ການສູນເສຍ Bitcoin ຂອງ Tesla ເພີ່ມຂຶ້ນເຖິງ 170 ລ້ານໂດລາສະຫະລັດໃນ ເດືອນທໍາອິດຂອງປີ 2022

ອີງຕາມບົດລາຍງານຜົນກໍາໄລ Q3 ຫຼ້າສຸດຂອງ Tesla ທີ່ຍື່ນຕໍ່ສຳນັກງານຄະນະກໍາມະການຫຼັກຊັບແລະຕະຫຼາດຫຼັກຊັບສະຫະລັດອາເມລິກາ (SEC), ເຊິ່ງຜູ້ຜະລິດຍານພາຫະນະໄຟຟ້າ (EV) ເປີດເຜີຍວ່າ ໄດ້ລົງທຶນທັງຫມົດ 1.5 ຕື້ໂດລາໃນ Bitcoin (BTC) ນັບຕັ້ງແຕ່ຕົ້ນປີ 2021. ໃນຈຳນວນນີ້, ບໍລິສັດກຳລັງຂາດທຸນທີ່ຍັງບໍ່ທັນເກີດຂຶ້ນຈິງມູນຄ່າ 170 ລ້ານໂດລາ ຈາກການປ່ຽນແປງໃນມູນຄ່າຍຸດຕິທໍາຂອງການລົງທຶນ. ສິ່ງນີ້ໄດ້ຖືກຊົດເຊີຍໂດຍກໍາໄລສຸດທິ 64 ລ້ານໂດລາຈາກການຂາຍຊັບສິນດິຈິຕອລ ສົ່ງຜົນໃຫ້ຂາດທຸນສຸດທິ 106 ລ້ານໂດລາໃນທ້າຍ Q3. ການສູນເສຍຂອງ Tesla ບໍ່ໄດ້ສົ່ງຜົນກະທົບຕໍ່ການດໍາເນີນການຫຼັກຂອງບໍລິສັດ. ເມື່ອປຽບທຽບເປັນລາຍປີຜົນກຳໄລຂອງຜູ້ຜະລິດ EV ເພີ່ມຂຶ້ນ 169 % ຈາກ 3.3 ຕື້ໂດລາ ໃນຊ່ວງ 9 ເດືອນທໍາອິດຂອງປີ 2021. ຢ່າງໃດກໍຕາມ, Tesla ກ່າວວ່າບໍລິສັດຖືຫຼຽນ bitcoin ພຽງແຕ່ 218 ລ້ານໂດລາໃນບັນຊີຍອດເງິນຂອງຕົນ. ການສູນເສຍຂອງ Tesla ບໍ່ໄດ້ສົ່ງຜົນກະທົບຕໍ່ການດໍາເນີນການຫຼັກຂອງບໍລິສັດ. ເມື່ອປຽບທຽບເປັນລາຍປີຜົນກຳໄລຂອງຜູ້ຜະລິດ EV ເພີ່ມຂຶ້ນ 169 % ຈາກ 3.3 ຕື້ໂດລາ ໃນຊ່ວງ 9 ເດືອນທໍາອິດຂອງປີ 2021. ຢ່າງໃດກໍຕາມ, Tesla ກ່າວວ່າບໍລິສັດຖືຫຼຽນ bitcoin ພຽງແຕ່ 218 ລ້ານໂດລາໃນບັນຊີຍອດເງິນຂອງຕົນ. ພາຍໃຕ້ກົດລະບຽບການບັນຊີ ຊັບສິນດິຈິຕອລແມ່ນຊັບສິນທີ່ບໍ່ມີຕົວຕົນທີ່ບໍ່ມີການ ກຳນົດອາຍຸ. ດັ່ງນັ້ນ, ການຫຼຸດລົງຂອງມູນຄ່າຍຸດຕິທໍາຈະຮຽກຮ້ອງໃຫ້ Tesla ບັນທຶກຄ່າໃຊ້ຈ່າຍຈາກການດ້ອຍຄ່າ , ໃນຂະນະທີ່ບໍລິສັດຈະບໍ່ເຮັດການດັດແກ້ເພີ່ມເຕີມຕໍ່ກັບການເພີ່ມຂຶ້ນຂອງລາຄາໃດໆຈົນກ່ວາຈະມີການຂາຍ, ໃນການປະຕິບັດທາງພາສີທີ່ເປັນປະໂຫຍດດັ່ງກ່າວ ການສູນເສຍສາມາດຖືກຫັກອອກຈາກກໍາໄລເພື່ອຫຼຸດຜ່ອນພາສີ. ໃນຂະນະທີ່ກໍາໄລຈາກການຂາຍບໍ່ໄດ້ຖືກເກັບພາສີຈົນກ່ວາຈະເຖິງເວລາຂອງການຂາຍ. Elon Musk CEO ຂອງ Tesla ກັບມາຊື້ກິດຈະການ Twitter ອີກເທື່ອຫນຶ່ງໃນຂໍ້ຕົກລົງມູນຄ່າ 44 ຕື້ໂດລາ ພ້ອມທີ່ໃຫ້ຄຳໝັ້ນສັນຍາວ່າ “ຈະກໍາຈັດ spam ແລະ bots ຫລອກລວງອອກຈາກເເພັດຟອມ” […]

