດລົ້ມເຫລວທີ່ຈະເພີ່ມຂຶ້ນຄຽງຄູ່ກັບຊັບສິນທີ່ມີຄວາມສ່ຽງອື່ນໆ, ມັນອາດຈະໄດ້ຮັບຜົນກະທົບຫຼາຍທີ່ສຸດເມື່ອຊັບສິນທີ່ມີຄວາມສ່ຽງເລີ່ມຫຼຸດລົງອີກເທື່ອ. ລາວໄດ້ຄາດການຕື່ມອີກວ່າ  Bitcoin ອາດຈະຍັງຢູ່ໃນຊ່ວງຂາລົງ. ຕະຫຼາດຫຼັກຊັບເລີ່ມປັບຕົວສູງຂຶ້ນ, ໂດຍ Nasdaq, S&P 500 ແລະດັດຊະນີຫຸ້ນຫຼັກລ້ວນບວກເພິ່ມຂຶ້ນຢ່າງຫຼາຍ. ເເຕ່ທະວ່າ Cryptocurrency ກັບສວນທາງກັບການເຄື່ອນໄຫວຂອງຕະຫຼາດຫຸ້ນ, ລາຄາຂອງ Bitcoin ນັ້ນບໍ່ສາມມາດເພີ່ມຂຶ້ນທະລຸ 20,000 ໂດລາໄດ້. ການຊື້ຂາຍໃນວັນພຸດທີ່ 19 ຕຸລາ, ລາຄາຂອງ Bitcoin, ເຊິ່ງເປັນສະກຸນເງີນດິຈິຕັລທີ່ໃຫຍ່ທີ່ສຸດຕາມມູນຄ່າລາຄາຕະຫຼາດໄດ້ຫຼຸດລົງ 1.72% ໃນ 24 ຊົ່ວໂມງທີຜ່ານມາ , ປະຈຸບັນກຳລັງຊື້ຂາຍຢູ່ທີ່ 19,200ໂດລາ. ຢ່າງໃດກໍຕາມ, ມັນອາດຈະບໍ່ແມ່ນ ດັ່ງທີ່ Peter Schiff […]

Bitcoin ໄດ້ຖືກຮອງຮັບໂດຍ Guinness World Record ໃນຖານະທີ່ເປັນສະກຸນເງີນດິຈິຕອລບໍ່ມີຕົວກາງເເລະ ມີມູນຄ່າຫຼາຍທີ່ສຸດໃນໂລກ

Bitcoin ເປັນສະກຸນເງິນດິຈິຕອລແບບກະຈາຍສູນກາງຕົວທຳອິດຂອງໂລກ. ໂດຍທາງ Guinness World Records ໄດ້ບັນທຶກສະຖິຕິທີ່ຫນ້າສົນໃຈ ສອງຢ່າງກ່ຽວກັບ Bitcoin ຄື: ເປັນ cryptocurrency ທໍາອິດທີ່ມີມູນຄ່າຫຼາຍທີ່ສຸດໃນໂລກແລະສະກຸນເງິນດິຈິຕອນແບບກະຈາຍສູນ (Decentralized) ຫຼຽນທໍາອິດຂອງໂລກ ພາຍຫຼັງ​ໄດ້​ເປີດ​ຕົວ​ໃນ​ຕົ້ນ​ປີ 2009. ເຊີ່ງທາງເວັບໄຊທ໌ Guinness Book of World Records ໄດ້ໃຫ້ຄໍາອະທິບາຍຢ່າງເປັນທາງການຂອງ Bitcoin ໃນວັນທີ19 ຕຸລານີ້ ວ່າ: “ສະກຸນເງິນດິຈິຕອລແບບກະຈາຍຕົວທໍາອິດຂອງໂລກ, Bitcoin, ໄດ້ຖືກອະທິບາຍໄວ້ໃນ White Paper ຂອງ Satoshi Nakamoto ໃນວັນທີ 18 ສິງຫາ 2008. ຄວາມຄິດດັ່ງກ່າວໄດ້ສໍາເລັດໃນວັນທີ 3 ມັງກອນ 2009, ເມື່ອ Nakamoto ສາມາດຂຸດBlog ທໍາອິດໃນ blockchain ແລະເປີດເເຫຼ່ງໄດ້ຮັບເຜີຍເເຜ່ຕໍ່ສາທາລະນະໃນວັນທີ 9 ມັງກອນ 2009. ມັນບໍ່ແມ່ນພຽງແຕ່ Guinness […]