Hardware wallet ຄືຫຍັງ? ຈຳເປັນຕ້ອງມີບໍ ?

ໃນໂລກຂອງການລົງທຶນຊື້ຂາຍ Cryptocurremcy ນັກລົງທຶນສ່ວນຫຼາຍທີ່ຕ້ອງກາຢາກທີ່ຈະຖືຫຼຽນດົນໆ ຫຼືການເກັບອອມ…ໃຫ້ປອດໄພ ຈຳເປັນຈະຕ້ອງໄດ້ມີເຄື່ອງມືຢ່າງ Hardware wallet ເພື່ອປ້ອງກັນຫຼຽນຂອງທ່ານໃຫ້ປອດໄພຂຶ້ນອີກລະດັບ ໝົດຫ່ວງເລື່ອງທີ່ຈະຖືກໂຈມຕີໄພຈາກໄພໃນໂລກອິນເຕີເນັດເເລະພວກ hacker ໄດ້ເລີຍ ເເຕ່ກໍຢ່າໄດ້ປະມາດເພາະບໍ່ມີເຄື່ອງມືໃດທີ່ຈະປ້ອງກັນໄດ້ດີເທົ່າຄວາມລອບຄອບ ເເລະ ການມີສະຕິ ຂອງຕົວເຮົາເອງໃນທຸກໆການຕັດສິນໃຈ. Hardware wallet ເເມ່ນຫຍັງ ? Hardware Wallet ແມ່ນອຸປະກອນທີ່ໃຊ້ເພື່ອເກັບຂໍ້ມູນເພື່ອເຂົ້າເຖິງຫຼຽນ crypto ຫຼືຊັບສິນດິຈິຕອລໃນຮູບແບບອອບໄລນ໌ຢ່າງສົມບູນ ມັກຈະຄ້າຍຄືກັບ USB ທີ່ໃຊ້ເພື່ອເກັບຂໍ້ມູນເອເລັກໂຕຣນິກຕ່າງໆ. ການເກັບຮັກສາ Private Key ຫຼືຂໍ້ມູນການເຂົ້າເຖິງຊັບສິນໄວ້ຢູ່ໃນ Hardware Wallet ຈະຊ່ວຍປ້ອງກັນ cryptocurrencies ທີ່ຖືຢູ່ ເມື່ອຖືກລັກ ຫຼືຖືກແຮັກໄດ້ຢ່າງງ່າຍດາຍ, ເເຕ່ວ່າ ກໍຍັງມີຄວາມສ່ຽງທີ່ຈະ ສູນເສຍຫຼຽນທີ່ຖືໄວ້ຢູ່ ໃນກໍລະນີທີ່ບໍ່ມີການຈັດເກັບຂໍ້ມູນສໍາຮອງໄວ້ ,ນອກຈາກນັ້ນຜູ້ໃຊ້ຄວນເລືອກໃຊ້ Hardware Wallet ຈາກຜູ້ຜະລິດ Wallet ນັ້ນໆ ເເທນການຊື້ເເບບມືສອງ. ເພື່ອປ້ອງກັນບໍ່ໃຫ້ອຸປະກອນຖືກດັດເເປງ ທີ່ອາດຈະເຮັດໃຫ້ການນໍາໃຊ້ໄດ້ຢ່າງບໍ່ມີປະສິດທິພາບ. ຈໍາເປັນຕ້ອງມີ Hardware Wallet ບໍ່? […]

ຂ່າວລື! Twitter ກໍາລັງພັດທະນາ Crypto Wallet ຂອງຕົນເອງ

Jane Manchun Wong blogger ດ້ານເຕັກໂນໂລຢີທີ່ມີຊື່ສຽງ ໄດ້ເປີດເຜີຍວ່າ ບໍລິສັດ social media ຍັກໃຫຍ່ຢ່າງ Twitter ກໍາລັງເຮັດວຽກກ່ຽວກັບ “ກະເປົາເງິນຕົ້ນແບບ” ທີ່ສາມາດຮອງຮັບເງິນຝາກແລະຖອນເງິນ crypto ຢ່າງໃດກໍຕາມ, Twitter ຍັງບໍ່ໄດ້ປະກາດໃດໆກ່ຽວກັບຜະລິດຕະພັນດັ່ງກ່າວຕໍ່ສາທາລະນະແລະຍັງບໍ່ທັນຊັດເຈນວ່າ Wong ໄດ້ຮັບຂໍ້ມູນຈາກໃສ. ຈາກການຖະເເຫຼງຂອງ Wong ໄດ້ອະທິບາຍວ່າ ໄດ້ພົບເຫັນຂໍ້ມູນສ່ວນໃຫຍ່ຢູ່ໃນລະຫັດທີ່ເປີດເຜີຍຕໍ່ສາທາລະນະ. ເດືອນກັນຍາທີ່ຜ່ານມາ, Twitter ໄດ້ເປີດຕົວຄຸນສົມບັດທີ່ອະນຸຍາດໃຫ້ຜູ້ໃຊ້ສາມາດໃຫ້ Tip ຜູ້ສ້າງເນື້ອຫາດ້ວຍ Bitcoin. ໃນກາງເດືອນກຸມພາການໃຫ້ tip ດ້ວຍສະກຸນເງີນດິຈິຕອລ ຂອງ Twitter ກໍມີໃຫ້ສຳລັບຜູ້ໃຊ້ Ethereum ເເລ້ວ. ໃນຕົ້ນປີນີ້ ເເພລັດຟອມ social media ຍັງອະນຸຍາດໃຫ້ຜູ້ໃຊ້ສາມາດສະແດງຜົນງານ non-fungible tokens (NFT) ທີ່ພວກເຂົາເປັນເຈົ້າຂອງຢູ່ມາສະເເດງໂປຣຟາຍໄດ້ ຖ້າຂ່າວລືກ່ຽວກັບການເພີ່ມຄຸນສົມບັດ crypto wallet ເປັນຄວາມຈິງ ການເຄື່ອນໄຫວນີ້ອາດຈະເຮັດໃຫ້ Twitter ກາຍເປັນເວທີ Web3 […]

ເເບບສໍາຫຼວດເປີດເຜີຍ 10% ຂອງແມ່ຍິງເລືອກ crypto ເປັນການລົງທຶນຄັ້ງທໍາອິດຂອງພວກເຂົາ

ເເບບສຳຫຼວດທີ່ດຳເນີນການໂດຍ BlockFi ສະເເດງໃຫ້ເຫັນວ່າ ຜູ້ຍິງ Gen Z ຫຼື Gen Y ທີ່ເປັນມືໃໝ່ສຳລັບການລົງທຶນ, ພວກເຂົາຍິນດີທີ່ຈະນຳເງີນຂອງພວກເຂົາໄປລົງທຶນໃນ Crypto ກ່ອນສິ່ງອື່ນໃດ. ວັນທີ 24 ເດືອນຕຸລາ, Blockfi ບໍລິສັດ cryptocurrency ຢູ່ໃນສະຫະລັດອາເມລິກາ ໄດ້ເປີດຕົວເເບບສໍາຫຼວດ crypto ສະບັບຫຼ້າສຸດຂອງຕົນທີ່ສຸມໃສ່ການປະເມີນຮູບແບບການລົງທຶນຂອງແມ່ຍິງ ຈາກຜົນວິໄຈພົບວ່າ ຜູ້ຍິງ 1 ໃນ 10 ຄົນເເມ່ນເລືອກ cryptocurrency ເປັນການລົງທຶນຄັ້ງທໍາອິດຂອງເຂົາເຈົ້າ. ນອກຈາກຜົນລັບດັ່ງກ່າວ ຈາກການວິໄຈທີ່ຜ່ານມາຂອງເເບບສຳຫຼວດ Real Talk : ການສໍາຫຼວດ Women x Crypto 2.0 ທີ່ດໍາເນີນການໃນເດືອນມີນາ ປີ2022 ພົບວ່າ 33% ຂອງແມ່ຍິງທີ່ເຄີຍລົງທຶນໄດ້ເລີ່ມຫັນມາລົງທຶນໃນ crypto ແລ້ວ. ໃນບັນດາຜູ້ຕອບເເບບສອບຖາມຫຼາຍກວ່າ 17% ແມ່ນ Millennials, ໃນຂະນະທີ່ 11% ແມ່ນ […]