Web 3.0 ຄືຫຍັງ? ຈະມາປ່ຽນເເປງຫຍັງເເນ່

ໃນປັດຈຸບັນເວັບໄຊໃດມີການພັດທະນາຢ່າງຕໍ່ເນື່ອງເເລະໄດ້ປັບປຸງໃຫ້ສະດວກສະບາຍຂື້ນໂດຍບໍ່ມີຕົວກາງເຂົ້າມາຄວບຄຸມເເລະມີຄວາມປອດໄພຫຼາຍຂຶ້ນ , ມື້ນີ້ເຮົາຈະມາເວົ້າເຖິງ Web 3.0 ຫຼືເປັນທີ່ຮູ້ຈັກກັນໃນຊື່ Decentralized Website ເຊີ່ງຮຸ່ນທີ 3 ຂອງອິນເຕີເນັດ ເຊິ່ງເປັນການປັບປຸງໃຫ້ກ້າວຂ້າມ Web 2.0 ໃນປະຈຸບັນໂດຍມີເທັກໂນໂລຢີຢ່າງ Blockchain ເຮັດວຽກຢູ່ເບື້ງຫລັງເເລະກໍຄາດການວ່າພວກເຮົາຈະໄດ້ນຳໃຊ້ໄວໆນີ້. ກ່ອນທີ່ຈະໄປຮູ້ຈັກກ່ຽວກັບ Web 3.0 ເຮົາມາເບີ່ງວິວັດທະນາການຄວາມເປັນມາຂອງມັນກ່ອນ, ໂດຍຈະເເບ່ງອອກເປັນ 3 ຍຸກຄື : ຍຸກຕົ້ນ Web 1.0 ( ເເຕ່ປີ1990 – 2005 ປີ ) ໄດ້ເນັ້ນໃສ່ການສ້າງເວັບສໍາລັບຂໍ້ມູນຂ່າວສານ. ດັ່ງນັ້ນ, ມັນຈື່ງເປັນການສື່ສານທາງດຽວ, ເຊັ່ນເວັບໄຊທ໌ຂອງອັງກິດ Encyclopedia Britannica. ຍຸກທີ່ 2 Web 2.0 ຮຸ່ນທີສອງ (2006 – ປະຈຸບັນ ) ການວິວັດທະນາການຂອງເວັບທີ່ໄປໄດ້ໄກເກີນກວ່າການໃຫ້ຂໍ້ມູນພຽງຢ່າງດຽວ ແຕ່ມັນຍັງສາມາດຕິດຕໍ່ສື່ສານ, ໂຕ້ຕອບຫຼືຕອບໂຕ້ໄດ້, ເຊັ່ນ social media […]

ຜູ້ຊ່ຽວຊານດ້ານ Crypto ຄາດວ່າ XRP ຈະເພີ່ມຂຶ້ນເປັນ  3.8 ໂດລາ ຖ້າ Ripple ຊະນະການຕໍ່ສູ້ທາງກົດໝາຍກັບ SEC

ຄະນະຜູ້ຊ່ຽວຊານດ້ານ cryptocurrency ຄາດການວ່າ XRP ອາດຈະເພີ່ມຂຶ້ນເຖິງ 3.81 ໂດລາໃນທ້າຍປີ 2025 ຖ້າ Ripple ສາມາດຊະນະການຕໍ່ສູ້ທາງດ້ານກົດໝາຍກັບສຳນັກງານຄະນະກໍາມະການຫຼັກຊັບແລະຕະຫຼາດຫຼັກຊັບສະຫະລັດ (SEC). ຢ່າງໃດກໍຕາມ, ຜູ້ຊ່ຽວຊານຄາດການວ່າ XRP ຈະຊື້ຂາຍຢູ່ທີ່ 0.98 ຖ້າເເພ້ຄະດີ. ທັງນີ້ Finder ໄດ້ສໍາຫຼວດຜູ້ຊ່ຽວຊານດ້ານ cryptocurrency 55 ຄົນກ່ຽວກັບລາຄາທີ່ເປັນໄປໄດ້ຂອງ XRP, ຜູ້ຊ່ຽວຊານໝັ້ນໃຈວ່າລາຄາຈະກັບມາເປັນຂາຂຶ້ນໄດ້ຖ້າຫາກ Ripple ຊະນະການຕໍ່ສູ້ທາງດ້ານກົດໝາຍນີ້. ຖ້າຫາກມີການຍຸຕິການຟ້ອງຮ້ອງອາດເຮັດໃຫ້ລາຄາ XRP ເພີ່ມຂຶ້ນຍ້ອນວ່າຄວາມຕ້ອງການບໍ່ປ່ຽນແປງໃນຂະນະທີ່ການຕອບສະໜອງຫຼຸດລົງ Martin Forehler CEO ຂອງ Morpher ເປັນຫນຶ່ງໃນຜູ້ຊ່ຽວຊານທີ່ໄດ້ເຮັດສໍາຫຼວດ, ກ່າວວ່າຖ້າ Ripple ຊະນະ ມັນກໍຈະເປັນ “ໄຊຊະນະອັນໃຫຍ່ຫຼວງສໍາລັບອຸດສາຫະກໍາ crypto ທັງຫມົດ.” ທັງນີ້ລາວຍັງໄດ້ຄາດການວ່າ XRP ອາດຈະສູງເຖິງ 5 ໂດລາພາຍໃນປີ 2025, ຫຼັງຈາກຊະນະການຟ້ອງຮ້ອງ. ໃນທາງກັບກັນ John Hawkins ອາຈານອາວຸໂສຂອງມະຫາວິທະຍາໄລ […]