Seed Phrase ຄືຫຍັງ?

Seed phrase ເເມ່ນຫຍັງ ? Seed phrase ເເມ່ນຊຸດຄຳສັບພາສາອັງກິດຕັ້ງເເຕ່ 12 -24 ໂຕ ເຊີ່ງຈະເຮັດການສຸ່ມຈາກກະເປົ໋າເງີນ Crypto ເພື່ອເປັນການຮັກສາຄວາມປອດໄພໃຫ້ກັບການເກັບຮັກສາ Crypto ເຊີ່ງລະຫັດເຫຼົ່ານີ້ສາມາດກູ້ຄືນ Private key ໃນກໍລະນີອຸປະກອນສູນຫາຍຫຼືປ່ຽນອຸປະກອນເເລະເຮົາກໍຕ້ອງຮັກສາຕົວ Seed phrase ນີ້ໄວ້ເປັນຢ່າງດີເຊັ່ນກັນ ຄຳເຕືອນ ຫ້າມຖ່າຍ, ຫ້າມກັອບປີ້ໄວ້ ຫຼື ໃຫ້ໃຜເບີ່ງ ເພາະມັນອາດເຮັດໃຫ້ທ່ານຖືກເເຮັກຂໍ້ມູນເເລະເກີດຄວາມສູນເສຍໄດ້. ໃຫ້ທ່ານຈົດເເລ້ວເກັບຮັກສາໄວ້ເປັນຢ່າງດີເພື່ອບໍ່ໃຫ້ເກີດກໍລະນີທີ່ບໍຄາດຄິດຂື້ນ ທີ່ມາ : https://cutt.ly/FB8nIlIv

Bitcoin ມີປະສິດທິພາບເໜືອກວ່າ NFT, ຟື້ນໂຕຂຶ້ນເລັກໜ້ອຍໃນຫຸ້ນສະຫະລັດ ໄຕມາດທີ 3

ອຸດສາຫະກໍາ crypto ໄດ້ຟື້ນຕົວເລັກນ້ອຍໃນໄຕມາດທີ 3 ຫຼັງຈາກການຫຼຸດລົງຫຼາຍທ່າມກາງ​ສະພາບ​ການ​ຜັນຜວນໃນ​ຊ່ວງເຄິ່ງທຳອິດຂອງປີ 2022. ອີງຕາມບົດລາຍງານປະຈໍາໄຕມາດຫຼ້າສຸດເຜີຍເເຜ່ໂດຍ CoinGecko ໄດ້ລະບຸວ່າ ມູນຄ່າຕະຫຼາດ crypto ໂດຍລວມເພີ່ມຂຶ້ນ 6.5 % ຫຼືປະມານ  100 ຕື້ ໂດລາ ໃນໄຕມາດທີ 3 ເມື່ອທຽບກັບ ໃນໄຕມາດທີ 2. Bitcoin ມີປະສິດທິພາບເໜືອກວ່າຊັບສິນອື່ນໆ ເຖິງວ່າຈະມີການຜັນຜວນສູງໃນໄຕມາດທີ 3, ເເຕ່ BTC ກັບມີປະສິດທິພາບເໜືອກວ່າຊັບສິນທັງຫມົດ. ຍົກເວັ້ນດັດຊະນີເງິນໂດລາສະຫະລັດ ເຊີ່ງວັດຈາກອັດຕາແລກປ່ຽນຂອງຕະຫຼາດເງິນສະກຸນເງີນຕ່າງປະເທດເມື່ອທຽບກັບເງິນໂດລາ. ໃນຂະນະທີ່ລາຄາຂອງ Bitcoin ຫຼຸດລົງຕາມຕະຫຼາດຫຼັກຊັບສະຫະລັດ. ຊັບສິນດິຈິຕັລກໍາລັງຟື້ນຕົວຢ່າງໄວວາເມື່ອທຽບກັບຕະຫຼາດຫຼັກຊັບແລະສິ້ນສຸດໄຕມາດທີ 3 ດ້ວຍການປ່ຽນແປງລາຄາພຽງແຕ່ -1%. Stablecoins ເຮັດຜົນງານໄດ້ບໍ່ຄ່ອຍດີ ບົດລາຍງານຂອງ CoinGecko ຍັງເປີດເຜີຍວ່າຕະຫຼາດ Stablecoin ມີຜົນດຳເນີນງານທີ່ບໍ່ຄ່ອຍດີໃນໄຕມາດທີ 3, ໂດຍມູນຄ່າຕາມຕະຫຼາດຂອງ Stablecoin 15 ອັນດັບທຳອິດຫຼຸດລົງ 3% ຫຼືປະມານ 4.7 ຕື້ໂດລາເມື່ອທຽບກັບໄຕມາດຕໍ່ໄຕມາດ […]

Hashrate ຂອງ Bitcoin ຍັງສືບຕໍ່ເພີ່ມຂຶ້ນສູງເປັນປະຫວັດສາດ ເຖິງແມ່ນວ່າລາຄາຈະຫຼຸດລົງ

ອີງຕາມຂໍ້ມູນຂອງ CryptoQuant ບໍລິສັດວິເຄາະ cryptocurrency ເຫັນວ່າ hashrate ຂອງ Bitcoin ໄດ້ເພີ່ມຂຶ້ນສູງເປັນສະຖິຕິໃໝ່ໂດຍວັດຈາກຄ່າສະເລ່ຍເຄື່ອນທີ່ເເບບ Exponential Moving Average (EMA) 30ວັນ. ນີ້ຫມາຍຄວາມວ່າເຄືອຂ່າຍມີຄວາມປອດໄພທີ່ສຸດ ເຖິງແມ່ນວ່າລາຄາຂອງ cryptocurrencies ແຖວໜ້າຈະສືບຕໍ່ຫຼຸດລົງຕໍ່ເນຶ່ອງໃນປີ 2022. ການເພີ່ມຂຶ້ນຂອງ hashrate ເຮັດໃຫ້ມັນຍາກຫຼາຍສໍາລັບຜູ້ບໍ່ຫວັງດີຈະ ໂຈມຕີ 51% ເພື່ອທີ່ຈະລະເມີດເຕັກໂນໂລຢີແລະການປັບໂຄງສ້າງຂອງ blockchain. ຄ່າໃຊ້ຈ່າຍທີ່ຈະໂຈມຕີ 51% ໃນເວລາພຽງໜຶ່ງຊົ່ວໂມງ ໃນປັດຈຸບັນແມ່ນ 772,364 ໂດລາ, ອີງຕາມຂໍ້ມູນຂອງ crypto51.app. ການໂຈມຕີ 51% ຫມາຍເຖິງການທີ່ກຸ່ມນັກຂຸດຫຼຽນກຸ່ມໃດກຸ່ມໜຶ່ງທີ່ຄວບຄຸມ Hash Power ໃນການຂຸດຂອງ blockchain ເທົ່າກັບຫຼືຫຼາຍກວ່າ 51% ແລະໃຊ້ອໍານາດນັ້ນໃນທາງທີ່ບໍ່ດີ, ເຊີ່ງການທີ່ມີ  Hash Power ຫຼາຍນັ້ນໝາຍຄວາມວ່າ ຜູ້ຂຸດນັ້ນຈະມີກໍາລັງໃນການຂຸດໄວ ເເລະ ໄດ້ຮັບຫຼາຍກວ່າຄົນອື່ນໆໃນເຄືອຂ່າຍ. ຄວາມຫຍຸ້ງຍາກໃນຂຸດ Bitcoin ໄດ້ມາເຖິງຈຸດສູງສຸດໃໝ່, ມັນໄດ້ສ້າງເເຮງ […]

ຄວາມເເຕກຕ່າງລະຫວ່າງ Coin ເເລະ Token

ໃນປັດຈຸບັນນັກລົງທຶຶຶນໜ້າໃໝ່ທີ່ກຳລັງສຶກສາກ່ຽວກັບ Cryptocurrency ເມື່ອເລິ່ມສຶກສາເລິກລົງໄປຖິງລາຍລະອຽດການຊື້ຂາຍໃນຕະຫຼາດ ເຊີງໃນຕະຫຼາດຊຶ້ຂາຍມັກຈະມີຊິນສັບຫຼາຍຢ່າງເເຕກຕ່າງກັນ ບາງຢ່າງເອີ້ນວ່າ Coin ບາງຢ່າງເອີ້ນວ່າ Token ເເລະໃນມື້ນີ້ເຮົາສິມາອະທິບາຍກ່ຽວກັບ Coin ເເລະ token ວ່າມັນເເມ່ນຫຍັງ ? ເເລະມີຄວາມເເຕກຕ່າງກັນຫລາຍປານໃດ ? ຫຼຽນ ( Coin ) ເເມ່ນຫຍັງ ? Crypto coin ເປັນຫຼຽນທີ່ຖືກສ້າງຂຶ້ນເພື່ນເປັນຊື່ກາງໃນການເເລກປ່ຽນເເລະບໍລິການອື່ນໆ ຫຼື ປະເພດຫຼຽນ Crypto ອື່ນໆກໍສາມາດເເລກປ່ຽນໄດ້ເຊັ່ນກັນ. ຄຸນລັກສະນະທີ່ໂດດເດັ່ນຂອງຫຼຽນ crypto ປະເພດນີ້ ເເມ່ນຖືກພັດທະນາຢູ່ໃນ Blockchain ຂອງຕົວມັນເອງ ຫຼື ມີ Blockchain ເປັນຂອງຕົວເອງ, ດັ່ງນັ້ນ ຈື່ງສາມາດຂຸດຫຼຽນນັ້ນໄດ້ ບໍ່ວ່າຈະເປັນການຂຸດເເບບໃດກໍຕາມ ເຊິ່ງຈະສອດຄ່ອງໄປຕາມລາຍລະອຽດເເລະເງຶ່ອນໄຂຂອງຫຼຽນນັ້ນ. ຍົກຕົວຢ່າງຫຼຽນເຊັ່ນ : Bitcoin (BTC), Ethereum (ETH), ເເລະ Cardano (ADA). ຫຼຽນພວກນີ້ຄ້າຍຄືກັບເງິນທີ່ເຮົາໃຊ້ໃນຕົວຈິງພຽງເເຕ່ບໍ່ສາມາດຈັບຕ້ອງໄດ້, ມັນສາມາດເອົາໃຊ້ໃນການເເລກປ່ຽນສິນຄ້າເເລະການບໍລິການຕ່າງໆ ເເຕ່ລາຄາຂອງຫຼຽນນັ້ນມັກຈະມີຄວາມຜັນຜວນຕາຄວາມຕ້ອງການເເລະປະລິມານໃນຕະຫຼາດ […]

“Metaverse ຍັງຄົງເປັນທີ່ນິຍົມເຖິງແມ່ນວ່າຈະຍັງເປັນຕະຫຼາດຫມີ” DappRadar ໄດ້ກ່າວໄວ້

DappRadar ແພລັຕຟອມການວິເຄາະແລະການຕິດຕາມຂອງ Dapp, ໄດ້ເຜີຍແຜ່ບົດລາຍງານທີ່ກວມເອົາສະຖານະປະຈຸບັນຂອງ Metaverse ການນໍາໃຊ້ແລະລະດັບການຮັບຮອງເອົາໄປນຳໃຊ້. ເຖິງແມ່ນວ່າການຄ້າທີ່ກ່ຽວຂ້ອງກັບ Metaverse ໄດ້ມີຄວາມຊັກຊ້າລົງຢ່າງຫຼາຍໃນປີນີ້ ແຕ່ຕົວຊີ້ວັດອື່ນໆ ຍັງຄົງສະແດງຄວາມໜ້າສົນໃຈໃນພື້ນທີ່ນັ້ນ. Metaverse ຍັງເປັນທີ່ນິຍົມບໍ? metaverse ອີງຕາມຂໍ້ມູນຂອງ DappRadar, ມີຢູ່ສອງຄວາມໝາຍ ຫນຶ່ງໃນນັ້ນໝາຍເຖິງ “Metaverse Classic” ທີ່ໃຊ້ເທັກໂນໂລຍWeb 2, ເຊິ່ງໄດ້ມີການປະສົມປະສານການຫຼິ້ນເກມໃນປັດຈຸບັນ ແລະ ປະສົບການທາງສັງຄົມໃນທຸກມື້ນີ້ກັບຄວາມເປັນຈິງທີ່ເພີ່ມຂຶ້ນທາງອອນລາຍ. ສ່ວນອີກຄວາມໝາຍໜື່ງນັ້ນເເມ່ນໝາຍເຖີງ “blockchain metaverse” ເຊີ່ງຊ່ວຍອະນຸຍາດໃຫ້ການຄ້າດິຈິຕອນໃນລັກສະນະການກະຈາຍອຳນາດ, ໂດຍສະເພາະເເມ່ນຜ່ານ NFT (ເຊັ່ນ: ອະສັງຫາລິມະຊັບ virtual). “ໃນເດືອນກັນຍາ ມີພຽງແຕ່ 0.7% ຂອງອະສັງຫາລິມະຊັບຫຼືຫຼາຍກວ່າ 97,000 ເເຫ່ງຂອງ Decentraland ໄດ້ລົງທະບຽນແລະຂາຍ.” DappRadar ກ່າວວ່າໂຄງການໂລກ virtual ມີ “ໄຕມາດທີ່3ໄດ້ສະຫງົບລົງ” ຫຼັງຈາກການ mint Otherside NFT ໃນເດືອນພຶດສະພາ. ຢ່າງໃດກໍ່ຕາມ, ທັງ Sandbox […]

Whale ຫັນມາເທຣດ future ຫຼາຍຂື້ນ, ຊີ້ໃຫ້ເຫັນວ່າ Bitcoin ກຳລັງຢູ່ໃນຊ່ວງສະສົມອີກຄັ້ງ

ອີງຕາມ Ki Young Ju ຜູ້ບໍລິຫານສູງສຸດຂອງ CryptoQuant ໄດ້ໂພສຜ່ານ Twitter ຢ່າງເປັນທາງການຂອງລາວໂດຍລະບຸວ່າ ໃນຕອນນີ້ Bitcoin future ແມ່ນຊື້ຂາຍ Whale ເປັນສ່ວນໃຫຍ່. ຈໍານວນເງິນຝາກສະເລ່ຍໃນກະດານຊື້ຂາຍ Future “ຂ້ອນຂ້າງຫຼາຍ” ອາດເປັນຕົວຊີ້ວັດວ່າ Bitcoin ກຳລັງຢູ່ຊ່ວງການສະສົມອີກຄັ້ງ. ນອກຈາກນີ້ ລາວຍັງໄດ້ປຽບທຽບກັບກຣາຟໃນອາດີດ ປີ 2021, ເຊິ່ງສະແດງໃຫ້ເຫັນໃນລັກສະນະທີ່ຄ້າຍຄືກັນວ່າ ໃນເວລາທີ່ whale ມີສ່ວນຮ່ວມຫຼາຍເມື່ຶອໃດ ເມື່ອນັ້ນລາຄາຂອງ Bitcoin ຈະກັບມາເພີ່ມຂຶ້ນຢ່າງເຫັນໄດ້ຊັດເຈນແລະຄັ້ງນີ້ຄ່າສະເລ່ຍແມ່ນສູງທີ່ສຸດໃນຮອບ 5 ປີ. ທີ່ມາ : https://cutt.ly/SB4sbN2 **ໝາຍເຫດ : ການລົງທຶນມີຄວາມສ່ຽງ ສະກຸນເງິນດິຈິຕອນແຕ່ລະສະກຸນມີຄວາມແຕກຕ່າງກັນ ຄວນສຶກສາຂໍ້ມູນໃຫ້ລະອຽດທຸກຄັ້ງກ່ອນລົງທຶນ. ຊ່ອງທາງການຕິດຕໍ່:Website: www.bitqik.combitqik Suport : https://support.bitqik.com/Facebook: https://www.facebook.com/bitqik/bitqik Academy : https://www.facebook.com/profile.php?id=100086347500753bitqik Insight : https://insight.bitqik.com/Tiktok: https://vt.tiktok.com/ZSdT86ut3/Youtube […]